ຮ້ານອາຫານ, ບັນເທີງ ບາງແຫ່ງ ໃນນະຄອນຫຼວງວຽງຈັນ ລະເມີດລະບຽບ

ໄຊຍາ
2023.12.27
ຮ້ານອາຫານ, ບັນເທີງ ບາງແຫ່ງ ໃນນະຄອນຫຼວງວຽງຈັນ ລະເມີດລະບຽບ ໂຕຢ່າງ ຊາວລາວ ແລະ ຕ່າງປະເທດ ພວມນັ່ງກິນ-ດື່ມ ຢູ່ສະຖານທີ່ກິນ-ດື່ມ ໃນນະຄອນຫຼວງພຣະບາງ, (TS) ເດືອນສິງຫາ 2022
RFA

ໃນວັນທີ 16 ທັນວາ 2023 ທີ່ຜ່ານມາ, ຄະນະຮັບຜິດຊອບ ຕິດຕາມ-ກວດກາ ແລະ ແກ້ໄຂ ສຽງເນືອງນັນ ໃນທຸຣະກິຈຮ້ານອາຫານ ແລະ ຮ້ານບັນເທີງ ຢູ່ນະຄອນຫຼວງວຽງຈັນ ຈຸທີ 4 ລົງກວດກາ ຮ້ານອາຫານ-ຮ້ານບັນເທີງ ທີ່ລະເມີດ ລະບຽບຫຼັກການ ຢູ່ເມືອງສີໂຄດຕະບອງ, ເມືອງນາຊາຍທອງ ແລະ ເມືອງສັງທອງ.

ຢູ່ເມືອງນາຊາຍທອງ ມີຮ້ານທີ່ເປີດບໍຣິການ ກາຍເວລາ 23:00 ໂມງ ລວມເຖິງຮ້ານ ທີ່ເປີດສຽງເພງດັງ ເກີນຂອບເຂດ ແລະ ບໍ່ມີໃບອະນຸຍາດ ດຳເນີນທຸຣະກິຈ 3 ຮ້ານ. ສ່ວນຢູ່ເມືອງສີໂຄດຕະບອງ ໄດ້ລົງກວດກາ ຮ້ານອາຫານ ແລະ ຮ້ານຄາຣາໂອເກະ ກໍພົບວ່າ ມີ 4 ຮ້ານ ທີ່ເປີດກາຍເວລາ ທີ່ກຳນົດ.

ຄະນະຮັບຜິດຊອບ ຈຶ່ງໄດ້ເຮັດບົດບັນທຶກ ແລະ ປັບໃໝ ຕາມກົດໝາຍ ພ້ອມໄດ້ອອກໜັງສືເຊີນ ໃຫ້ເຈົ້າຂອງທຸຣະກິຈ ໄປເສັຽຄ່າປັບໃໝ ຢູ່ກອງບັນຊາການ ປກສ.

ປົກກະຕິ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະລົງເຄື່ອນໄຫວກວດກາ ບັນດາຮ້ານອານຫານ ຮ້ານບັນເທີງ 2 ຄັ້ງຕໍ່ເດືອນ, ແຕ່ຫາກມີປະຊາຊົນ ຮ້ອງຮຽນມາວ່າ ໄດ້ຮັບຜົລກະທົບຈາກເພງ ທີ່ເປີດສຽງດັງ ແລະ ຮ້ານທີ່ເປີດກາຍເວລາ, ເຈົ້າໜ້າທີ່ ກໍຈະຕ້ອງລົງ ແກ້ໄຂບັນຫາເພີ່ມຕື່ມ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ທັນວາ ປີ 2023 ວ່າ:

“ແມ່ນໆ. ເຮົາໄປຕາມທີ່ວ່າ ປະຊາຊົນຮ້ອງຮຽນມາ ທີ່ວ່າ ຖືກຜົລກະທົບຫັ້ນ. ໂຕຢ່າງ ສຽງດັງເກີນກຳນົດ ລະກະປິດກາຍໂມງເວລາ. ຄົນທີ່ຂະເຈົ້າ ມີຜົລກະທົບ ເຂົາເດືອດຮ້ອນ ໃນຍາມເວລາພັກຜ່ອນ ຂະເຈົ້ານອນບໍ່ຫຼັບ ກໍໂທຫາ ກໍລົງໄປແກ້ໄຂ ຈັ່ງຊີ້.”

ທ່ານກ່າວຕື່ມວ່າ ສໍາລັບຮ້ານອາຫານ ຮ້ານກິນດື່ມ ທົ່ວໄປນັ້ນ, ກໍານົດໃຫ້ປິດສຽງເພງ 23 ໂມງ ເພື່ອມ້ຽນເຄື່ອງ ແລະ ກຽມບອກແຂກ ອອກຈາກຮ້ານ ພາຍໃນ 24:00 ໂມງ. ສ່ວນຮ້ານບັນເທີງນັ້ນ, ກໍກຳນົດໃຫ້ປິດສຽງເພງ 24 ໂມງ ເພື່ອບອກໃຫ້ແຂກ ອອກຈາກຮ້ານ ແລະ ປິດຮ້ານ ພາຍໃນ 01:00 ໂມງ ຂອງມື້ໃໝ່. ສໍາລັບງານປີໃໝ່ ທີ່ຈະມາເຖິງນີ້, ຍັງບໍ່ມີແຈ້ງການໃໝ່ ອອກມາເທື່ອວ່າ ຈະໃຫ້ຮ້ານອາຫານ ແລະ ຮ້ານບັນເທີງ ປະຕິບັດແນວໃດ ຈຶ່ງໃຫ້ຢຶດ ແນວທາງປະຕິບັດເກົ່າ ໄປກ່ອນ.

ຮ້ານອາຫານ ແລະ ຮ້ານບັນເທີງ ທີ່ລະເມີດ ລະບຽບການ ຄັ້ງທີ 1 ຈະຖືກກ່າວເຕືອນ ແລະ ຖືກປັບໃໝ. ຄັ້ງທີ 2 ຈະສັ່ງໃຫ້ຢຸດກິຈການ 1 ເດືອນ ພ້ອມທັງຢຶດເຄື່ອງສຽງ ແລະ ຕິດປ້າຍປະກາດ ຮ້ານຜິດກົດໝາຍ. ຄັ້ງທີ 3 ຈະລຶບລ້າງ ໃບອະນຸຍາດ ດຳເນີນທຸຣະກິຈ. ສ່ວນທີ່ພົບ ຮ້ານທີ່ຜິດລະບຽບ ຫຼາຍກ່ວາໝູ່ ແລະ ມີປະຊາຊົນ ຮ້ອງຮຽນມາຫຼາຍ ແມ່ນເມືອງໄຊທານີ ຍ້ອນເປັນເມືອງໃຫຍ່ ແລະ ມີຮ້ານອາຫານຫຼາຍກວ່າ ເມືອງສີສັດຕະນາກ ແລະ ເມືອງສີໂຄດຕະບອງ.

ຢູ່ເມືອງນາຊາຍທອງ ກວດພົບຮ້ານ ທີ່ເປີດກາຍເວລາກໍານົດ, ເປີດເພງສຽງດັງ ແລະ ບໍ່ມີໃບອະນຸຍາດ ໃນການດຳເນີນທຸຣະກິຈ ຢູ່ໃນເຂດບ້ານບົວ, ບ້ານຫ້ວຍນໍ້າເຢັນ ແລະ ບ້ານນາຊາຍເໜືອ. ສະເພາະຢູ່ເຂດ ບ້ານຫ້ວຍນໍ້າເຢັນ ໃນເຂດຊຸມຊົນ ກໍຍັງມີ ຮ້ານຄາຣາໂອເກະ ຢູ່ປະມານ 2-3 ຮ້ານ, ໂດຍຈະເປີດຕອນແລງ. ສ່ວນເວລາປິດ ຢູ່ທີ່ 01:00 ໂມງ - 02:00 ໂມງກາງຄືນ. ບາງເທື່ອຊາວບ້ານ ຍັງໄດ້ຍິນສຽງເພງຢູ່ ຍ້ອນຮ້ານ ຕັ້ງຢູ່ໃນເຂດຊຸມຊົນ ຕິດກັບບ້ານປະຊາຊົນ. ດັ່ງຊາວບ້ານ ຢູ່ບ້ານຫ້ວຍນໍ້າເຢັນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນວ່າ:

“ຢູ່ຫ້ວຍນໍ້າເຢັນນີ້ ກໍຊິມີຢູ່ ປະມານ 2 ຮ້ານ ທີ່ມັນເປັນຮ້ານກິນດື່ມ. ສ່ວນຫຼາຍ ມັກເປີດຕອນແລງ. ແມ່ນ, ມີຄາຣາໂອເກະ ແລ້ວກໍເປັນຜັບ ຮ້ານກິນດື່ມທົ່ວໄປ. (ເວລາປິດ) ກໍຂຶ້ນກັບແຂກ ບາງເທື່ອ ກໍປະມານ 01:00 ໂມງ 02:00 ໂມງກາງຄືນ ກໍມີ, ຖ້າວ່າແຂກຫຼາຍ.”

ຂະນະທີ່ຊາວບ້ານ ຢູ່ບ້ານອູບມຸງ, ເມືອງສີໂຄດຕະບອງ ກ່າວວ່າ ໃນເຂດບ້ານ ມີຮ້ານອາຫານ ແລະ ຮ້ານກິນດື່ມຢູ່, ແຕ່ສ່ວນຫຼາຍ ກໍປິດຕາມເວລາ ທີ່ກໍານົດ ບໍ່ໃຫ້ກາຍ 23:00 ໂມງ. ດັ່ງຍານາງກ່າວວ່າ:

“ມີ, ມັນມີຮ້ານອາຫານໃຫຍ່ ມັນມີໂຮງແຮມ ມີອີ່ຫຍັງເດ້ເຂດນີ້ນ່າ. ແຕ່ວ່າ ປະມານ 10:00 ໂມງປາຍ 11:00 ໂມງ ຂະເຈົ້າເຣີ່ມປິດກັນແລ້ວ ບໍ່ໄດ້ມີເປີດກາຍໄດ໋. ອັນນີ້, ຄັນຊິວ່າສຽງດັງບໍ່ ມັນກໍຮ້ານແບບຮ້ານອາຫານ ທຳມະດາ, ຫັ້ນນ່າ. ຂະເຈົ້າກໍນັ່ງກິນເຂົ້າ ເປີດເພັງເບົາໆ, ນັ່ງຊີລນີ້ນ່າ.”

ຊາວບ້ານ ເມືອງໄຊທານີ ກ່າວວ່າ ໃນເຂດເມືອງທານີ ມີຮ້ານກິນດື່ມ ແລະ ຮ້ານບັນເທີງຢູ່ ປະມານ 10 ຮ້ານ ມີທັງຮ້ານນ້ອຍ ແລະ ຮ້ານໃຫຍ່ ແລະ ທີ່ຜ່ານມາ ກໍຍັງບໍ່ມີຊາວບ້ານ ຈົ່ມຫຼາຍປານໃດ ຍ້ອນເຂົ້າໃຈວ່າ ເປັນທຸຣະກິຈ ຕ້ອງເປີດເພງ. ດັ່ງຍານາງກ່າວວ່າ:

“ໂດຍ, ກໍມີຢູ່ ມີຫຼາຍຢູ່, ຄ້າວໆ ກໍໝ້ອງ 10 ບໍ, ໄລ່ໆ ປະມານນີ້ ໝ້ອງ 10 ເພາະມັນຈະມີຮ້ານນ້ອຍ ຮ້ານໃຫຍ່ ປົນກັນກໍມີ. ຫ່າງໆກັນແດ່, ຕິດກັນແດ່. ບາງຮ້ານ ກໍຈະໃກ້ກັນຢູ່. ເອີ (ປິດ) ປະມານ 11:00 ໂມງ ຫຼື 12:00 ໂມງ ປະມານນີ້.”

ການແກ້ໄຂບັນຫາ ສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ ເຣີ່ມປະຕິບັດມາ ຕັ້ງແຕ່ເດືອນພຶສຈິກາ ປີ 2023, ໂດຍໃນວັນທີ 17 ພຶສຈິກາ ທີ່ຜ່ານມາ ຄະນະຮັບຜິດຊອບ ຕິດຕາມ-ກວດກາ ແລະ ແກ້ໄຂ ສຽງເນືອງນັນ ໃນທຸຣະກິຈຮ້ານອາຫານ ແລະ ຮ້ານບັນເທີງ ຢູ່ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ຮ້ານອາຫານ ແລະ ຮ້ານບັນເທີງ ຢູ່ເຂດເມືອງຈັນທະບູຣີ, ໂດຍພົບເຫັນ ຮ້ານທີ່ຍັງເຮັດຜິດຢູ່ 8 ຮ້ານ.

ໃນວັນທີ 08 ທັນວາ ຜ່ານມາ, ຄະນະຮັບຜິດຊອບ ຕິດຕາມ-ກວດກາ ແລະ ແກ້ໄຂ ສຽງເນືອງນັນ ພ້ອມເຈົ້າໜ້າທີ່ຕຳຣວດ ນະຄອນຫຼວງວຽງຈັນ ແລະ ຫ້ອງການຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງໄຊທານີ ໄດ້ລົງຕິດຕາມ-ກວດກາ ແກ້ໄຂບັນຫາດັ່ງກ່າວ ແລະ ພົບຮ້ານອາຫານ 7 ຮ້ານ ແລະ 1 ຮ້ານບັນເທີງ ທີ່ລະເມີດລະບຽບ ເປີດກາຍເວລາ 23:00 ໂມງ ແລະ ເປີດສຽງດັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.