ຄອບຄົວ ທ່ານ ສົມບັດ ຈັດພິທີ ສາສນາ
2020.12.14

ໃນຕອນເຊົ້າ ຂອງວັນອາທິດ ວັນທີ 13 ທັນວາ, ສະມາຊິກຄອບຄົວ ທ່ານ ສົມບັດ ສົມພອນ ແລະ ຍາຕພີ່ນ້ອງ ໄດ້ຮ່ວມກັນຈັດພິທີ ທາງສາສນາ ທີ່ວັດປ່ານາຄູນນ້ອຍ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອຣຳລຶກ ເຖິງທ່ານ ສົມບັດ ໃນວາຣະຄົບຮອບ 8 ປີ ທີ່ທ່ານຖືກກຸ່ມຄົນບໍ່ດີ ລັກພາໂຕຂຶ້ນຣົດໄປ ແລະ ຖືກເຮັດໃຫ້ຫາຍສາບສູນ ຈົນຮອດທຸກມື້ນີ້.
ຜູ້ເຂົ້າຮ່ວມພິທີດັ່ງກ່າວ ໄດ້ກ່າວຕໍ່ຜູ້ສື່ຂ່່າວ ວິທຍຸເອເຊັຽເສຣີໃນວັນທີ 14 ທັນວາ ວ່າພິທີຣຳລຶກໄດ້ຈັດເປັນແບບນ້ອຍໆ ໃນລັກສນະ ຄອບຄົວ ຕາມຄວາມເຊື່ອທາງພຸທສາສນາ ແລະ ໄດ້ຕັ້ງກອງອັຕຖະ 1 ກອງ.
“ບັນຍາກາດໂດຍລວມ ກະຮູ້ສຶກວ່າ ມັນກະເປັນແບບຄອບຄົວ ທີ່ເຮົາອົບອຸ່ນກັນ. ພວກເຮົາກະຕັ້ງກອງອັຕຖະ ໃຫ້ກັບລຸງ. ພວກເຮົາ ກະໄດ້ໄປເຮັດບຸນຢູ່ວັດປ່ານາຄູນນ້ອຍເນາະ, ກະມີທາງພຣະທາງຫຍັງເພິ່ນຮັບ.”
ຍານາງ ກ່າວຕື່ມວ່າຫຼາຍຄົນ ຈາກ ຫຼາຍພາກສ່ວນ ກໍໄດ້ເຂົ້າມາຮ່ວມງານຢ່າງອົບອຸ່ນ, ໂດຍສະເພາະແມ່ນ ຜູ້ທີ່ຮູ້ຈັກຮັກແພງ ທ່ານ ສົມບັດ ສົມພອນ ແລະ ກໍຖືເອົາໂອກາດນີ້ ຢື້ຢາມຖາມຂ່າວໃຫ້ກຳລັງໃຈ ແລະ ອົບອຸ່ນຈິຕໃຈ ຂອງ ມາດາມ ອຶ້ງ ຊຸ່ຍ-ເມັ້ງ, ພັລຍາ ທ່ານ ສົມບັດ ສົມພອນ ແລະ ຄອບຄົວນຳດ້ວຍ.
“ເຮົາຮູ້ສຶກໄດ້, ຫັ້ນນ່າ ເພາະວ່າຜູ້ທີ່ມາງານ ກະແມ່ນຄົນທີ່ໝູ່ຄູ່ ພີ່ນ້ອງ ກະມາເຕົ້າໂຮມກັນ. ບາງຄົນນີ້, ປີ 1 ໄດ້ພໍ້ກັນຢູ່ໃນງານ ນີ້ໄດ໋, ຈັ່ງຊີ້ຫັ້ນນ່າ. ມັນກະເຮັດໃຫ້ຮູ້ສຶກອົບອຸ່ນ ກະໄດ້ຖາມປ້າ, ປ້າເປັນຈັ່ງໃດ? ປ້າລາວກະເອີ່, ກະຢູ່ໄດ້ ກະຍ້ອນມີພວກເຈົ້າ ຫັ້ນແຫຼະ ມີກຳລັງໃຈ, ລາວກະວ່າຈັ່ງຊີ້.”
ນອກຈາກນີ້, ກໍຍັງມີບັນດາໂຕແທນ ຈາກອົງການຈັດຕັ້ງສາກົລ ປະຈຳລາວ ແລະ ສະຖານເອກອັຄຣັຖທູຕ ຕ່າງປະເທດ ແຫ່ງຕ່າງໆ ປະຈຳລາວ ເປັນຕົ້ນວ່າ ສະຫະຣັຖອາເມຣິກາ, ສະຫະພາບຢຸໂຣປ ແລະ ສະຖານທູຕສິງກະໂປ ທີ່ເຖິງວ່າຈະມີການຊັບຊ້ອນໜ້າທີ່ ແລະ ໝູນວຽນຕຳແໜ່ງ ໄປຫຼາຍຄົນແລ້ວກໍຕາມ, ແຕ່ພວກເພິ່ນ ກໍຍັງມາສະແດງຄວາມເຫັນໃຈ ແລະ ອົບອຸ່ນໃຈ ຄອບຄົວທ່ານ ສົມບັດ ສົມພອນ ດັ່ງທີ່ເຄີຍປະຕິບັດ ມາໃນທຸກໆປີ.
ກ່ຽວກັບການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເປັນເວລາ 8 ປີ ໃນປີນີ້, ຊາວໜຸ່ມລາວຄົນນຶ່ງ ກໍໄດ້ກ່າວ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນວັນທີ 13 ທັນວາ ວ່າ ທ່ານຮູ້ສຶກ ເຫັນໃຈຄອບຄົວ ແລະ ພັລຍາ ທ່ານ ສົມບັດ ສົມພອນ ທີ່ສຸດ ແລະ ຄົງບໍ່ມີໃຜຮັບໄດ້ ຖ້າຫາກເກີດສິ່ງນີ້ກັບຄອບຄົວໂຕເອງ.
“ເພາະວ່າເຮົາກະຮູ້ສຶກເນາະ ເພາະວ່າຖ້າເປັນຄົນໃນຄອບຄົວເຮົາເດລ່ະ? ຖ້າເກີດຂຶ້ນແບບຊັ້ນ ບໍ່ມີໃຜຮັບໄດ້ດອກເນາະ ເພາະວ່າການທີ່ເຮົາ ຫາຍສາບສູນໄປ ໄຮ້ຮ່ອງຮອຍ ແລ້ວໂດຍທີ່ແບບ ບໍ່ຮູ້ຂ່າວຄາວ ອີ່ຫຍັງທຸກສິ່ງຢ່າງ. ເຖິງວ່າຈະມີຂໍ້ມູນແໜ້ນ, ແຕ່ເຮົາກະບໍ່ສາມາດເຮັດຫຍັງໄດ້, ຫັ້ນນ່າ. ເຖິງວ່າເພິ່ນກະບໍ່ແມ່ນຄົນໃນຄອບຄົວ, ແຕ່ວ່າເຮົາ ກະເຫັນໃຈ ລະກະຊາບຊຶ້ງໃຈ ທີ່ວ່າເພິ່ນເຮັດ. ເພິ່ນເຮັດທຸກສິ່ງທຸກຢ່າງ ເຮັດເພື່ອຄົນລາວເຮົາ, ກະຖືວ່າເພິ່ນເປັນຄົນທີ່ເສັຽສຣະ ເພື່ອຄົນລາວເຮົາ.”
ກ່ຽວກັບການສືບຕໍ່ຊອກຫາ ທ່ານ ສົມບັດ ສົມພອນ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງພາກສ່ວນ ທີ່ກ່ຽວຂ້ອງ ຂອງກະຊວງ ປ້ອງກັນຄວາມສງົບໃນຕອນເຊົ້າ ແລະບ່າຍ ໃນວັນທີ 14 ທັນວາ 2020 ເພື່ອສອບຖາມເຖິງຄວາມຄືບໜ້າຫຼ້າສຸດ ໃນການຊອກຫາ ທ່ານ ສົມບັດ ສົມພອນ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຄວາມເຫັນ ຜ່ານທາງ ໂທຣະສັບໄດ້.
ເປັນເວລາເກືອບ 8 ປີເຕັມ ທີ່ທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສດີເດັ່ນ ດ້ານການພັທນາທີ່ຍືນຍົງ ຜູ້ໄດ້ຮັບຣາງວັນ ແມັກໄຊໄຊ ອັນມີກຽດເຊີດຊູຍິ່ງ, ໄດ້ຖືກກຸ່ມຄົນບໍ່ດີ ລັກພາໂຕຂຶ້ນຣົດກະບະ ຢູ່ຕໍ່ໜ້າປ້ອມຍາມຕຳຣວດຈະຣາຈອນ ກົງກັນຂ້າມກັບ ວິທຍາລັຍເຕັກນິກ-ການຊ່າງ ລາວ-ເຢັຽຣະມັນ ເທິງຖນົນທ່າເດື່ອ ໃຈກາງນະຄອນຫຼວງວຽງຈັນ ເມື່ອຕອນປະມານ 6 ໂມງແລງ ຂອງວັນທີ 15 ເດືອນ ທັນວາ ປີ 2012 ແລະ ຖືກບັງຄັບໃຫ້ຫາຍສາບສູນ ຕັ້ງແຕ່ນັ້ນມາ. ຈົນຮອດສູ່ມື້ນີ້, ກໍບໍ່ມີໃຜ ແລະ ພາກສ່ວນໃດໆ ຮູ້ເຖິງຊະຕາກັມ ຂອງທ່ານວ່າ ຍັງປອດພັຍຢູ່ ຫຼືແນວໃດ.