ຄົນງານລາວຢູ່ໄທຍ ປີໃໝ່ ບໍ່ໄດ້ ກັບບ້ານ
2021.04.13

ຄົນງານລາວໃນປະເທດໄທຍ ຫລາຍຄົນຢາກກັບຄືນບ້ານ ໄປສລອງປີໃໝ່ ແຕ່ກໍບໍ່ສາມາດກັບໄດ້ ຍ້ອນດ່ານຊາຍແດນຍັງປິດ ແລະ ມີຄວາມຫຍຸ້ງຍາກ ທາງດ້ານການເງິນ ຍ້ອນ ໂຄວິດ-19 ຍັງຣະບາດຮຸນແຮງຢູ່ໄທຍ.
ແມ່ຍິງລາວນາງນຶ່ງ ອາຍຸ 30 ປີ ຈາກແຂວງໄຊຍະບູລີ ທີ່ໄປເຮັດວຽກເສີມສວຍ ຢູ່ແຂວງຣາດຊະບູຣີ ຂອງໄທຍ ເວົ້າຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 13 ເມສາ ນີ້ວ່ານາງຈະບໍ່ກັບ ບ້ານທີ່ປະເທດລາວ ໃນໄລຍະບຸນປີໃໝ່ລາວ ພສ. 2564 ນີ້ ເຖິງຢາກຈະກັບໄປຫົດ ສົງນໍ້າ ຜູ້ເຖົ້າຜູ້ແກ່ ຍ້ອນກັງວົນວ່າ ຖ້າກັບໄປລາວໃນໄລຍະນີ້ ກໍຈະກັບຄືນມາໄທຍ ບໍ່ໄດ້ ແລະບໍ່ມີເງິນສົ່ງໃຫ້ຄອບຄົວ:
“ແຕ່ຖ້າຫາກເຮົາກັບໄປ ຫາກເຮົາເຂົ້າມາອີກ ມັນຈະຍາກ ເພາະວ່າບໍ່ຮູ້ວ່າ ປະເທດເຂົາສິເປີດຕອນໃດ ດ່ານເຂົາສິເປີດຕອນໃດ. ແມ່ນຢູ່ຢູ່ບ້ານເຮົາ ມັນບໍ່ມີເຮືອນເຊົ່າ ເຂົ້າຊື້ເຮົາກິນ ໄດ້. ແຕ່ມາບາດນີ້ ເງິນເຮົາໃຊ້ຊີວິດປະຈໍາວັນເຮົາເດ໋ ສົມມຸດວ່າສິລົງທຶນ ເຮັດນັ້ນນີ້ ມີຢູ່ເງິນລົງທຶນ ບາດນີ້ເງິນສິເກັບ ອັນນີ້ໝົດ ເຮົາສິໄປຊື້ອີກ ມັນກໍບໍ່ມີ, ອັນນີ້ເຮົາສິຢຸດຫລືບໍ່ຢຸດ ເຮົາກໍໄດ້ເງິນເດືອນເຕັມ ດີກວ່າເຮົາໄປພັກຢູ່ບ້ານເຮົາ.”
ນາງເວົ້າຕື່ມວ່າ ທີ່ຜ່ານມາ ຕົນກັບບ້ານຜ່ານດ່ານນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເພາະດ່ານນີ້ ຈະເປີດທຸກວັນທີ 16 ຂອງ ທຸກເດືອນ ແຕ່ມາດຽວນີ້ ມີການສັ່ງປິດດ່ານ ແບບບໍ່ມີກໍານົດ ຍ້ອນການຣະບາດຂອງໂຄວິດ-19.
ຄົນລາວຜູ້ນຶ່ງ ຈາກແຂວງສວັນນະເຂດ ທີ່ເຮັດວຽກອອກແບບຜລິຕພັນກ່ອງ ຢູ່ບາງກອກ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຕົນບໍ່ມີແຜນທີ່ຈະກັບເມືອບ້ານເທື່ອ ໃນໄລຍະ ບຸນປີໃໝ່ລາວນີ້ ເນື່ອງຈາກທາງການໄທຍ ແລະລາວປິດດ່ານຊາຍແດນ, ຫາເງິນຢູ່ ໄທຍ ໄປກ່ອນ:
“ບໍ່ໄດ້ເມືອ ໂຄວິດ-19 ຢູ່ ເມືອຕ່າງຈັງວັດ ຍັງບໍ່ໄດ້ ສິເມືອລາວໄດ້ຈັ່ງໃດ໋ ອ໋າວ ມີໂອກາດ ກໍຫາເງິນກ່ອນ ສິຟ້າວກັບໄປສັງເນາະ ພໍ່ແມ່ ກໍເຖົ້າແລ້ວເນາະ ຖ້າເຮົາຢຸດວຽກ ເສຖກິດຈັ່ງຊີ້ ພໍ່ແມ່ເຈັບເປັນມາ ບໍ່ມີເງິນມາ ສິເຮັດຈັ່ງໃດ.”
ແລະແມ່ຍິງລາວອີກນາງນຶ່ງ ອາຍຸ 23 ປີ ຈາກ ແຂວງສາລະວັນ ທີ່ເຮັດວຽກເປັນແມ່ບ້ານ ຢູ່ແຂວງສະມຸດສາຄອນ ກໍເວົ້າວ່າ ຕົນຈະບໍ່ກັບບ້ານ ໃນໄລຍະບຸນປີໃໝ່ລາວນີ້ ເຖິງແມ່ນຢາກກັບໄປຫົດສົງນໍ້າ ຜູ້ເຖົ້າຜູ້ແກ່ ຍ້ອນບໍ່ຢາກຖືກ ກັກຕົວຢູ່ສູນ ແລະ ຢ້ານບໍ່ໄດ້ກັບຄືນມາໄທຍ, ບໍ່ຢາກຂາດຣາຍໄດ້:
“ກັບບໍ່ໄດ້ ເພາະວ່າຊ່ວງນີ້ ມັນໂຕໂຄວິດເດ໋ ເອີ໋ ເຮົາຕິດໄປ ແລ້ວກັບໄປຕິດເພິ່ນຈັ່ງຊີ້ນ່າ ເພາະວ່າ ທາງລາວມັນກໍບໍ່ໄດ້ຕິດຫຼາຍ ຄືທາງນີ້ເດ໋ ມັນກໍຕ້ອງເບິ່ງເງິນເບິ່ງຫຍັງກ່ອນ ເອື້ອຍ ເພາະວ່າຖ້າເຮົາກັບໄປແຕ່ໂຕ ເຮົາບໍ່ມີເງິນຄືເກົ່າ ເຮົາກັບໄປ ຢູ່ກັບບ້ານ ຈັ່ງຊີ້ນ່າ ກັບໄປກໍຕ້ອງມີຄ່າໃຊ້ຈ່າຍຫລາຍ.”
ເວົ້າເຖິງເຣື່ອງການປິດດ່ານຊາຍແດນ ໄທຍ-ລາວ ເຈົ້າໜ້າທີ່ສູນກາງ ສໍານັກງານກວດຄົນເຂົ້າເມືອງ ຂອງໄທຍ ກ່າວວ່າໃນໄລຍະນີ້ ດ່ານຊາຍແດນທົ່ວປະເທດໄທຍ ປິດໝົດ ເພື່ອປ້ອງກັນການແຜ່ຣະບາດ ຂອງໂຄວິດ-19 ແລະວ່າ ຫາກຄົນລາວ ທີ່ອາສັຍຢູ່ໄທຍ ຢາກຈະກັບຄືນລາວ ໃນໄລຍະບຸນປີໃໝ່ລາວນີ້ ກໍຕ້ອງໄດ້ຕິດຕໍ່ກັບ ສະຖານທູດລາວ ປະຈໍາ ປະເທດໄທຍ ເພື່ອຈ່ອງປີ້ຍົນກັບລາວ ແລະ ຈະຖືກກັກຕົວຕາມ ທີ່ທາງການລາວກໍານົດ, ສ່ວນວ່າດ່ານຊາຍແດນ ທາງບົກ ແລະທາງນໍ້າ ບໍ່ມີກໍານົດເປີດເທື່ອ:
“ເບື້ອງຕົ້ນ ທັງໝົດດ່ານກວດຄົນເຂົ້າເມືອງ ທີ່ເປັນດ່ານຊາຍແດນຕ່າງໆ ໃນປະເທດໄທຍ ຍັງບໍ່ເປີດ, ແຕ່ວ່າການເດີນທາງກັບລາວ ຂອງຄົນງານລາວ ຫລື ຄົນງານຕ່າງດ້າວ ແນະນໍາໃຫ້ໄປທາງສາຍ ການບິນແທນ ເພາະວ່າສາຍການບິນນີ້ ທາງເດີ່ນບິນຂອງໄທຍ ບໍ່ໄດ້ປິດ, ສ່ວນດ່ານອື່ນໆຍັງບໍ່ເປີດ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສາທາຣະນະສຸຂ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງຍັງບໍ່ມີ ແຜນເປີດດ່ານຊາຍແດນ ໃນໄລຍະນີ້ເທື່ອ ເນື່ອງຈາກວ່າເມື່ອບໍ່ດົນມານີ້ ລາວກວດພົບຜູ້ຕິດໂຄວິດ-19 ເປັນຄົນລາວທີ່ເຮັດວຽກ ຢູ່ໄທຍ ລັກເຂົ້າມາ, ດັ່ງນັ້ນທາງການຈຶ່ງຕ້ອງເຂັ້ມງວດກວດກາຂຶ້ນ:
“ຢູ່ລາວ ກໍພົບເຊື້ອອີກ ຢູ່ວຽງຈັນ ກັບແຈ້ງການດ່ວນ ໃຫ້ຢຸດການສັນຈອນ ປິດຕົວເມືອງອີກ ຊ່ວງນີ້ເພິ່ນກໍເຂັ້ມງວດແດ່ໜ້ອຍນຶ່ງ.”
ເຈົ້າໜ້າທີ່ຄະນະສະເພາະກິດ ຕ້ານໂຄວິດ-19 ນະຄອນຫລວງວຽງຈັນ ກ່າວວ່າ ຢາກໃຫ້ຄົນລາວ ທີ່ຢູ່ປະເທດໃກ້ຄຽງໂດຍສະເພາະ ຢູ່ໄທຍ ພາກັນສລອງບຸນປີໃໝ່ ລາວ ຢູ່ໃນປະເທດນັ້ນ ເພື່ອປ້ອງກັນການແຜ່ຣະບາດ ຂອງໂຄວິດ-19 ແລະວ່າ ໃຫ້ລໍຖ້າແຈ້ງການ ຂອງພາກສ່ວນທີ່ກ່ຽວຂ້ອງ ວ່າຈະເປີດດ່ານຊາຍແດນມື້ໃດ ຕອນນີ້ດ່ານຈະປິດ ໄປເຖິງວັນທີ 30 ເມສາ ນີ້, ອະນຸຍາດໃຫ້ແຕ່ຣົດ ບັນທຸກສິນຄ້າ ເຂົ້າ-ອອກໄດ້ ຕາມທີ່ຣະບຽບກໍານົດໄວ້ ເທົ່ານັ້ນ ດັ່ງທີ່ທ່ານກ່າວວ່າ:
“ແຈັ້ງການເພິ່ນຈະປິດປະເທດ ປິດເມືອງ ຮອດວັນທີ 30 ເດືອນ 4 ເລີ່ມແຕ່ມື້ນີ້ ເຂົາເຈົ້າຄົນງານລາວ ຢູ່ປະເທດໃດກໍສເລີມສລອງ ບຸນປີໃໝ່ລາວໃນປະເທດນັ້ນ.”
ອີງຕາມການຖແລງຂ່າວ ຕໍ່ສື່ມວນຊົນລາວ ຂອງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາ ຣະນະສຸຂໃນມື້ວັນທີ 11 ເມສາ 2021, ທ່ານໄດ້ ຮຽກຮ້ອງໃຫ້ອໍານາດ ການປົກຄອງທ້ອງຖິ່ນເຂັ້ມງວດ ໃຫ້ຜູ້ທີ່ເດີນທາງມາຈາກ ປະເທດໃກ້ຄຽງ ໂດຍສະເພາະແມ່ນໄທຍ ຕ້ອງໄປກວດຫາໂຄວິດ-19 ແລະກັກຕົວຕາມຣະບຽບ ການ ດັ່ງທີ່ທ່ານກ່າວວ່າ:
“ແລະຂ້າພະເຈົ້າ ກໍຮຽກຮ້ອງໃຫ້ບັນດາທ່ານ ຕໍ່ອໍານາດການປົກຄອງທ້ອງຖິ່ນ ນ້າຍບ້ານ ຄະນະບ້ານ ຈົ່ງເອົາໃຈໃສ່ຕິດຕາມລູກບ້ານ ໂດຍສະເພາະແມ່ນລູກບ້ານ ທີ່ມີປວັດການເດີນ ທາງກັບມາຈາກປະເທດ ເພື່ອນບ້ານ ທີ່ມີການຣະບາດນັ້ນ ແມ່ນໃຫ້ນໍາພາຜູ້ກ່ຽວນີ໋ ໄປເຂົ້າສູນຈໍາກັດບໍຣິເວນ ຫລືຣາຍງານໃຫ້ແກ່ ເຈົ້າໜ້າທີ່ພວກເຮົາ ເພື່ອຈະໄດ້ສົ່ງບຸກຄົນ ດັ່ງກ່າວນີ້ ເຂົ້າໄປສະຖານທີ່ ຈໍາກັດ ບໍຣິເວນ ແລະ ກໍເກັບຕົວຢ່າງ ເພື່ອຊອກ ກວດສອບ ຄົ້ນຫາເຊື້ອໂຄວິດ-19.”
ປັດຈຸບັນ ທາງການລາວ ເຂັ້ມງວດໃນການປ້ອງກັນໂຄວິດ-19 ຕາມຊາຍແດນຕ່າງໆ ທີ່ຕິດກັບປະເທດໄທຍ ແລະຂໍຄວາມຮ່ວມມື ກັບຄົນງານລາວ ຢູ່ໄທຍ ໃຫ້ຢູ່ປະເທດໄທຍ ໄປກ່ອນ ຈົນກວ່າວ່າ ສະຖານະການຈະດີຂຶ້ນ ເພື່ອບໍ່ໃຫ້ນໍາເອົາຄວາມສ່ຽງ ເຂົ້າມາ ປະເທດລາວ. ແຕ່ເຖິງຈະເຂົ້າມາລາວ ກໍຕ້ອງເຂົ້າມາຢ່າງຖືກຕ້ອງ, ຜ່ານຂະບວນການກວດຫາ ໂຄວິດ-19 ແລະເຂົ້າສູນກັກຕົວ ຕາມທີ່ທາງການໄດ້ກໍານົດໄວ້.