ພຣະພຸທຮູບ ຖືກລັກ ຍັງໄຮ້ຮ່ອງຮອຍ
2019.11.25

ພຣະພຸທຮູບເກົ່າແກ່ ຈໍານວນຫຼາຍອົງ ທີ່ຖືກກຸ່ມໂຈນລັກໄປ ຈາກວັດຫຼາຍແຫ່ງ ໃນນະຄອນຫຼວງພຣະບາງ ເມື່ອປີກາຍ, ປະຈຸບັນ ຍັງບໍ່ສາມາດ ຕິດຕາມຄືນມາ ໄດ້ເທື່ອ, ດັ່ງເຈົ້າໜ້າທີ່ແນວລາວສ້າງຊາດ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ພຶສຈິກາ ນີ້ວ່າ:
“ກະບໍ່ທັນໄດ້ເທື່ອໄດ໋, ບໍ່ທັນຮູ້ວ່າໄດ້ຄືນເທົ່າໃດ ບໍ່ຮູ້ ຕິດຕາມຍາກຢູ່ ເພາະວ່າ ເຮົາກະໄດ້ສົ່ງຂໍ້ມູນ ໄປຫາ ກະຊວງການຕ່າງປະເທດ ໃຫ້ກະຊວງການຕ່າງປະເທດ ເພິ່ນຕິດຕາມ ໄດ້ຍິນຂ່າວວ່າ ແມ່ນທາງ ເຈົ້າໜ້າທີ່ໄທ ເພິ່ນຈັບໄດ້ ຢູ່ທ່າເຮືອແຫຼມສະບັງຫັ້ນ ມີຈໍານວນພຣະພຸທຮູບຫຼາຍ.”
ໃນຂະນະດຽວກັນ, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ກະຊວງການຕ່າງປະເທດ ຂອງລາວ ເພື່ອຖາມຄວາມຄືບໜ້າ ກ່ຽວກັບ ເຣື້ອງດັ່ງກ່າວ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຂໍ້ມູນ.
ຢ່າງໃດກໍຕາມ, ເຈົ້າໜ້າທີ່ ດ່ານກວດກາສິນຄ້າ ປະຈໍາທ່າເຮືອ ແຫຼມສະບັງ ປະເທດໄທ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ: ທີ່ຜ່ານມາ ເຈົ້າໜ້າທີ່ ກວດກາປະຈໍາທ່າເຮືອ ສາມາດ ກວດຍຶດ ພຣະພຸທຮູບໄດ້ ຈໍານວນນຶ່ງ ທີ່ກຽມຖືກຂົນສົ່ງ ໄປຕ່າງປະເທດ ແລະ ສ່ວນນຶ່ງ ກໍໄດ້ສົ່ງຄືນ ໃຫ້ແກ່ວັດທີ່ເປັນເຈົ້າຂອງ ພຣະພຸທຮູບ ແຕ່ລະອົງແລ້ວ, ເຊິ່ງສ່ວນໃຫຍ່ ເປັນວັດພາຍໃນໄທ ແລະ ໄດ້ໃຫ້ເຈົ້າໜ້າທີ່ ຈາກກົມສິລປະ ຂອງໄທ ມາກວດສອບແລ້ວ, ແຕ່ບໍ່ປະກົດເຫັນວ່າ ມີພຣະພຸທຮູບຈາກ ສປປລາວ ເລີຍ.
ຕລອດ ປີ 2018, ເກີດເຫດໂຈນລັກພຣະພຸທຮູບ ຢູ່ນະຄອນຫຼວງພຣະບາງ 5 ຄັ້ງ. ຄັັ້ງທໍາອິດ ເກີດຢູ່ວັດອາພັຍ ໃນເດືອນ ມົກກະຣາ ພຣະເສັຽ 5 ອົງ, ຄັ້ງທີ່ສອງ ເກີດຢູ່ວັດທາດຫຼວງ ໃນເດືອນກຸມພາ ເສັຽ 3 ອົງ, ຄັ້ງທີ່ສາມ ເກີດຢູ່ວັດຈູມຄ້ອງ ໃນເດືອນກໍຣະກະດາ ເສັຽ 5 ອົງ, ຄັ້ງທີ່ສີ່ ຢູ່ວັດຊຽງທອງ ໃນເດືອນກັນຍາ ເສັຽ 6 ອົງ ແລະ ຄັ້ງທີ່ຫ້າ ຢູ່ວັດໂພນໄຊ ເສັຽ 2 ອົງ. ຈໍານວນພຣະພຸທຮູບ ທີ່ເສັຽໄປທັງໝົດ 21 ອົງ.
ປະຈຸບັນ, ວັດຫຼາຍແຫ່ງ ໃນນະຄອນຫຼວງພຣະບາງ ໄດ້ເພີິ້ມການເວນຍາມ ແລະ ເພີ້ມມາຕການ ໃນການຮັກສາຄວາມປອດພັຍ ເພື່ອປ້ອງກັນ ບໍ່ໃຫ້ພຣະພຸທຮູບໃຫ້ຖືກລັກອີກ.