ຄູບາຈີນຍ່າງມາຮອດ ມ.ຫຼວງພຣະບາງ 108 ອົງ

ຈໍາປາທອງ
2017.10.15
f-monks ພຣະສົງຈີນ 108 ອົງ ທີ່ຍ່າງເຂົ້າມາຮອດ ແຂວງຫຼວງພຣະບາງ ໃນມື້ວັນທີ 11 ຕຸລາ 2017 ນີ້
ພາບຈາກ:ຂ່າວຊາວພຸດ໑

ປັດຈຸບັນ ອຳນາດການປົກຄອງ ແຂວງຫລວງພຣະບາງ ກຽມມອບພຣະສົງຈີນ 108 ອົງ ທີ່ຍ່າງເຂົ້າມາຮອດ ແຂວງຫຼວງພຣະບາງ ໃຫ້ ກະຊວງພາຍໃນ ເປັນຜູ້ຄຸ້ມຄອງ, ຈະສົ່ງກັບຄືນ ປະເທສຈີນ ຫລືວ່າຈະ ອະນຸຍາດ ໃຫ້ຍ່າງຜ່ານ ລາວໄປ.

ພຣະສົງຈີນດັ່ງກ່າວນີ້ ເດີນທາງເຂົ້າມາ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ ສປປລາວ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ເວົ້າໃນມື້ວັນທີ 12 ຕຸລາ ນີ້ວ່າ:

"ປັດຈຸບັນຢູ່ວັດຜາໂອ ດຽວນີ້ ເອກກະສານເພິ່ນເອົາໄປເຮັດຢູ່ ສູນກາງພຸ້ນແຫລະ ເພິ່ນວ່າສິໄປກະຊວງພາຍໃນ ພຸ້ນເລີຍ ຖືວ່າຈະບໍ່ໃຫ້ ເພິ່ນຍ່າງ ຈະໃຫ້ເພິ້ນຂີ່ຣົດໄປ ໄປຮອດ ນະຄອນຫລວງວຽງຈັນ ພຸ້ນແຫລະ ໄປຫາກະຊວງພຸ້ນເລີຍ ມີຫຍັງກະໄປ ປຶກສາຫາລື ຢູ່ພຸ້ນ ໄປທຳເອກກະສານ ຫລືວ່າ ທຳຄວາມເຂົ້າໃຈ ຢູ່ພຸ້ນ".

ທ່ານກ່າວຕື່ມວ່າ ພຣະສົງຈີນ ຍ່າງເຂົ້າມາລາວ ຜ່ານທາງແຂວງອຸດົມໄຊ ແລ້ວມາພັກຊົ່ວຄາວຢູ່ ແຂວງຫຼວງພຣະບາງ. ຈາກນັ້ນກໍຈະຍ່າງ ຕໍ່ໄປເລື້ອຍໆຈົນຮອດ ແຂວງຈຳປາສັກ ແລະມີແຜນທີ່ຈະ ເດີນທາງຕໍ່ໄປ ຍັງປະເທສອື່ນ ແຕ່ບໍ່ຮູ້ວ່າ ຈະໄປປະເທສ ໃດແດ່. ໃນຈຳນວນ ພຣະສົງຈີນ 108 ອົງນັ້ນ ຫຼາຍອົງມີໜັງສື ເດີນທາງຜ່ານແດນ ແຕ່ການເດີນທາງ ເຂົ້າມາລາວ ກໍຈຳເປັນຕ້ອງໄດ້ຮັບ ອະນຸຍາດຈາກທາງ ການລາວ ຕາມຣະບຽບຂອງ ກະຊວງພາຍໃນ ສປປລາວ ແລະຕາມດຳຣັຖ ເລກທີ 315 ຂອງ ນາຍົກ ຣັຖມົນຕຣີ ວ່າດ້ວຍການຄຸ້ມຄອງ ແລະການເຄື່ອນໄຫວ ທາງສາສນາ ທີ່ບໍ່ຖືກຕ້ອງ.

ມີຣາຍງານວ່າ ພຣະສົງຈີນກຸ່ມນີ້ ໄດ້ຍ່າງອອກຈາກປະເທສຈີນ ເມື່ອວັນທີ 9 ກັນຍາ 2017, ມາເຖິງເມືອງຫລວງພຣະບາງ ໃນມື້ວັນທີ 11 ຕຸລານີ້, ໄປແວ່ພັກຢູ່ ວັດຜາໂອ ແລະໄດ້ຖືກຕ້ອນຮັບ ຈາກປະຊາຊົນ ດ້ວຍການຖວາຍ ອາຫານ ແລະ ນ້ຳດື່ມໃຫ້.

ເພື່ອຮູ້ຣາຍລະອຽດກ່ຽວກັບເຣຶ່ອງນີ້ RFA ໄດ້ຕິດຕໍ່ຖາມໄປຍັງກະຊວງພາຍໃນ ສປປລາວ ທີ່ນະຄອນຫຼວງວຽງຈັນ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສາມາດ ໃຫ້ຂໍ້ມູນຄັກແນ່ໄດ້ ໃນຕອນນີ້ ຈະຮູ້ໄດ້ ກໍຈົນກວ່າວ່າ ພຣະສົງຈີນ ມາຮອດ ນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.