ຊາວລາວ ໃນສະຫະຣັຖ ສລອງປີໃໝ່ລາວ ຢ່າງຄຶກຄື້ນ

ພູວົງສ໌
2019.04.15
ນາງສາວ ວົງພຣະຈັນ (ລີ່ຊ້າ) ພູມິນ ຜູ້ໄດ້ຮັບຕໍາແໜ່ງ ນາງສັນຂານ ບຸນປີໃໝ່ລາວ ພ.ສ.໒໕໖໒ ທີ່ວັດລາວ ພຸທວົງສ໌ ຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ.
RFA/Chareunsouk

ຊາວລາວ ທີ່ດຳຣົງຊີວິດ ໃນສະຫະຣັຖອາເມຣິກາ ໃນຂົງເຂດນະຄອນຫຼວງວໍຊິງຕັນ ດີຊີ, ໄດ້ພາກັນ ຈັດງານສເລີມສລອງ ບຸນປີໃໝ່ ປະຈຳ ພ.ສ. 2562 ຢ່າງມ່ວນຊື່ນ ໃນມື້ວັນເສົາ ວັນທີ 13 ເມສາ ທີ່ຜ່ານມານີ້. ໃນຕອນເຊົ້າ, ທີ່ວັດລາວພຸທວົງສ໌ ຊາວພຸທລາວ ຫຼາຍພັນຄົນ ໄດ້ພາກັນມາຮ່ວມເຕົ້າໂຮມ ເຮັດບຸນ, ຕັກບາດ, ຖວາຍສັງຄະທານ, ຖວາຍຈັງຫັນ ແລະ ພັຕຫານເພນ ໃຫ້ແກ່ພຣະພິຂຸສົງ ຕາມຮີດຄອງປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ:

“ສຽງພຣະສົງເທສນາ ໃນຣະຫວ່າງພິທີທາງສາສນາ.”

ໃນຕອນບ່າຍ ກໍມີການສເລີມສລອງ ຢ່າງມ່ວນຊື່ນ ດ້ວຍການສະແດງສິລປະດົນຕຣີ ຈາກລູກຫຼານ ຊຸມຊົນລາວ ໃນສະຫະຣັຖ ເປັນຕົ້ນແມ່ນ ມີການຮ້ອງເພັງ, ການສະແດງບົດຟ້ອນ ແລະ ການສະແດງ ສິລປະດົນຕຣີ ຈາກມູລນິທິ ມໍຣະດົກລາວ ເພື່ອໃຫ້ຜູ້ທີ່ເຂົ້າມາຮ່ວມງານ ໄດ້ຮັບຊົມ ຮັບຟັງກັນ.

ນອກຈາກນີ້, ສິ່ງທີ່ຂາດບໍ່ໄດ້ ແມ່ນການປະກວດ ນາງສັງຂານ ປະຈຳປີ ແລະ ພິທີແຫ່ນາງສັງຂານ ເພື່ອເປັນໂຕແທນ ໃນການນຳພາຊາວລາວ ໃນການຫົດສົງ ພຣະພຸທຮູບ ຕາມຄວາມເຊື່ອ ທີ່ໄດ້ປະຕິບັດກັນມາ ແລະ ເປັນສັນຍາລັກ ທີ່ຄຽງຄູ່ ກັບການສເລີມສລອງ ບຸນປີໃໝ່ລາວ.

ທ່ານ ຄຳສາ ສຸຣິວຽງໄຊ, ຊາວລາວ-ອາເມຣິກັນ, ໄດ້ໃຫ້ສຳພາດ ແກ່ຜູ້ສື່ຂ່າວ ເອເຊັຽ ເສຣີ ເຖິງຄວາມຮູ້ສຶກ ຂອງທ່ານ ທີ່ໄດ້ມາຮ່ວມງານ ສເລີມສລອງ ບຸນປີໃໝ່ ປະຈຳ ພສ. 2562 ໃນຄັ້ງນີ້.

“ມີຄວາມດີອົກດີໃຈ ທີ່ວ່າມື້ນີ້ ປີໃໝ່ລາວປີ 2019 ນີ້, ກະເຫັນພີ່ນ້ອງ ຕ່າງຣັຖຕ່າງເມືອງ, ມາຢ້ຽມມາຢາມ ມາຫຼວງມາຫຼາຍ ຈົນວ່າ ເຈົ້າໜ້າທີ່ ຊ່ອຍກັນ ກະຈົນບໍ່ຢາກພຽງພໍ ບໍ່ຢາກທັນ.”

ບໍ່ພຽງແຕ່ ຊາວລາວເທົ່ານັ້ນ ທີ່ເຂົ້າມາຮ່ວມງານ ສເລີມສລອງ ບຸນປີໃໝ່ລາວ, ຄົນເຊື້ອຊາດອື່ນໆ ກໍໄດ້ເຂົ້າມາຮ່ວມ ດັ່ງທ່ານ ເດ, ຊາວ ອາເມຣິກັນ ຈາກຣັຖ ເວີຈິເນັຽ ກໍໄດ້ໃຫ້ສຳພາດ ແກ່ຜູ້ສື່ຂ່າວ ເອເຊັຽເສຣີ ເຖິງຄວາມຮູ້ສຶກ ຂອງທ່ານ ທີ່ໄດ້ມາຮ່ວມງານ ສເລີມສລອງ ບຸນປີໃໝ່ລາວ ປະຈຳ ພສ. 2562 ໃນຄັ້ງນີ້ດ້ວຍ:

“I really enjoy. This is a prettiest temple, I think, in the area. My wife and I have been here several time before and I love to come out... ຂ້າ​ພະ​ເຈົ້າ ມ່ວນ​ຫລາຍ.  ຂ້າ​ພະ​ເຈົ້າ ຄຶດ​ວ່າ ນີ້​ແມ່ນ​ວັດ​ທີ່​ງາມ​ຫລາຍ ໃນ​ຂົງ​ເຂດ​ນີ້. ພັ​ລ​ຍາ ແລະ ຂ້າ​ພະ​ເຈົ້າ ໄດ້​ມາ​ວັດ​ແຫ່ງ​ນີ້ ຫລາຍ​ເທື່ອ​ແລ້ວ ແລະ ຂ້າ​ພະ​ເຈົ້າ ກໍ​ມັກ​ອກກມາ ວັດ​ແຫ່ງ​ນີ້. ອາ​ຫານ ກະ​ແຊບ​ຫລາຍ. ການ​ເອ້​ຍ້ອງ ກໍ​ງາມ ແລະ ທຸກ​ຄົນ ທີ່​ມາ ກໍ​ມີ​ຄວາມ​ສຸ​ຂ​ຫລາຍ. ທຸກ​ເທື່ອ ທີ່​ຂ້າ​ພະ​ເຈົ້າ ມາ ມ່ວນ​ຫລາຍ."

ທ່ານ ສົມພອນ ໄຊຍະສິດເສນາ, ເຖົ້າແກ່ແນວໂຮມ ປະຈຳວັດລາວພຸທວົງສ໌ ກໍໄດ້ອວຍພອນ ໃຫ້ແກ່ຊາວລາວ ໃນທົ່ວໂລກ ແລະ ຊາວລາວ ໃນທົ່ວປະເທສລາວ ຈົ່ງມີສຸຂພາບເຂັ້ມແຂງຕລອດປີໃໝ່ນີ້.

“ໃນປີໃໝ່ປີນີ້ ກະຂໍໃຫ້ທຸກໆທ່ານ ຈົ່ງໄດ້ຮັບພອນອັນປຣະເສີດ ຄືໃຫ້ມີສຸຂພາບເຂັ້ມແຂງ ຄວາມເຈັບຢ່າສຸໄດ້ ຄວາມໄຂ້ຢ່າສຸມີ. ຄຶດອັນໃດ ໃຫ້ໄດ້ ໃຄ່ອັນໃດໃຫ້ເຖິງ. ໃຫ້ຄຸນພຣະຄຸນທັມ ຄຸນພຣະພຸທເຈົ້າ ຄຸນພຣະທັມເຈົ້າ ຄຸນພຣະສັງຄະເຈົ້າ ຈົ່ງປົກປັກຮັກສາ ພວກທ່ານ.”

ການສເລີມສລອງ ບຸນປີໃໝ່ລາວປະຈຳ ພ.ສ. 2562 ໃນຂົງເຂດນະຄອນຫຼວງ ວໍຊິງຕັ້ນ ດີຊີ ປີນີ້, ມີຜູ້ຄົນມາກໜ້າຫຼາຍຕາ ຈາກຣັຖຕ່າງໆ ມາຮ່ວມງານ ຢ່າງບໍ່ຂາດສາຍ, ເຊິ່ງຄາດວ່າ ມີຜູ້ມາຮ່ວມງານ ທັງ 2 ມື້ ບໍ່ຕ່ຳກວ່າ 5,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.