ສັມພາດ ທ່ານ ບໍຣົມມາຈາຣຍ໌ ສ. ແສງສິຣິວັນ ເມື່ອຕົ້ນຊຸມປີ 2000

ພອນ ພູມ​ມີ​ທອນ
2023.03.12
ສັມພາດ ທ່ານ ບໍຣົມມາຈາຣຍ໌ ສ. ແສງສິຣິວັນ ເມື່ອຕົ້ນຊຸມປີ 2000 ທ່ານບໍຣົມມາຈາຣຍ໌ ສ. ແສງສິຣິວັນ (ຈັນສົມ ແສງສິຣິວັນ), ສິລປິນແຫ່ງຊາຕ--ນັກປະພັນເອກ/ນັກຮ້ອງ
ຄອບ​ຄົວ ທ່ານ ສ. ແສງ​ສິ​ຣິ​ວັນ

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ຍິນດີຕ້ອນຮັບທຸກທ່ານ ເຂົ້າສູ່ ຣາຍການບັນເທີງ ປະຈຳສັປດາ. ຂ້າພະເຈົ້າ, ພອນ ພູມມີທອນ, ເປັນຜູ້ດຳເນີນຣາຍການ, ຫວັງວ່າ ທ່ານຜູ້ຟັງ ທາງບ້ານ ຄົງສະບາຍດີ ແລະ ຄົງຕິດຕາມຮັບຟັງ ຣາຍການ ຂອງພວກເຮົາ ເປັນປະຈຳ ເໝືອນເຊັ່ນເຄີຍ.

ສັປດາ ທີ່ຜ່ານມາ ວິທຍຸ ເອເຊັຽເສຣີ ໄດ້ແຈ້ງຂ່າວ ມໍຣະນະກັມ ຂອງສິລປິນລາວ ແຫ່ງຊາຕ, ນັກປະພັນເອກ ບໍຣົມ​ມາຈາຣຍ໌ ສ. ແສງສິຣິວັນ, ບຸກຄົນສຳຄັນທີ່ສຸດ ຂອງວົງການບັນເທີງລາວ, ທ່ານໄດ້ຈາກພວກເຮົາໄປແລ້ວ ໃນມື້ວັນເສົາ ທີ 18 ເດືອນ ກຸມພາ ປີ 2023 ທີ່ເມືອງ ພອຣ໌ດແລນດ໌, ຣັຖ ອໍຣິກອນ ສະຫະຣັຖ ອາເມຣິກາ. ລວມອາຍຸໄດ້ 83 ປີ.

ພິທີທາງສາສນາ ແລະ ຊາປະນະກິດ ຈັດຂຶ້ນ ໃນມື້ວັນເສົາ ວັນທີ 4 ເດືອນ 3 (ມີນາ) 2023 ທີ່ຜ່ານມາ ເວລາ ບ່າຍ 1:00 ໂມງ, ຊຶ່ງມີຄອບຄົວ ຍາດຕິພີ່ນ້ອງ ລູກຫລານ ອ້າຍເອື້ອຍນ້ອງ ມິຕສະຫາຍ ພ້ອມດ້ວຍນັກສິລປິນລາວ ຫລາຍໆທ່ານ ຈາກຕ່າງຣັຖ ແລະ ຕ່າງປະເທດ ໄດ້ພ້ອມກັນມາຮ່ວມບຸນ ດ້ວຍຄວາມອາໄລ ໃນການສົ່ງອຳລາ ດວງວິນຍານ ທ່ານ ບໍຣົມ​ມາຈາຣຍ໌ ສ. ແສງສິຣິວັນ ເປັນຄັ້ງສຸດທ້າຍ ຈົ່ງໄປສູ່ສວງສວັນຊັ້ນຟ້າ ດ້ວຍເທີ້ນ.

ຣາຍ​ການ ໃນ​ມື້​ນີ້ ຂ້າ​ພະ​ເຈົ້າ ຈະ​ນຳ​ເອົາ ສຽງ​ສັມ​ພາດ ບາງ​ຕ​ອນ ຂອງ​ທ່ານ ຊຶ່ງ​ທາງວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໄດ້​ສັມ​ພາດ ທ່ານ ກ່ອນ​ໜ້າ​ນັ້ນ.

ທ່ານ ບໍຣົມມາຈາຣຍ໌ ສ. ແສງສິຣິວັນ ເປັນສິລປິນ ທີ່ມີນ້ຳໃຈ ໂອບອ້ອມອາຣີ ພ້ອມເປັນທີ່ປຶກສາ ຊ່ອຍເຫລືອຊຸມຊົນຄົນລາວ ແລະ ສ້າງຄວາມດີໃຫ້ສັງຄົມລາວເຮົາ ຕລອດມາ ຈົນວິນາທີສຸດທ້າຍ ຂອງຊີວິດ...

ທ່ານ ເປັນສິລປີນລາວຄົນນຶ່ງ ທີ່ໄດ້ຄຸກຄີ ລົ້ມລຸກຄຸກຄານ ຢູ່ໃນວົງການບັນເທີງລາວ ນັບຕັ້ງແຕ່ ປີ 1955 ຈົນເຖິງປັດຈຸບັນ.

ດ້ວຍພອນສວັນ ຂອງທ່ານ ແລະ ເລືອດສິລປິນ ຢ່າງເຕັມຮ້ອຍ, ທ່ານໄດ້ປະພັນ ເພງອະມະຕະ ຢ່າງມາກມາຍ ໃຫ້ນັກສິລປິນລາວ ລະດັບປະເທດມາແລ້ວ ນັບບໍ່ຖ້ວນ (ເຊັ່ນ ເພງ “ຜົວເບີເມັຽໄພ້” ຕົ້ນສບັບ ທ່ານໄດ້ຮ້ອງຄູ່ ກັບ ສິນລປິນ ມະນີວັນ ໃນປີ 1957, “ເພງສາວແຄມງື່ມ” ຕົ້ນສບັບ ຂັບຮ້ອງໂດຍ ຄຳເຕີມ ຊານຸບານ ຮ້ອງຄູ່ກັບ ສິລປິນ ສິມະລີ ໃນຕອນເສັງເພງຢູ່ໂຮງຊີເນ ແສງລາວ ແລະ ໄດ້ຊະນະເລີດ ອັນດັບທີ່ 1, ແຕ່ ອັດແຜ່ນສຽງ ໂດຍ ສົມຟອງ ຊົງມີໄຊ ໃນປີ 1959.

“ກຸຫລາບແທນກາຍ” ຮ້ອງ ໂດຍ ສິລປິນ ສົມຟອງ ຊົງມີໄຊ, “ຄັ້ງນຶ່ງ ທີ່ຝັ່ງເຊວັນ” ຮ້ອງໂດຍ ສິນລປິນ ສຸມຸນທາ ສີຣິມະໂນທັມ, “ຢ່າກຽດກັນ” ຮ້ອງໂດຍ ສິລປິນ ນິດ ວິຈິດ​ຕະວົງ, ເພງ “ໃຈນໍໃຈ” ຂັບຮ້ອງໂດຍ ສິລປິນ ຈັນທະລາ ອຸເທນສັກດາ, ເພງ “ໃຜມີຮັກແທ້”, “ລາກ່ອນຈາກ”, “ຫາກແຫ່ງນັ້ນມີຈອມໃຈ” ທັມມະຊາດ ພູເຂົາຄວາຍ”, “ເມື່ອສິ້ນຄວັນມອກ” ຊຶ່ງ ເປັນເພງປະກອບ ພາພຍົນລາວ ແລະ ເພງອື່ນໆຢ່າງມາກມາຍ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

NI
Mar 16, 2023 04:44 AM

ນ້ອງເປັນຄົນໄທຍທີ່ມັກເພງລາວຍຸກ 60-70 ຫຼາຍ ໂດຍຫຼາຍເພງກໍ່ແມ່ນເພງຂອງອາຈານ ສ. ແສງສິຣິວັນ ເປັນຕົ້ນ ເພງ ກ້ຽວສາວແຄມງື່ມ, ກຸຫຼາບແທນກາຍ, ບໍ່ລືມວຽງຈັນ, ລາກ່ອນຈາກ ຯລຯ. ນ້ອງຂໍສແດງຄວາມເສັຽໃຈນຳຄອບຄົວ ຍາດຕິພີ່ນ້ອງ ລວມທັງມິດຮັກແຟນເພງ ຂອງອາຈານ ສ. ແສງສິຣິວັນ ທຸກທ່ານນຳເດີ້.