ການນໍາໃຊ້ພາສາລາວ ຍັງບໍ່ເອກະພາບ
ທາງການລາວຢັ້ງຢືນວ່າ ການນໍາໃຊ້ພາສາລາວ ໃນປັັັດຈຸບັນ ຍັງພົບວ່າໃນການເວົ້າ-ການຂຽນ ຍັງບໍ່ເອກະພາບກັນ, ມີພາສາຕ່າງປະເທດ ປະປົນເຖິງວ່າຈະມີຫຼັກການ ໄວຍາກອນອ້າງອີງ, ຕໍ່ບັນຫານີ້ ພາສາລາວຍັງຕ້ອງສືບຕໍ່ຄົ້ນຄ້ວາ ເພື່ອໃຫ້ສອດຄ່ອງກັບ ປັດຈຸບັນ.
-
ໄຊຍາ
2024-04-08 -
-
-
Your browser doesn’t support HTML5 audio
ໃນການຂຽນ-ການເວົ້າພາສາລາວ ຍັງບໍ່ປັດສະຈາກໄດ້ ໃນຄວາມບໍ່ເປັນເອກກະພາບ ມີທັງພາກວິຊາການ, ພາກລັດ-ເອກະຊົນ ຈັດສຳນາຊອກຫາທາງອອກ ແລະມີການແລກປ່ຽນຖົກຖຽງ ເປັນວົງກ້ວາງໃນໄລຍະຜ່ານມາໂດຍສະເພາະ ໃນຂະແໜງການສື່ມວນຊົນທີ່ມີການຂຽນຄຳສັບ ດຽວກັນ ແຕ່ສະກົດບໍ່ຄືກັນ. ແຕ່ການຂຽນກໍອີງໃສ່ ການຄົ້ນຄ້ວາ ແລະຮຽບຮຽງໂດຍ ດຣ. ທອງຄຳ ອ່ອນມະນີສອນ ແລະ ສະຖານບັນຄົ້ນຄ້ວາວິທະຍາສາດ ສັງຄົມ ແຫ່ງຊາດ.
ດັ່ງວິຊາການດ້ານພາສາລາວ ທີ່ຂໍສະຫງວນຊື່ ແລະສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ມີນາ 2024 ວ່າ:
“ຍ້ອນວ່າສູ່ມື້ເຮົາເປີດໂລກກ້ວາງ ສູ່ໂລກພາຍນອກຫຼາຍ ການເຊື່ອມໂຍງສາກົນ ມາກາເຮັດໃຫ້ສື່ໃຫ້ຂໍ້ມູນຕ່າງໆ ຂອງຊາດອື່ນທີ່ມີຜົນກະທົບ ສົ່ງຜົນຕໍ່ການນຳໃຊ້ພາສາເຮົາ ກາມີແທ້ໄດ້ຮັບຜົນສະທ້ອນ ຈາກພາສາເພື່ອນບ້ານ ກາມີຊຸມໜຶ່ງທີ່ເຮັດໃຫ້ການນຳໃຊ້ພາສາ ມັນກາປົນເປພາສາລາວ ຊອດກະຈາ ບໍ່ກາບໍ່ເຖິງຂັ້ນທົ່ວພາສາຫັ້ນ. ຊອດກະຈາຜູ້ໄດ້ຮັບອິດທິພົນ ຈາກພາສາປະເທດອື່ນ ມາຜູ້ນັ້ນໃຊ້ເມື່ອໃດກາເກີດຊອດກະຈາ ກັບຜູ້ນັ້ນຫັ້ນໂດຍທົ່ວໄປພາສາລາວເຮົາ ກາເປັນພາສາລາວຢູ່ຫັ້ນ.”
ທ່ານກ່າວຕື່ມວ່າ ການນໍາໃຊ້ພາສາລາວ ມັນຕິດພັນກັບຫຼາຍຢ່າງດັ່ງເຊັ່ນ ດ້ານເອກະສານ, ດ້ານການເວົ້າ ແລະ ດ້ານການຂຽນ. ສະນັ້ນສະພາບການໃຊ້ໃນ ການຂຽນ-ການເວົ້າ ໂດຍສະເພາະໃນສື່ມວນຊົນທັງໂຄສົກ, ພີທີກອນ, ການຂຽນໃນສື່ສິ່ງພິມ ມັນກໍມີບັນຫາແຕ່ລະຢ່າງທີ່ຕ່າງກັນເຊິ່ງປັດຈຸບັນກາຍັງພົບເຫັນສິ່ງທີ່ຂຽນຍັງບໍ່ເປັນເອກະພາບກັນຫຼາຍຢ່າງ. ສະກົດບໍ່ຖືກຕາມຫຼັກອັກຂະລະວິທີ, ການເວົ້າທີ່ບໍ່ຫຼ່ຽນໄຫຼ ເວົ້າບໍ່ປະທັບໃຈມັນກໍຍັງມີບັນຫາຫຼາຍຢ່າງທີ່ຈະຕ້້ອງໄດ້ແກ້ໄຂ.
ສ່ວນການຂຽນມັນແມ່ນການນໍາໃຊ້ການສະກົດອັກຂະລະວິທີ ການສະກົດຄໍາເຊິ່ງ ປະເທດລາວເຮົາ 100 ປີຜ່ານມາ ນີ້ເລື່ອງອັກຂະລະວິທີ ພວກເຮົາກຳນົດມັນກໍ່ມີການປ່ຽນໄປຕາມສະພາບ ຂອງປະຫວັດສາດແຕ່ກາຍັງມີຄວາມສັບສົນ ຢູ່ສຳລັບຜູ້ໃຊ້. ບາງເທື່ອຄົນຜູ້ດຽວ ກໍໄດ້ເຮັດຫຼັກອັກຂະລະວິທີ ຮອດສອງສາມແບບຈາກແຕ່ກ່ອນມາປັດຈຸບັນ. 40-50 ປີຜ່ານມາແລະແບບການໃຊ້ໂຕນັ້ນ ມັນກາຍັງຄ້າງຢູ່ ເຮັດໃຫ້ການສະກົດຄຳນັ້ນ ຍັງບໍ່ເອກະພາບກັນມີຫຼາຍ.
ຈາກບັນຫາທີ່ກ່າວມານັ້ນ ມັນກໍເປັນບັນຫາທີ່ຫຍຸ້ງຍາກ ໃຫ້ກັບສື່ມວນຊົນ ເພາະສື່ມວນຊົນທີ່ເປັນສື່ຫຼັກສ່ວນຫຼາຍແມ່ນຂຶ້ນກັບພາກລັດ ເປັນພະນັກງານລັດ ເພາະສະນັ້ນການຂຽນກໍຕ້ອງໄປຕາມທີ່ວັດຈະນານຸກົມ ກຳນົດ. ແຕ່ສະພາບການນໍາໃຊ້ຕົວຈິງຂອງສື່ ກໍຍັງບໍ່ມີຄວາມເປັນເອກະພາບກັນ. ສ່ວນພາສາໄທ ປະປົນກໍ່ສາມາດຄວບຄຸມໄດ້ກ່ອນ ຈະກະຂາຍຂ່າວອອກແມ່ນມີບັນນາທິການກວດແກ້. ສິ່ງທີ່ໜ້າວິຕົກກັງວົນ ແມ່ນສື່ສັງຄົມອ໋ອນລາຍນ໌ ທີ່ເອົາພາສາໄທມາຂຽນເປັນສຳນວນລາວ ໂດຍກົງນີ້ແມ່ນສິ່ງທີ່ທ້າທາຍຫຼາຍ.
ດັ່ງພະນັກງານ ສື່ມວນຊົນ ບໍານານ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ຶອທ້າຍເດືອນມີນາ 2024ວ່າ:
“ບາງຄົນຄວາມຮູ້ ມັນກາບໍ່ໄດ້ທຽບເທົ່າກັນເນາະ ຄັນຜູ້ຮູ້ເຂົາກໍຈະໄດ້ພິຈາວິໄຈຄໍາເວົ້າ ແຕ່ວ່າຜູ້ບໍ່ຮູ້ແນວໃດບໍ່ຖືກບໍ່ຕ້ອງອັນນັ້ນ ເຂົາກາເຮັດໄປຕາມໃຈໂລດ ໂຕນີ້ລະແມ່ນສິ່ງທ້າທາຍທີ່ສຸດ ກັບສື່ມວນຊົນໄທເຮົາ.”
ອາຈານສອນສື່ສານມວນຊົນ ໄດ້ໃຫ້ຄວາມເຫັນວ່າທີ່ຈິງການຂຽນພາສາລາວອອກສື່ໃນປັດຈຸບັນ ບໍ່ຄ່ອຍມີບັນຫາເພາະມີທັງວັດຈະນານຸກົມ ແລະມີກົດໝາຍຮັບຮອງຢູ່ແລ້ວ. ສ່ວນຫຼາຍກໍຂຽນໄປຕາມຫຼັກໄວຍາກອນສະບັບ ປັດຈຸບັນ. ແຕ່ສິ່ງທີ່ເປັນກັງວົນສຳລັບສື່ມວນຊົນກໍຄື ການມາຂອງສື່ສັງຄົມອ໋ອນລາຍນ໌ບັນດາຂະແໜງການສື່ມວນຊົນ ຕ້ອງປັບໂຕໃຫ້ທັນ.
ດັ່ງທ່ານກ່າວວ່າ:
“ສື່ໃໝ່ເຂົ້າມາ ມັນເປັນສິ່ງທີ່ທ້າທາຍ ສໍາສັບສື່ສານມວນຊົນ ໃນປັດຈຸບັນບໍ່ວ່າຈະເປັນເຟສບຸກ ທະວິດເຕີ້ ວອດແອບ ຫຼືວ່າສື່ຕ່າງໆ ທີ່ອອກຢູ່ໃນອິນເຕີເນັດ ມັນກໍຂ້ອນຂ້າງຈະເຮັດໃຫ້ສື່ມວນຊົນ ໄດ້ກຽມຕົວຫຼາຍສົມຄວນ.”
ຜູ້ທີ່ເຮັດເພຈຂ່າວ ສື່ສັງຄົມອ໋ອນລາຍນ໌ ສ່ວນຕົວກໍໃຫ້ຄວາມເຫັນວ່າເຖິງແມ່ນວ່າ ຕົນເອງພະຍາຍາມກັ່ນຕອງກວດກາລະອຽດ ກ່ອນໂພສຕ໌ອອກໄປ ແຕ່ກໍຍັງມີຄຳໄທຫຼຸດອອກໄປ. ເພາະວ່າຊີວິດປະຈຳວັນ ຂອງຄົນລາວຈະເສບສື່ໄທ ເປັນປະຈຳຈຶ່ງເຮັດໃຫ້ແຍກຄຳເວົ້າໄດ້ຍາກ.
“ໃນປັດຈຸບັນເຮົາເສບສື່ນໍາຝັ່ງໄທຫຼາຍ ບາງຄໍາເຮົາບໍ່ຮູ້ຊໍ້າວ່າແມ່ນພາສາລາວ ບໍ່ບາງຄຳເຮົາກາໄດ້ຢືມພາສາໄທມາຂຽນເລີຍ ມາພິມເລີຍຫັ້ນນ່າແຕ່ກ່ອນພາສາລາວ ພາສາໄທ ມາຈາກກົກເຄົ້າອັນດຽວກັນ.”
ນັກຂຽນປື້ມທີ່ຂໍສະຫງວນຊື່ ແລະສຽງໄດ້ໃຫ້ຄໍາເຫັນວ່າ ຜ່ານມາໄວຍາກອນລາວ ໄດ້ຖືກດັດແປງແກ້ໄຂຫລາຍເທື່ອ ຈົນມາຮອດສະໄໝ ປັດຈຸບັນນີ້ໄດ້ນຳໃຊ້ຫຼັກພາສາລາວ ຕາມໄວຍາກອນຂອງ ທ່ານ ພູມີ ວົງວິຈິດ ເຊິ່ງເລີ່ມແຕ່ປີ 1975 ເປັນຕົ້ນມາ ທີ່ກະຊວງສຶກສາຮັບຮອງ ໃຊ້ຢູ່, ອາດຈະເປັນຍ້ອນການດັດແປງແກ້ໄຂຫລັກພາສາລາວ ຫຼາຍເທື່ອນີ້ບໍ່ ຈິ່ງເຮັດໃຫ້ການຂຽນ, ການປາກເວົ້າພາສາລາວຂອງຄົນລາວ ບໍ່ມີລັກສະນະເປັນເອກະພາບກັນ ຕ່າງຄົນຕ່າງຂຽນ ຕ່າງຄົນຕ່າງເວົ້າ ໂດຍສະເພາະແມ່ນຄຳສັບທີ່ມາຈາກຄຳພາສາບາລີ-ສັນສະກິດ ຫລື ຄຳສັບມາຈາກພາສາຕ່າງປະເທດອື່ນໆ ຫຼື ແມ່ນແຕ່ຄຳລາວເດີມທີ່ມີ ລັກສະນະສັບສົນ ບໍ່ເປັນເອກະພາບກັນ.
ບັນນາທິການໜັງສືພິມລາວ ບໍ່ຂໍເປີດເຜີຍໄດ້ໃຫ້ຄໍາເຫັນຕໍ່ບັນຫານີ້ ຜ່ານທາງອີເມລວ່າ ເປັນຫຍັງເດັກນ້ອຍລາວ ແລະ ຊາວໜຸ່ມລາວຈຳນວນໜຶ່ງ ຈຶ່ງມັກເວົ້າພາສາໄທພ້ອມທັງເວົ້າໄດ້ຫຼ່ຽນໄຫຼດີ. ກໍຄືພວກເຮົາຮູ້ດີແລ້ວວ່າ ຄົນລາວໃຊ້ສີນຄ້າຂອງໄທ, ເບິ່ງໂທລະທັດໄທ, ຟັງເພງໄທ, ເບິ່ງລະຄອນໄທ, ໄປທ່ຽວໄທ, ຈຶ່ງເຮັດໃຫ້ຄົນລາວຮູ້ພາສາໄທໄດ້ຢ່າງຄ່ອງແຄ້ວ.
ທ່ານກ່າວຕື່ມວ່າ ການຮູ້ພາສາຕ່າງປະເທດແມ່ນເປັນການດີ ແລະຄວນສົ່ງເສີມຄົນລາວ ໃຫ້ຮູ້ພາສາຕ່າງປະເທດຫຼາຍໆ ແຕ່ສິ່ງສຳຄັນການໃຊ້ພາສານັ້ນ ບໍ່ແມ່ນເພື່ອລຶບລ້າງພາສາລາວ ເຊິ່ງເປັນພາສາແມ່ຂອງຕົນເອງ. ບັນຫາດັ່ງກ່າວຂໍຮຽກຮ້ອງໄປຍັງ ພາກສ່ວນທີ່ກ່່ຽວຂ້ອງ ເລັ່ງແກ້ໄຂໂດຍສະເພາະ ການປັບປຸງຄົ້ນຄ້ວາຫຼັກສູດ ການຮຽນການສອນແນວໃດເພື່ອໃຫ້ເດັກນ້ອຍລາວ ເວົ້າພາສາລາວໄດ້ຢ່າງຖືກຕ້ອງເພື່ອອະນຸຮັກ, ຮັກສາພາແມ່ໃຫ້ຍືນຍົງ ແລະພັດທະນາໃຫ້ມີຄວາມສົມບູນຂຶ້ນເລື້ອຍໆ.
ການນໍາໃຊ້ພາສາລາວ ໂດຍສະເພາະໃນການຂຽນ ດຣ. ອ່ອນແກ້ວ ນວນນະວົງ ຫົວໜ້າອະນຸກຳມະການຄົ້ນຄ້ວາ ພາສາລາວ ໄດ້ໃຫ້ຮູ້ວ່າ. ສູນຄົ້ນຄ້ວາພາສາລາວ, ສະຖາບັນຄົ້ນຄ້ວາວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະກິລາ ໄດ້ຈັດກອງປະຊຸມຂຽນເນື້ອໃນ ວັດຈະນານຸກົມພາສາລາວ ເມື່ອເດືອນມິຖຸນາ ປີກາຍ. ເນື້ອໃນສຳຄັນກໍຄື ເພື່ອເຮັດໃຫ້ປື້ມວັດຈະນານຸກົມ ທີ່ມີລັກສະນະສາມປະການຄື ລັກສະນະຄົບຖ້ວນ ທາງດ້ານຄຳສັບທີ່ພຽງພໍ ໂດຍລວມເອົາຄຳທຸກປະເພດເຊັ່ນ, ຄຳເຄົ້າ, ຄຳປະສົມ, ຄຳຊ້ອນ, ມີຄວາມສົມບູນທາງດ້ານການຮຽບຮຽງ ຄຳສັບ, ການໃຫ້ຄຳນິຍາມຄວາມໝາຍ ຕ້ອງມີຄວາມຊັດເຈັນ, ກະທັດຮັດເຂົ້າໃຈງ່າຍ.
ສ່ວນພາສາເວົ້າ ທາງາການລາວກໍບໍ່ໄດ້ກໍານົດວ່າ ຕ້ອງໃຊ້ສໍານຽງໃດ ເປັນທາງການຄົນທ້ອງຖິນ ໃດກໍເວົ້າສຳນຽງນັ້ນ ເຊິ່ງມັນກໍເຮັດໃຫ້ພາສາລາວຍິ່ງບໍ່ມີຄວາມເປັນເອກະພາບ ຫຼາຍຂຶ້ນ. ແຕ່ທາງການລາວກໍໄດ້ຕັດສິນໃຈວ່າ ຕ້ອງໄດ້ກຳນົດພາສາຂຽນໃຫ້ສຳເລັດ ໂດຍໄວ ກ່ອນທີ່ພາສາລາວ ຈະຖືກສູນຫາຍໄປຫຼາຍກ່ວານີ້ສ່ວນການເວົ້າແມ່ນ ໃຫ້ເວົ້າຕາມສຳນຽງ ທ້ອງຖິ່ນຕົນເອງໄດ້.
ສໍາລັບພື້ນຖານ ການນໍາໃຊ້ພາສາລາວ ໃນລະບອບໃໝ່ ແມ່ນເລີ່ມມາຕັ້ງແຕ່ປີ 1975 ເປັນຕົ້ນມາໂດຍ ອີງໃສ່ຫຼັກໄວຍາກອນ ຂອງ ທ່ານ ພູມີ ວົງວິຈິດ ຫຼື ເອີ້ນວ່າໄວຍາກອນສະບັບທໍາອິດ ຂອງລະບອບໃໝ່. ຕໍ່ມາ ດຣ. ທອງຄຳ ອ່ອນມະນີສອນ ກໍໄດ້ຮີບໂຮມຄຳສັບມາເປັນວັດຈະນານຸກົມ ສະບັບທີ່ໃຊ້ໃນປັດຈຸບັນແລະກໍເປັນພື້ນຖານ ອ້າງອີງຄົ້ນຄ້ວາ ໃນສະບັບຕໍ່ໄປ.
ເຖິງວ່າຜ່ານມາຈະມີໄວຍາກອນ ອ້າງອີງຫຼັກການຂຽນ. ແຕ່ນັ້ນກໍຍັງເຮັດໃຫ້ການນໍາໃຊ້ພາສາລາວ ການຂຽນ-ການເວົ້າ ຍັງບໍ່ເປັນເອກະພາບກັນເລື້ອຍມາ ຈົນເຖິງດຽວນີ້. ປັດຈຸບັນທາງການລາວເໜັ້ນໜັກໃສ່ ໃຫ້ບັນດາ ຂະແໜງການທີ່ກ່ຽວຂ້ອງ ຮີບໂຮມຄຳສັບເພື່ອການຂຽນ ໃຫ້ເປັນເອກະພາບກັນແຕ່ການເວົ້າຍັງບໍ່ໄດ້ກຳນົດໃຫ້ເວົ້າ ຕາມສຳນຽງຂອງທ້ອງຖິ່ນ. ສ່ວນຄຳສັບທີ່ຮີບໂຮມ ເປັນວັດຈະນານຸກົມ ສະບັບໃໝ່ນີ້ຄາດວ່າ ຈະສຳເລັດໃນປີ 2025.