ຄຸນພໍ່ລາວຖືກແຕ່ງຕັ້ງ ເປັນ Cardinal

ສປປລາວໄດ້ Cardinal ອົງທຳອິດ ຜູ້ທີ່ບໍ່ເຫັນພ້ອມ ໃນການ ທຳລາຍປ່າໄມ້ ແລະ ການສ້າງເຂື່ອນ.

ໂບດຂອງຜູ້ເຊື່ອຖື ສາສນາຄາໂຕລິກ ທີ່ ສປປ ລາວ RFA/LX

ອົງສັນຕະປາປາ ທີ່ກຸງໂຣມ ໄດ້ແຕ່ງຕັ້ງ ຄຸນພໍ່ຫຼຶງ ມັງ​ຄະ​ເນ​ກຸນ ຈາກໂບດ Louis-Mary ເມືອງປາກເຊ ພາກໃຕ້ ຂອງລາວເປັນ Cardinal ອົງທຳອິດ ຂອງລາວ.

ຄຸນພໍ່ຫຼິງ ອາຍຸ 73 ປີ ເປັນຊົນເຜົ່າຂະມຸ ຈາກເຂດພູດອຍ ພາກເຫນືອຂອງລາວ ທ່ານໄດ້ກ່າວຕໍ່ ອົງການຂ່າວສານ ຄາໂຕລິກ ucanews.com ຫລັງຈາກຖືກ ແຕ່ງຕັ້ງວ່າ ທ່ານບໍ່ນຶກ ບໍ່ຝັນເລີຍທີ່ວ່າ ການແຕ່ງຕັ້ງ ດັ່ງກ່າວ ຈະເປັນໄປໄດ້ ຊຶ່ງການແຕ່ງຕັ້ງ ໃຫ້ ທ່ານເປັນ Cardinal ຖືກຕຶກຕອງ ມາເປັນເວລາ 17 ປີ ຫລັງຈາກທີ່ ທ່ານມີຕຳແຫນ່ງເປັນ Bishop ໃນໂບດສາສນາ ຄາໂຕລິກ ທີ່ມີສູນກາງ ຢູ່ເມືອງປາກຊັນ ບ່ອນທີ່ທ່ານ ໄດ້ພົວພັນ ກັບໂບດທີ່ ນະຄອນຫຼວງວຽງຈັນ.

ອົງການສາສນາຄາໂຕລິກໃນລາວ ໃຫ້ການຕໍ່ ອົງການຂ່າວ ucanews.com ວ່າຄຸນພໍ່ຫຼິງ ເປັນຄົນຂະຫຍັນ ແລະ ມີຄວາມອ່ອນນ້ອມ ຕໍ່ຊຸມຊົນ ໃນຂນະທີ່ ທ່ານເປັນ Bishop ຢູ່ໂບດ ຄາໂຕລິກ ຢູ່ເມືອງປາກເຊ ທ່ານສົນໃຈ ໃນການປົກປ້ອງ ສິ່ງແວດລ້ອມ ຕ້ານການ ທຳລາຍປ່າໄມ້ ໂດຍບໍຣິສັດ ທີ່ມີເສັ້ນສາຍ ດ້ວຍການ ບັງຄັບຊາວບ້ານ ໃຫ້ຫນີຈາກພື້ນທີ່ ແລະ ສ້າງບັນຫາ ທາງດ້ານສັງຄົມ ໃຫ້ແກ່ ຊຸມຊົນ ໃນລາວ.

ການສ້າງເຂຶ່ອນໃນລາວ ເປັນການທຳຮ້າຍ ສິ່ງແວດລ້ອມ ແລະ ຣະບົບນິເວດ ແລະການສໍ້ຣາສບັງຫລວງ ແຮງເລັ່ງ ຄວາມເສັຽຫາຍ ເພີ້ມຂຶ້ນ ຊຶ່ງໃນປັດຈຸບັນນີ້ ພວກເຮົາ ເລີ້ມທຳຮ້າຍ ເຮົາເອງ. ທ່ານວ່າ ບໍ່ແມ່ນຍ້ອນ ສະພາບອາກາດ ປ່ຽນແປງ ເປັນຍ້ອນການ ກະທຳ ຂອງມະນຸດ, ມະນຸດກະທຳ ສີ່ງທີ່ຜິດ ໃນການທຳຮ້າຍ ໂລກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org