ຫຼວງພຣະບາງ ມ.ມໍຣະດົກໂລກ 25 ປີ
2020.12.10
ວັນທີ 9 ທັນວາ ປີ 2020 ເປັນວັນຄົບຮອບ 25 ປີ ທີ່່ ນະຄອນຫລວງພຣະບາງ ໄດ້ຮັບການຂຶ້ນທະບຽນ ເປັນເມືອງມໍຣະດົກໂລກ ຈາກ ອົງການ UNESCO ໃນປີ 1995 ຊຶ່ງ ໃນປັດຈຸບັນ ເມືອງມໍຣະດົກໂລກ ຫລວງພຣະບາງ ກຳລັງປະເຊີນກັບ ການປ່ຽນແປງ ຍ້ອນການພັທນາ ເສຖກິດ-ສົງຄົມ ຈາກນັກລົງທຶນ ທີ່ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງເມືອງມໍຣະດົກໂລກ. ດັ່ງຊາວນະຄອຫນຫລວງພຣະບາງ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 10 ທັນວາ ນີ້ວ່າ:
“ທຸກສີ່ງທຸກຢ່າງແຫຼະ ປ່ຽນໄປຫຼາຍ, ດຽວນີ້ກະບໍ່ຫຼາຍແລ້ວ ເພາະວ່າໂຄວິິດ ແລ້ວຂະເຈົ້າກໍຈະກັບໄປເມືອງຂະເຈົ້າຫຼາຍແລ້ວເດ້, ເມື່ອກ່ອນກະຫຼາຍ ສ່ວນຫລາຍຈະຂະເຈົ້າກະມາ ເຮັດທຸຣະກິດ ຂອງຂະເຈົ້ານີ້ແຫລະ ໂຮງແຮມ ຮ້ານອາຫານກະຫລາຍໂຮງແຮມ.”
ທ່ານກ່າວຕື່ມວ່າ ການປ່ຽນແປງທີ່ຫນ້າກັງວົນທີສຸດ ຄືການຍ້າຍເຂົ້າມາຂອງຄົນຕ່າງຊາດ ໂດຍສະເພາະກຸ່ມຄົນຈີນ ທີ່ເຂົ້າມາລົງທຶນ ເຮັດທຸຣະກິດຕ່າງໆ ເປັນຈຳນວນຫຼາຍ ໃນໄລຍະຜ່ານມາ ບາງຄົນກໍເຂົ້າມາເພື່ອສແວງຫາຜົລປໂຍດ ເປີດຮ້ານອາຫານຮ້ານກິນດື່ມ ແບບການປິດເປີດ ບໍ່ເປັນເວລາ ສົ່ງສຽງດັງ ໂດຍບໍ່ຄຳນຶງເຖິງຜົລກະທົບ ຕໍ່ ປະຊາຊົນ ທ້ອງຖິ່ນ ແລະ ນັກທ່ອງທ່ຽວ.
ເຈົ້າຂອງບ້ານພັກຂນາດນ້ອຍ ທ່ານນື່ງຢູ່ນິຄອນຫລວງພຣະບາງກ່າວຕໍ່ເອເຊັຽເສຣີວ່າ ເມືອງມໍຣະດົກໂລກ ທີ່ຜ່ານມາ ເປັນເມືອງ ແຫ່ງຄວາມສງົບ ສັມພັດກັບວິວ ທັມມະຊາດ ແລະ ຮຽນຮູ້ວັທນະທັມ ຄົນເມືອງທ້ອງຖິ່ນ ຊຶ່ງເປັນທີ່ນິຍົມຂອງກຸ່ມນັກທ່ອງທ່ຽວ ຈາກ ຢູໂຣບ ແລະ ອື່ນໆ ແຕ່ໃນໄລຍະຫລັງໆ ມານີ້ປ່ຽນແປງໄປຫຼາຍດ້ານ ນັບຕັ້ງແຕ່ນັກທ່ອງທ່ຽວ ຈີນ ເລີ້ມເຂົ້າມາທ່ອງທ່ຽວ ແລະ ເຮັດທຸຣະກິດ ເຮັດໃຫ້ນັກທ່ອງທ່ຽວ ຈາກ ຢູໂຣບຫລຸດລົງ.
“ເບິ່ງງ່າຍໆຊະ, ແຕ່ກີ້ຫັ້ນ, ມີແຕ່ຕ່າງປະເທດ ດຽວນີ້ມີຈີິນເຂົ້າມາ ເຂົາຢາກຜ່ອນໆລົງຢາກໄປບ່ອນອື່ນ ໄປບ່ອນທີ່ຄົນຈີນ ບໍ່ໄປ, ແລ້ວບາດນີ້ບາດຈີນເຂົາຜັດຄົນຫລາຍເນາະ ແລ້ວໄປເຂົາມັກໄປແບບທົວ ຫັ້ນອີກ.”
ເຈົ້າຂອງບໍຣິສັດນຳທ່ຽວແຫ່ງນຶ່ງ ຢູ່ນະຄອນຫລວງພຣະບາງກ່າວວ່າ, ຍ້ອນທາງການອະນຸຍາດ ໃຫ້ກຸ່ມຄົນຈີນເຂົ້າມາເຮັດທຸຣະກິດ ແລະ ທ່ອງທ່ຽວຫລາຍຂຶ້ນ ຈຶ່ງເຮັດໃຫ້ການ ທ່ອງທ່ຽວເມືອງມໍຣະດົກໂລກ ຫລວງພຣະບາງ ບໍ່ຄືແຕ່ເກົ່າ, ບັນຫາທີ່ເຫັນແຈ້ງທີ່ສຸດ ຄື; ພຶດຕິກັມ ຂອງ ກຸ່ມຄົນຈີນ ທີ່ມັກເຂົ້າມາເປັນກຸ່ມໃຫຍ່ ແລະ ສົ່ງສຽງດັງ ຊຶ່ງຈະແຕກຕ່າງ ຈາກ ນັກທ່ອງທ່ຽວຈາກຢູໂຣບ ແລະ ອາເມຣິກາ ທີ່ຕ້ອງການມາຊອກຫາຄວາມສງົບ ໂອ້ລົມກັນແບບສຸພາບ ແລະ ມີມາຣະຍາດ.
“ຕອນນີ້ຫລວງພຣະບາງ ກໍເລີ້ມມີບັນຫາຫຼາຍ, ເຣື້ອງນີ້ມັນຕ້ອງເຂົ້າໃຈ ຕ້ອງເຄົາຣົບພື້ນທີ່ນັ້ນໆ ນັກທ່ອງທ່ຽວຢູໂຣບ ຂອງພວກເຮົາ ກຳລັງຫລຸດລົງ ຍ້ອນວ່າພຶດຕິກັມຂອງຈີນຫັ້ນ.”
ນອກຈາກນີ້, ເມືອງມໍຣະດົກໂລກ ຫລວງພຣະບາງ ຍັງປະເຊີນກັບການປ່ຽນແປງ ດ້ານການພັທນາຮູບແແບບອາຄານ ຍ້ອນກຸ່ມ ທຸຣະກິດ ໄດ້ຕໍ່ເຕີມດັດແປງ ຕຶກອາຄານໂດຍບໍ່ແຈ້ງ ຕໍ່ຫ້ອງການ ມໍຣະດົກໂລກ ຊຶ່ງ ອົງການ UNESCO ໄດ້ອອກຣະບຽບ ຢ່າງຈະແຈ້ງວ່າ ການສ້າງ ແລະ ການສ້ອມແປງ ຕ້ອງເຮັດໃຫ້ເປັນ ສະພາບຮູບແບບດັ້ງເດີມ ແລະ ຫ້າມຕໍ່ເຕີມ ດັດແປງ ຈົນເຮັດໃຫ້ຮູບແບບອາຄານ ປ່ຽນໄປຈາກເດີມ. ດັ່ງເຈົ້າຫນ້າທີ່ຫ້ອງການ ມໍຣະດົກໂລກ ແຂວງຫລວງພຣະບາງ ທ່ານນື່ງກ່າວ ຕໍ່ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ມີການຣະເມີດ ຕົງທີ່ວ່າ, ຂະເຈົ້າເຮັດໄປ ໂດຍທີ່ວ່າບໍ່ໄດ້ຮັບອະນຸຍາດເນາະ, ກ່ຽວກັບການປຸກສ້າງເນາະ, ມັນຕ້ອງໄດ້ເຂົ້າມາ ປະກອບເອກສານ ຢູ່ໃນກອບຂອງຣະບຽບ ທີ່ວ່າ ເຮົາກຳນົດໄວ້ ເຮົາກະສາມາດແນະນຳຂະເຈົ້າ ໃຫ້ປະກອບເອກສານຄືນ.”
ອີກນື່ງບັນຫາທີ່ສຳຄັນ ທີ່ຈະເຮັດໃຫ້ເມືອງມໍຣະດົກໂລກຫຼວງພຣະບາງ ມີການປ່ຽນແປງຢ່າງໃຫຍ່ ແລະ ຈະບໍ່ສາມາດຫວນຄືນມາ ໄດ້ນັ້ນກໍຄື, ໂຄງການສ້າງເຂື່ອນຫລວງພຣະບາງ ໃນແມ່ນ້ຳຂອງ ທີ່ຕັ້ງຢູ່ເຫນືອເມືອງມໍຣະດົກໂລກ ຫລວງພຣະບາງພຽງແຕ່ 20 ກິໂລແມັດ ເທົ່ານັ້ນ, ແຜນການນີ້ ຈະເຮັດໃຫ້ສະພາບແວດລ້ອມ, ທິວທັດ, ວັທນະທັມ ພາຍໃນເມືອງ ມໍຣະດົກໂລກ ສູນເສັຽໄປ ແລະ ຮ້າຍໄປກວ່ານັ້ນ ຈະເຮັດໃຫ້ນັກທ່ອງທ່ຽວຫລຸດລົງ.
ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ກົມມໍຣະດົກໂລກ ກະຊວງຖແລງຂ່າວວັທນະທັມ ແລະການທ່ອງທ່ຽວ ທ່ານນຶ່ງເວົ້າວ່າເບື້ອງຕົ້ນທາງກົມ ມໍຣະດົກໂລກໄດ້ສເນີບັນຫາ ແລະຄວາມສ່ຽງ ໃຫ້ຣັຖບານເອົາໄປສຶກສາ ແລະທົບທວນແຜນການສ້າງ ເຂື່ອນຫຼວງພຣະບາງຄືນໃຫມ່.
“ຂ້າພະເຈົ້າ ກະໄດ້ປຶກສາຫາລືກັນແລ້ວເນາະ, ເພາະວ່າໂຄງການນີ້ ມັນເປັນໂຄງການຣະດັບຊາດແດ່ເນາະ ເພາະວ່າກະຊວງເປັນຜູ້ ອະນຸມັດມາເນາະ ພວກເຮົາກະມີແຕ່່ ຂໍຄວາມເຫັນເພິ່ນຄືນ ວ່າຊິເຮັດແນວໃດເນາະ, ເພາະວ່າພວກເຮົາບໍ່ສາມາດ ໄປກວດສອບເພິ່ນ ໄດ້, ມັນມີຜົລກະທົບ ເຮົາເຮັດບົດຣາຍງານ ຜົລກະທົບຕ່າງໆ ແມ່ນຫຍັງແລ້ວບໍ ກະທົບມໍຣະດົກແນວໃດ ພວກເຮົາໄດ້ເຮັດແລ້ວບໍ.”
ໃນໂອກາດວັນຄົບຮອບ 25 ປີ ທີ່ນະຄອນຫລວງພຣະບາງ ໄດ້ຮັບການຂຶ້ນທະບຽນເປັນເມືອງມໍຣະດົກໂລກ ໃນວັນທີ 9 ທັນວາ, ຊຶ່ງ ເປັນແຫລ່ງທຳອິດໃນລາວ ແລະ ກໍເປັນປີທຳອິດ ທີ່ເມືອງມໍຣະດົກໂລກ ຫລວງພຣະບາງບໍ່ສາມາດຈັດງານສລອງວັນ ດັ່ງກ່າວໄດ້ ຍ້ອນການຣະບາດ ຂອງໂຄວິດ-19 ເຮັດໃຫ້ ບັນຍາກາດພາຍໃນເມືອງ ບໍ່ຄຶກຄື້ນ ແລະ ການຄ້າຂາຍ ກໍບໍ່ດີ ຄືປີຜ່ານມາ. ດັ່ງ ເຈົ້າຫນ້າທີ ຜແນກຖແລງຂ່າວ ວັທນະທັມ ແລະ ການທ່ອງທ່ຽວ ແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ວ່າ:
“ກະບໍ່ໄດ້ເຮັດກິຈກັມຫຍັງຫລາຍ ມີແຕ່ເຂົາຈັດພາຍໃນຊື່ໆ ຫັ້ນນ່າ, ກະຊິອິງໃສ່ ສະພາບເສຖກິດແດ່, ອິງໃສ່ການຣະບາດຂອງ ພຍາດແດ່ເນາະ ມັນກະມີຫຼາຍຢ່າງ ຈໍາກັດຫຼາຍແນວ ແມ່ນພວກເຮົາກະປັບປຸງ ເຣື້ອງການຮອງຮັບຫັ້ນແຫລະ ເພື່ອເວລານັກ ທ່ອງທ່ຽວເຂົ້າມາ ໃນຕໍ່ຫນ້າກະໃຫ້ມີຄວາມສະດວກຄືນ ຫັ້ນນ່າເນາະ.”
ທ່ານກ່າວຕື່ມວ່າ ໃນໄລຍະ ທີ່ມີການປິດປະເທດ ຍ້ອນການຣະບາດຂອງໂຄວິດ-19 ທາງແຂວງຫລວງພຣະບາງ ກໍໄດ້ມີການ ປັບປຸງສ້ອມແປງ ສະຖານທີ່ທ່ອງທ່ຽວຕ່າງໆ ຮວມເຖິງຫ້ອງນ້ຳ ສາທາຣະນະ, ເສັ້ນທາງ, ການເອົາສາຍໄຟຟ້າລົງໃຕ້ດິນ ເພື່ອເປັນການຕຽມພ້ອມ ສຳລັບການທ່ອງທ່ຽວ ຫາກມື້ໃດເປີດປະເທດຄືນໃຫມ່.
ຕໍ່ການປ່ຽນແປງທີ່ເກິດຂຶ້ນໃນປັດຈຸບັນ ຂອງເມືອງມໍຣະດົກໂລກຫລວງພຣະບາງ ຣັຖບານລາວໄດ້ເນັ້ນຫນັກໃສ່ການສ້າງຣາຍໄດ້ ຈາກນັກລົງທຶນ ແລະ ການທ່ອງທ່ຽວ ຈົນລືມໄປ ວ່າສິ່ງທີ່ຄວນອະນຸຮັກ ແລະຮັກສາໄວ້ ໃຫ້ຢັ້ງຢືນນັ້ນຄື ວັທນະທັມ, ແຫຼ່ງທ່ອງທ່ຽວ ແມ່ນ້ຳ ແລະ ສະພາບແວດລ້ອມ ອັນຫລາກຫລາຍ ແລະ ສວຍສົດງົດງາມ ທີ່ເປັນສເນ່ ຂອງ ເມືອງມໍຣະດົກໂລກຫລວງພຣະບາງ ສຳລັບນັກທ່ຽວທ່ຽວຕ່າງຊາດ.