ມໍຣະດົກໂລກ ທົ່ງໄຫຫິນ
ທົ່ງໄຫຫິນ ເປັນ ມໍຣະດົກໂລກ ຢ່າງ ເປັນທາງການ ແລ້ວ.
-
ສຸພັດຕາ
2019-11-21 -
-
-
Your browser doesn’t support HTML5 audio
ທົ່ງໄຫຫິນ ແຂວງຊຽງຂວາງ ໄດ້ຮັບໃບຢັ້ງຢືນເປັນ ມໍຣະດົກໂລກ ຢ່າງເປັນທາງການແລ້ວ ຈາກ ຢູເນັສໂກ ໃນວັນທີ 18 ພຶສຈິກາ 2019 ທີ່ ນະຄອນຫຼວງ ປາຣີ ປະເທດຝຣັ່ງເສດ, ອີງຕາມຄໍາເວົ້າ ຂອງຫົວໜ້າຜແນກວັທນະທັມ ແລະທ່ອງທ່ຽວ ແຂວງຊຽງຂວາງ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 20 ພຶສຈິກາ ນີ້:
“ແມ່ນ ເປັນທາງການແລ້ວ ປະທານຢູເນັສໂກ ເປັນຜູ້ມອບ ຣັຖມົນຕຣີເປັນຜູ້ໄປຮັບເນາະ ກັບຫົວໜ້າກົມມໍຣະດົກ ມັນມີ 11 ແຫ່ງ ເປັນຕົວແທນບັນດາໄຫຫິນ ໝົດເກືອບ 2 ພັນກວ່າໜ່ວຍ ເນາະ ກະພູມໃຈຫຼາຍຫັ່ນແລ້ວເນາະ ກະຄືວ່າສູ້ຊົນມາເກືອບ 20 ກວ່າປີ ແລ້ວການສເລີມສລອງໄຫຫິນ ມໍຣະດົກໂລກ ຊິແມ່ນ 21 ເດືອນສາມເດີ້ 2020.”
ຈໍານວນໄຫຫິນປະມານ 2 ພັນກວ່າໜ່ວຍມີເນື້ອທີ່ 200 ເຮັກຕາ ກວມເອົາ 4 ເມືອງ ຄື: ເມືອງຄໍາ, ເມືອງຜາໄຊ, ເມືອງແປກ ແລະ ເມືອງພູກູດ ມີທັງໝົດ 11 ແຫ່ງ ໂດຍໄດ້ຜ່ານການຮັບຮອງ ຈາກອົງການເກັບກູ້ຣະເບີດແລ້ວ ສາມາດໃຫ້ນັກທ່ອງທ່ຽວ ຢ້ຽມຊົມໄດ້ ຢ່າງປອດພັຍ, ດັ່ງເຈົ້າໜ້າທີ່ ເກັບກູ້ຣະເບີດ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ມັນມີແຕ່ 11 ແຫ່ງ ທົ່ງໄຫຫິນທີ່ຮອງຮັບ ເຂົ້າມໍຣະດົກໂລກ ທີ່ພວກເຮົາກວດກູ້ຣະເບີດແລ້ວ ຈະບໍ່ມີບັນຫາ ຈະມີໃບຢັ້ງຢືນຄວາມປອດພັຍ ບັດນີ້ພວກເຮົານໍາທ່ຽວດອກ ໃນແຕ່ລະບ່ອນເຂົາຈະມີ ພາກສ່ວນເຈົ້າໜ້າທີ່ ຮັບຜິດຊອບຂອບເຂດຂະເຈົ້າ.”
ຫົວໜ້າຜແນກວັທນະທັມ ແລະທ່ອງທ່ຽວກ່າວຕື່ມວ່າ ຜ່ານມາໄດ້ມີການປັບປຸງເຮືອນພັກ ຮ້ານອາຫານ ແລະສະຖານທີ່ທ່ອງທ່ຽວໃຫ້ດີຂຶ້ນ:
“ດຽວນີ້ ຄວາມພ້ອມກຽມຮັບແຂກ ຣັຖບານກໍາລັງສ້າງສນາມບິນສາກົລ ຢູ່ແຂວງຊຽງຂວາງ ໂຮງແຮມ, ເຮືອນພັກ ຮ້ານອາຫານ ແລ້ວກະ ເລື້ອງ ຄົມມະນາຄົມ ດຽວຣົດບໍຣິການເນາະ ກະບໍ່ສາມາດ ເປີດບໍຣິການໄດ້ໝົດ 11 ແຫ່ງ ບາງຈຸດຍັງຢູ່ເຂດນອກ ສ່ວນຫຼາຍເອົາຣົດໄປ ຈອດຢູ່ຈຸດ ແລ້ວຍ່າງທ່ຽວເລາະ.”
ທົ່ງໄຫຫິນຖືວ່າເປັນມໍຣະດົກໂລກແຫ່ງທີ່ 3 ຂອງລາວ. ນະຄອນຫຼວງພຣະບາງ ເປັນມໍຣະດົກໂລກແຫ່ງທີ່ 1 ໃນປີ 1995 ຈາກນັ້ນ ວັດພູ ຈໍາປາສັກ ກໍຖືກຮັບຮອງ ເປັນມໍຣະດົກໂລກ ແຫ່ງທີ່ 2 ໃນປີ 2001.