ບູນຊ້າງງຽບເຫງົາ ບໍ່ຄຶກຄື້ນ
2020.02.20
ຖ້າມກາງຄວາມກັງວົນ ຕໍ່ການຣະບາດຂອງ ໄວຣັສ COVID-19 ທີ່ກຳລັງຣະບາດ ຢ່າງຮຸນແຮງ ໃນຂນະນີ້ ສົ່ງຜົລກະທົບ ງານບູນຊ້າງຢູ່ ແຂວງໄຊຍະບູຣີ ບັນຍາກາດບໍ່ຄຶກຄື້ນ ຄືກັບປິຜ່ານມາ.
ຜແນກທ່ອງທ່ຽວແຂວງໄຊຍະບູຣີ ຕັ້ງເປົ້າວ່າຈະດຶງດູດ ນັກທ່ອງທ່ຽວ ເຂົ້າມາບໍ່ໃຫ້ຫຼຸດ 1 ແສນຄົນ ແຕ່ໂຕຈິງຈະເປັນໄປໄດ້ບໍ່ຈະສະຫຼຸບ ພາຍຫຼັງຈົບງານ. ດັ່ງເຈົ້າໜ້າທີ່ທ່ອງທ່ຽວແຂວງໄຊຍະບູຣີ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 20 ກຸມພາວ່າ:
"ໂດຍລວມມັນກາບໍ່ຄຶກຄັກ ຄືປີທີ່ຜ່ານມາ ຄົນມັນຈະບໍ່ຄືທຸກໆ ປີຜ່ານມາປານໃດເນາະ ແຕ່ວ່າກໍຍັງໂອເຄ ຢູ່ສ່ວນຫຼາຍກໍຫຼາຍແມ່ນແຂກ ພາຍໃນເຮົາເນາະ ຄິດວ່າແສນຄົນຈະບໍ່ໃຫ້ຫຼຸດ ແຕ່ວ່າເປົ້າຂອງມັນທີ່ເຮົາຕັ້ງໄວ້ ມັນຈະບັນລຸບໍ່ກໍມີສາເຫດຂອງມັນ ຄືພຍາດເນາະ."
ໃນຂນະທີ່ປະຊາຊົນຊາວແຂວງໄຊຍະບູຣີ ກ່າວວ່າໃນໄລຍະເປີດງານຄົນການຄືກຄື້ນຢູ່ ແຕ່ປະມານ 23 ກຸມພາ ໄປບັນຍາກາດອາດຈະ ງຽບເຫງົາ ນອກຈາກນີ້ຮ້ານຂາຍເຄື່ອງ ໃນປີນີ້ຍັງໜ້ອຍກວ່າປີກາຍ.
"ປີນີ້ກໍຢາກເທົ່າປີຜ່ານມາປານໃດ ຫຼັງຈາກທີ່ມາມື້ເປີດແລ້ວກາແລ້ວ ກາຖືວ່າມັນກາເຣີ້ມງຽບເນາະ ການລົງຕລາດນັດກາປີນີ້ຄົນຢາກໜ້ອຍ ແລ້ວຄົນຂາຍເຄື່ອງ ກາບໍ່ມາຂາຍເຄື່ອງຫຼາຍຄົນ."
ສ່ວນເຈົ້າຂອງເຮືອນພັກ ຢູ່ແຂວງໄຊຍະບູຣີ ໄດ້ກ່າວວ່າ ໃນໄລຍະບູນຊ້າງ ສາມມື້ໃນໄລຍະເຣີ້ມງານ ມີນັກທ່ອງທ່ຽວຈອງຫ້ອງເຕັມແຕ່ ຫຼັງຈາກ 23 ກຸມພາໄປ ແມ່ນຍັງມີຫ້ອງຫວ່າງ ຫຼາຍຢູ່.
"ຍັງມີຫ້ອງວ່າງຢູ່ວັນທີ 21 ຮອດ 22 ເຕັມ 23 ວ່າງແຕ່ວ່າຮອດສີ້ນບູນຊ້າງ ວັນທີ 28 ມັນກາບໍ່ແນ່ຕອນນີ້ ມີຫ້ອງວ່າງຢູ່ມີວ່າງ 20 ປາຍຫ້ອງ."
ງານບູນຊ້າງແມ່ນເຣີ້ມເປີດຢ່າງເປັນທາງການຕັ້ງແຕ່ ວັນທີ 18 ກຸມພາ ຈົນເຖີງ ວັນທີ 28 ກຸມພາ. ໃນງານບຸນຊ້າງ ຈະມີຂະບວນແຮ່ ຊ່າງເຜືອກເຂົ້າເມືອງ ແລະ ງານຕລາດນັດຂາຍສີນຄ້າທັງລາວ ແລະ ໄທ.