ທາງການລາວຈະຖແລງຂ່າວ ເຣື້ອງ ພຣະ ອົງຕື້
2015.01.21
ໃນວັນ 28 ມົກກະຣາ ຈະ ມາເຖິງ ນີ້ ເວລາ ປະມານ ບ່າຍໂມງ ທີ່ ວັດອົງຕື້ ມະຫາ ວິຫານ ບ້ານ ວັດຈັນ ຈະໄດ້ມີ ພິທີ ສົມມາ ຄາຣະວະ ແລະ ຈັດ ຖແລງຂ່າວ ກ່ຽວກັບ ຊາວ ວຽດນາມ ເຂົ້າມາເອົາ ພຣະ ພຸດທະຮູບ ເກົ່າແກ່ ຢູ່ ວັດອົງຕື້ ອອກໄປ. ດັ່ງ ທ່ານ ບຸນຄົງ ນາຍບ້ານ ວັດຈັນ, ເມືອງ ຈັນທະບູລີ ໄດ້ກ່າວວ່າ:
"ບັນຫາ ທຸກຢ່າງ ແມ່ນ ປົກກະຕິ ໝົດແລ້ວ ເນາະ ວັນທີ 28 ເດືອນ 1 ແມ່ນ ເພີ່ນຊິ ມີການ ສຳມາ ຄາລະວະ ແລະ ຈັດ ຖແລງຂ່າວ ເນາະ ຕອນບ່າຍ ເນາະ ຢູ່ ວັດອົງຕື້ ຮອງ ເຈົ້າຄອງ ນະຄອນ ຫລວງ ເນາະ".
ທ່ານ ກ່າວວ່າ ຕັ້ງແຕ່ ມີການເອົາ ພຣະ ພຸດທະຮູບ ຄືນມາ ຢູ່ວັດ ຄືເກົ່າແລ້ວ ທຸກຢ່າງ ກໍ ປົກກະຕິ ດີ ບໍ່ມີຄວາມ ວຸ້ນວາຍ ໃດໆອີກ ແຕ່ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້ ທ່ານ ບໍ່ສາມາດ ຕອບເອງໄດ້ ຂໍໃຫ້ ປະຊາຊົນ ແລະ ສື່ມວນຊົນ ລໍການ ຖແລງຂ່າວ.
ເຫດການ ທີ່ ຄົນວຽດນາມ ເຂົ້າມາ ເອົາ ພຣະ ພຸດທະຮູບ ຢູ່ ວັດອົງຕື້ ເກີດຂຶ້ນ ໃນ ວັນທີ 9 ມົກກະຣາ ເວລາ ປະມານ 11 ໂມງ ຖ້າມກາງ ອອກຕົນ ຍາດຍົມ ຢູ່ໃນວັດ, ສິ່ງ ດັ່ງກ່າວ ໄດ້ສ້າງ ຄວາມ ບໍ່ພໍໃຈ ໃຫ້ແກ່ ຊາວບ້ານ ແລະ ປະຊາຊົນ ລາວ, ແຕ່ຕໍ່ມາ ເວລາ ປະມານ 16 ໂມງ ຂອງ ວັນ ດຽວກັນ ຄົນ ວຽດນາມ ພັດນຳເອົາ ພຣະ ພຸດທະຮູບ ຄືນມາ ວັດ ຄືເກົ່າ.
ສາເຫດ ທີ່ ເອົາມາສົ່ງ ແມ່ນມີ ຄຳສັ່ງ ຈາກ ຣັຖມົນຕຣີ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ. ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ທ່ານນຶ່ງ.
ທີ່ຜ່ານມາ ນັກຂ່າວ ເອເຊັຽ ເສຣີ ໄດ້ຕິດຕໍ່ ສອບຖາມ ໄປຍັງ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ, ກົມ ມໍຣະດົກ, ຜແນກ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນ ຫລວງ, ຫ້ອງການ ປກສ, ແຕ່ ພວກສ່ວນ ດັ່ງກ່າວ ກໍ ປະຕິເສດ ທີ່ ຈະຕອບ ຄຳຖາມ.