ວິຈັຍປວັດສາດລາວ ບູຮານ ບົດທີ 65
ຈເຣີນສຸຂ
2017.07.12
2017.07.12

ວິຈັຍປວັດສາດລາວບູຮານ ບົດທີ 65 ສົມມຸດ ພວກເຮົາ ຢູ່ໃນປີ 1644. ຣາຊວົງຊິງ ເຂົ້າຍຶດເອົາ ນະຄອນຫລວງປາກກິ່ງ ຂອງຣາຊວົງ ໝິງ. ແຜ່ນດິນໝິງ ກັບອານາຈັກລາວ ລ້ານຊ້າງ ມີຊາຍແດນ ຮ່ວມກັນ. ການແຕກສລາຍ ຂອງ ຈັກກະພົບໝິງ ເຮັດໃຫ້ ພົລເມືອງ ອົພຍົບໜີ ຢ່າງມາກມາຍ ເຂົ້າສູ່ ປະເທດໃກ້ຄຽງ ໃນນັ້ນ ກໍມີລາວ. ໃນປີ 1664 ພຣະນາຣາຍ ເຈົ້າແຜ່ນດິນສຍາມ ສ້າງພັນທະມິດ ກັບສູລິຍະວົງສາ ເພື່ອສູ້ໜ້າ ກັບການໂຈມຕີ ຂອງຊາວໂຮນລັງ. ໃນປີ 1688 ມີການຂະບົດ ຕໍ່ບັນລັງ ລ້ານຊ້າງ ແຕ່ບໍ່ສຳເລັດ. ຄົ້ນຄວ້າຕື່ມ ແລະ ວິຈັຍ ໂດຍນາລິນ. ສເນີ ໂດຍ ຈເຣີນສຸຂ.