ສຳພາດ ຫຼຸຍສ-ມາຣີ ຫຼິງ ມັງຄະເນກຸນ

ອະວາຣີ
2017.06.15
f-cardinal ຄຸນພໍ່ ຫຼຸຍສ-ມາຣີ ຫຼິງ ມັງຄະເນກຸນ ຫົວໜ້າ ໂບດກາໂຕລິກ ມິສຊັງ ເມືອງປາກເຊ ແຂວງຈຳປາສັກ
photo credit: Kto Lao

ເມື່ອວັນທີ 21 ເດືອນພຶສພາ ປີ 2017 ນີ້, ອົງສັນຕະປະປາ ຟັຣງຊິສ ອົງປະມຸກ ສາສນາຄຣິສຕຽນ-ນິກາຍ ໂຣມັນກາໂຕລິກ ແຫ່ງ ນະຄອນຫລວງ ວາຕິກັງ ໄດ້ປະກາດແຕ່ງຕັ້ງ ຄຸນພໍ່ ຫຼຸຍສ-ມາຣີ ຫຼິງ ມັງຄະເນກຸນ ຫົວໜ້າ ໂບດກາໂຕລິກ ມິສຊັງ ເມືອງປາກເຊ ແຂວງຈຳປາສັກ ໃຫ້ເປັນ ພຣະຣາຊາຄະນະ ຫຼືຄາດີນາລ ຜູ້ໃໝ່.

ວ່າທີ່ພຣະຣາຊາຄະນະຫຼິງ ຈະເດີນທາງໄປ ນະຄອນຫລວງວາຕິກັງ ຊຶ່ງຕັ້ງຢູ່ ໃນນະຄອນຫລວງ ໂຣມ ເມືອງຫລວງ ຂອງປະເທສ ອີຕາລີ ເພື່ອເຂົ້າຮ່ວມ ພິທີຮັບການແຕ່ງຕັ້ງ ຢ່າງເປັນທາງການ ໃນວັນທີ 28 ເດືອນ ມິຖຸນາ ປີ 2017 ນີ້. ການປະກາດ ແຕ່ງຕັ້ງ ດັ່ງກ່າວ ເຮັດໃຫ້ຊາວລາວ ທີ່ນັບຖືສາສນາ ກາໂຕລິກ ໃນທົ່ວປະເທສ ຊຶ່ງ ມີປະມານ 50 ພັນຄົນ ແລະຊາວລາວ ຢູ່ຕ່າງປະເທສ ຕ່າງກໍຮູ້ສຶກ ດີອົກດີໃຈ.

ເມື່ອວັນທີ່ 3 ເດືອນມິຖຸນານີ້ ວ່າທີ່ພຣະຣາຊາຄະນະ ຫຼຸຍສ-ມາຣີ ຫຼິງ ຫຼືຄຸນພໍ່ ຫຼິງ ໄດ້ໃຫ້ສຳພາດ ແກ່ນັກຂ່າວ ວິທຍຸເອເຊັຍເສຣີ ຊຶ່ງຖາມວ່າ ຫລັງຈາກຮູ້ຂ່າວ ຖືກແຕ່ງຕັ້ງ ເປັນພຣະຣາຊາຄະນະ ຫຼື Cardinal ແລ້ວ ຄຸນພໍ່ຮູ້ສຶກ ແນວໃດ?

“ທຳອິດກໍງົງໆຢູ່ ເພາະວ່າໄດ້ ຣັບຂ່າວວ່າເອີ່ ຂໍຊົມເຊີຍເດີ້, ຕອນທຳອິດກະຕື່ນ ເຊື່ອແດ່ ບໍ່ເຊື່ອແດ່, ໃຜກະຫຼາຍຄົນ ໂພດໂທມາ ກະບໍ່ຄ່ອຍແນ່ໃຈ ລະຈຶ່ງເຂົ້າໄປ ເບິ່ງໃນຫ້ອງ ອິນເຕີເນັທ. ກະເຫັນຊື່ ຂອງໂຕເອງ ແລະ ກັບພວກ 5 ຄົນ ຂ້າພະເຈົ້າ ເປັນຜູ້ທີ 4 ຈຶ່ງແນ່ໃຈ”.

ຫຼັງຈາກ ໄດ້ຮັບຕຳແໜ່ງ Cardinal ຄຸນພໍ່ຈະມີໜ້າທີ່ ຮັບຜິດຊອບ ຫລາຍຂຶ້ນບໍ່?

“ກໍຮູ້ຈັກວ່າໜ້າທີ່ ຮັບຜິດຊອບ ມັນກະຊິໜັກໜ່ວງ ຕໍ່ໄປໜ້າໜ້ອຍນຶ່ງ ກໍພໍເຮັດໄດ້ຢູ່ ຕ້ອງໄດ້ໃຊ້ ເວລາຫຼາຍ ອາຍຸກະແກ່ແລ້ວ ຄືຊິໄດ້ ເຮັດແນວ ຫັ້ນແຫຼ້ວ ກະຊິພໍຖູໆໄຖໆ ໄປໄດ້ນຳໝູ່ ຫັ້ນແຫຼ້ວ. ອັນນີ້ຫັ້ນ ຕ້ອງໄດ້ໄປ ກຣຸງໂຣມ ສາກ່ອນ ເມື່ອໄດ້ຖືກ ແຕ່ງຕັ້ງມາແຕ່ ພຸ້ນແລ້ວ ເພາະວ່າ ຊິໄປຫາເພິ່ນ ວັນທີ 28 ຕ້ອງຢູ່ພຸ້ນ ລະເວລານັ້ນ ເພິ່ນຈັ່ງຊິ ບອກວ່າໜ້າທີ່ ມີຫຍັງ ຮັບມາລະ ຈັ່ງຊິຮູ້ວ່າ ມີຫຍັງແທ້ ຕ້ອງໄດ້ ໄປໆມາໆ ຫຼາຍເທື່ອ”.

ປັດຈຸບັນ ຄຸນພໍ່ມີໜ້າທີ່ເບິ່ງແຍງໂບດ ກາໂຕລິກ ຢູ່ນະຄອນຫລວງວຽງຈັນ ແລະ ເມືອງປາກເຊ, ຕໍ່ໄປເດ ໜ້າທີ່ຮັບຜິດຊອບ ຂອງຄຸນພໍ່ ຈະມີການປ່ຽນແປງ ແນວໃດ?

“ເຣື້ອງປ່ຽນໄປກະຊິມີແດ່ເລັກໆໜ້ອຍໆ ບໍ່ຫຼາຍປານໃດດອກ ເພາະວ່າດຽວນີ້ ບໍ່ໄດ້ເບິ່ງແຕ່ວ່າ ສັງຄະມົນທົນ ຂອງປາກເຊ ແລະ ວຽງຈັນ ເທົ່ານັ້ນ, ເພາະວ່າດຽວນີ້ ຍັງເບິ່ງ 2 ສັງຄະມົນທົນ. ຕໍ່ມາເຮົາກະຕ້ອງໄດ້ ເບິ່ງບັນດາ ພຣະສັງຄະຣາຊ ທັງຫຼາຍພ້ອມໆກັນ ເພາະວ່າຈະໄດ້ ເບິ່ງ ທົ່ວປະເທສ ຂອງເຮົານີ້ແຫຼະ. ມາຮອດນີ້ ກະບໍ່ທັນມີຫຍັງ ປ່ຽນແປງ ພໍປານໃດ”.

ສຳນັກຂ່າວສານວາຕິກັງ ຣາຍງານວ່າ ຄຸນພໍ່ ຫລິງ ຄັດຄ້ານການຕັດໄມ້ ທຳຣາຍປ່າ ແລະ ການກໍ່ສ້າງເຂື່ອນ ໄຟຟ້າໃນລາວ. ຄຸນພໍ່ມີທັດສະນະ ແນວນັ້ນແທ້ບໍ່?

“ຕາມຄຶດເບິ່ງເພິ່ນອາຈເວົ້າແຮງໄປ ໜ້ອຍນຶ່ງ ເພາະວ່າສູ່ຄົນ ກະຮູ້ແລ້ວວ່າ ການຕັດໄມ້ທຳຣາຍປ່າ ເປັນຂອງທີ່ວ່າ ຕ້ອງໄດ້ ພິຈາຣະນາດີໆ ເພື່ອບໍ່ໃຫ້ ມີການກະທົບ. ອັນນີ້ກະຄຶດວ່າ ທຸກຄົນ ກະເຫັນດີນຳ ບໍ່ແມ່ນແຕ່ເຮົາ ຜູ້ດຽວ ຫຼາຍຄົນ ໃນສ່ວນ ປະຊາຊົນ ກະຄືກັນ ເພາະວ່າອາຈ ສ້າງຜົລກະທົບ. ຍົກຕົວຢ່າງ ຢູ່ຫວຽດນາມ ມັນກະກະທົບໄດ້ 2 ປີ ມານີ້ຫັ້ນນ່າ ເຮັດໃຫ້ ຊີວິຕການເປັນຢູ່ ຂອງປະຊາຊົນ ຫຍຸ້ງຍາກລຳບາກ. ແມ່ນແລ້ວ ຕາມທີ່ເຮົາໄດ້ ຮູ້ຜ່ານມາເນາະ ຜູ້ໃດກະຮູ້ວ່າ ເຣື້ອງຝົນຕົກ ກະບໍ່ປົກກະຕິ, ແດດບໍ່ ປົກກະຕິ ແລະ ນ້ຳຖ້ວມ ກະບໍ່ປົກກະຕິ, ດິນ ເຈື່ອນໄຫຼ ກະຜິດ ປົກກະຕິ. ແມ່ນແຕ່ວ່າ ອຸນຫະພູມ ກະສູງຂຶ້ນ ມີຫຼາຍແນວ ທີ່ວ່າກະທົບ ທົ່ວໂລກ ຜູ້ໃດກະຮູ້. ສ່ວນເຣື້ອງ ວ່າທີ່ເຮົາເອີ້ນວ່າ ພັຍ ທຳມະຊາຕ ມັນກະເກີດຂຶ້ນ ຫຼາຍໆຄັ້ງ. ແມ່ນແລ້ວ ອັນນີ້ກະເປັນ ອັນທົ່ວໆໄປ ຕາມປະຊາຊົນ ທັງຫຼາຍ ຮັບຮູ້ນຳກັນ ຫັ້ນແຫຼະ”.

ຈົນເຖິງມື້ນີ້ ທາງການລາວ ໂດຍສະເພາະ ສູນກາງແນວລາວສ້າງຊາຕ ໄດ້ຮັບຮູ້ການແຕ່ງຕັ້ງ ຄຸນພໍ່ໃຫ້ເປັນ ພຣະຣາຊາຄະນະແລ້ວບໍ່?

“ຕາມເຮົາຄຶດເບິ່ງນີ້ ໃນທັສນະສ່ວນຕົວ ເພິ່ນກະອາຈຮັບຮູ້ແລ້ວ, ແຕ່ວ່າຍັງບໍ່ທັນ ມີທ່າທີວ່າ ສະແດງໃຫ້ຮູ້ວ່າ ເພິ່ນຄຶດແນວໃດ? ເຮົາຍັງ ບໍ່ຮູ້ປານໃດ”.

ເປັນທີ່ຮູ້ກັນດີແລ້ວວ່າ ຄົນລາວຜູ້ທີ່ພົວພັນ ກັບປະເທສຕາເວັນຕົກ ຢ່າງເປີດເຜີຍ ມັກຈະຖືກທາງການລາວ ສິ້ງຊອມເບິ່ງ ຢ່າງໃກ້ຊິດ ແລະ ອາຈບໍ່ໄດ້ຮັບ ຄວາມສະດວກສະບາຍ ໃນການປະຕິບັດ ວຽກງານ. ຄຸນພໍ່ມີຄວາມກັງວົນ ແນວນັ້ນບໍ່?

“ເຣື້ອງກັງວົນເຮົາກະຄຶດວ່າມັນກະຊິບໍ່ເກີນ ທີ່ຜ່ານມາ ເພາະວ່າເຣື້ອງນີ້ ເຮົາຮູ້ຈັກວ່າ ແຕ່ລະລັດທິ ການປົກຄອງ ມັນກະມີ ຂອງໃຜຂອງລາວຢູ່. ລະບາດນີ້ ຢາກໃຫ້ມັນສະດວກ ຫຼືວ່າບໍ່ໃຫ້ສະດວກ ອັນນັ້ນສຸດແລ້ວແຕ່ ທ້ອງຖິ່ນ ຈະອອກກົດໝາຍ ຄວບຄຸມ ດູແລເບິ່ງແຍງ ຈະແຈ້ງ ເພື່ອໃຫ້ເອີ້ນວ່າ ເປັນຣະບຽບ ຮຽບຮ້ອຍ ບໍ່ວ່າຈະເປັນ ພາຍໃນ ຫຼືວ່າຕ່າງປະເທສ ສາກົນ ກະມີຄືກັນ ບໍ່ແມ່ນ ແຕ່ບ້ານເຮົາ. ເພາະວ່າສ່ວນຫຼາຍ ຫັ້ນນ່າ ບ້ານເຮົາ ນີ້ກໍຖືວ່າ ເປັນຕົ້ນກໍແມ່ນ ສາສນາ ກາໂຕລິກ ຫຼືຊາວໂປແຕສຕັງ ນີ້ ກໍຖືວ່າເປັນ ສາສນາ ມາແຕ່ນອກ ເປັນຕົ້ນມາຈາກ ຕາເວັນຕົກ ອັນນີ້ຫັ້ນ ແນວຄິດໂຕນີ້ ຍັງມີ ໃນຫົວເຂົາຢູ່”.

ໄລລະຍະຜ່ານມາເດ່ ການພົວພັນ ແລະການຮ່ວມມື ກັນຣະຫວ່າງ ຄຸນພໍ່ ແລະເຈົ້າໜ້າທີ່ ທາງການລາວ ເຄີຍມີບັນຫາ ແນວໃດບໍ່?

“ກະປົກກະຕິກະຄືຊິບໍ່ມີຫຍັງແບບແປກໆ ເກີດຂຶ້ນນ່າ ເພາະວ່າເຮົາກະເຄີຍໃຫ້ ຄວາມຮ່ວມໄມ້ຮ່ວມມື ກັບເພິ່ນຢູ່ຕລອດ ອັນນີ້ກະໄດ້ ເຮັດທຸກໆຂັ້ນຕອນ, ການຮ່ວມມື ບໍ່ວ່າຈະເປັນການ ຊ່ວຍສັງຄົມ ຫຼືວ່າອັນໃດໆ ກະຄືກັນ ເຮົາກະເປັນ ຄົນລາວ 100 ເປີເຊັນ ຄືກັນ. ເຮົາຄຶດວ່າ ລະກະເຫັນວ່າ ມີການກ້າວໜ້າໄປ ຫຼາຍເຕີບ ລະການພົວພັນ ໃຫ້ຊິດກັນ ເກີດຂຶ້ນຢູ່ ມີການສົນທະນາ ຫາລື ມີການສືບຖາມ ວ່າຄົນເຂົ້າສາສນາ ກາໂຕລິກ ມີຫຼາຍໜ້ອຍປານໃດ ເຮົາກະເຄີຍ ຣາຍງານເພິ່ນ ສົນທະນານຳເພິ່ນ ຢູ່ຕລອດ. ອັນນີ້ກະຄຶດວ່າ ເຣື້ອງນີ້ ກັບພໍ່ນີ້ ຄຶດວ່າ ກະຊິບໍ່ມີ ບັນຫາ ມາດຽວນີ້ ກ້າວໜ້າ ຫຼາຍແລ້ວ”.

ຜ່ານມາ ຊາວຄຣິສຕຽນ ຫຼື ຊາວກາໂຕລິກລາວ ໃນບາງເຂດ ບາງເມືອງ ບາງແຂວງ ຖືກຈຳກັດ ຂັດຂວາງ ໃນການນັບຖື ສາສນາ ຂອງ ພວກເຂົາ ເຮັດຫຍັງ ກໍຕ້ອງຂໍ ອະນຸຍາດ ຈາກທາງການ ເສັຽກ່ອນ, ກ່ຽວກັບ ເຣື້ອງນີ້ຄຸນພໍ່ ມີຄວາມເຫັນ ແນວໃດ?

“ທີ່ຈິງແລ້ວຕາມເຮົາຄຶດ ເບິ່ງຫັ້ນນ່າ ໃນທັສນະລວມ ກໍຄືກັນໝົດ ເຂົາກໍໄດ້ ຂໍຄືກັນ ເຊັ່ນວ່າ ຕັ້ງວັດຕັ້ງວາ ຕັ້ງໂບດ, ພຸທກະໄດ້ຂໍ ເຮົາກະໄດ້ ຂໍຄືກັນ, ແຕ່ວ່າເຣື້ອງບັນຫາ ອາຈເກີດຂຶ້ນ ແມ່ນເຣື້ອງຂອງ ທ້ອງຖິ່ນ. ມີທ້ອງຖິ່ນ ທີ່ເຂົ້າໃຈ ມີທ້ອງຖິ່ນ ທີ່ວ່າເອີ່ຍັງ ບໍ່ທັນເຂົ້າໃຈ ເປັນຕົ້ນແມ່ນ ກົດຣະບຽບ ທີ່ວາງອອກ ມາຕ້ອງໄດ້ ລົງໄປເບິ່ງ ພື້ນຖານ ເພື່ອທຳຄວາມ ເຂົ້າໃຈ. ສ່ວນຫຼາຍ ເຮົານີ້ພັດ ບຸກຄະລາກອນ ຂອງເຮົາມັນໜ້ອຍ ບາງເທື່ອມັນ ກະອາຈຫຍຸ້ງຍາກ ໃນການພົວພັນ ທ້ອງຖິ່ນ. ກະຍັງມີຢູ່, ແຕ່ບໍ່ແມ່ນ ທົ່ວໄປ ມີແຕ່ບາງ ທ້ອງຖິ່ນ ບໍ່ແມ່ນ ທົ່ວໄປເລີຍ. ບາງທ້ອງຖິ່ນ ທີ່ວ່າ ສ່ວນຫຼາຍ ບາງທ້ອງຖິ່ນ ທີ່ຢູ່ສອກຫຼີກ ເຂົາບໍ່ທັນ ຮັບຮູ້ ກະແມ່ນວ່າ ເຂົາບໍ່ຮູ້ຈັກ ເຂົາກະບໍ່ໄດ້ ບີບບໍ່ໄດ້ຫຍັງ ໃນເມື່ອເຂົາ ຍັງບໍ່ທັນຮູ້ ຕໍ່ເຣື້ອງ ກົດຣະບຽບ ຂອງ ຣັຖບານ ວາງໄປ”.

ສຸດທ້າຍນີ້ ຄຸນພໍ່ຢາກຝາກ ຄວາມເຖິງຊາວກາໂຕລິກລາວ ທັງຢູ່ໃນປະເທດ ແລະ ຕ່າງປະເທສ ແນວໃດ?

“ຄຶດວ່ານີ້ ຕາມຄຶດເບິ່ງນີ້ ກະບໍ່ມີຫຍັງແປກ ພໍປານໃດ ຂໍໃຫ້ຢູ່ຢ່າງ ສງົບສງ່ຽມ ລະກະພາກັນ ພາວະນາ ເພື່ອໃຫ້ເປັນນຶ່ງ ຈິຕດຽວກັນ ເໝືອນວ່າເຮົາ ຈະຕ່າງຄວາມຄິດ ກໍ່ຕາມ ຂໍໃຫ້ເປັນ ນ້ຳນຶ່ງໃຈດຽວກັນ ຍ້ອນອັນນັ້ນ ສຳຄັນ”.

ວ່າທີ່ພຣະຣາຊາຄະນະ ຫຼິງ ມັງຄະເນກຸນ ກ່າວມ້ວນທ້າຍວ່າ ເພິ່ນເອງ ມີແຜນຈະເດີນທາງໄປ ເມືອງແບລວິນ, ຣັຖອີລີນອຍ ສະຫຣັຖ ອະເມຣິກາ ໃນວັນທີ່ 16 ເດືອນ ມິຖຸນານີ້ ແລະຈະເດີນທາງ ໄປຮັບຕຳແໜ່ງໃໝ່ ຢ່າງເປັນທາງການ ໃນ ນະຄອນຫລວງ ວາຕິກັງ ໃນວັນທີ 28 ມິ​ຖຸ​ນານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.