ຟັງເອເຊັຽເສຣີຈາກມືຖື


2013.09.09

ຟັງວິທຍຸເອເຊັຽເສຣີ ຊຶ່ງໃຊ້ນາທີ ຈາກມືຖືຂອງທ່ານ. ໂທຣ (857) 232-0088. ຄ່າໂທຣທາງໄກ ກໍເສັຽຕາມທັມດາ ສໍາລັບໂທຣະສັບ ຢ່າງອື່ນທຸກຊນິດ. ຣາຍຣະອຽດດັ່ງນີ້.

ໃນການເຂົ້າຮ່ວມ AudioNow ວິທຍຸເອເຊັຽເສຣີ ສາມາດອໍານວຍຄວາມສະດວກໃຫ້ທ່ານຜູ້ຟັງ ໃນ ສະຫະຣັດ ອະເມຣີກາ ໃຊ້ມືຖືເປີດຟັງຂ່າວລາວ ຫລ້າສຸດ ແບບດີຈີໂຕ. ກະຣຸນາສັງເກດ ຂໍ້ກໍານົດ ດັ່ງຕໍ່ລົງໄປນີ້.

  • ຜູ້ທີ່ໃຊ້ມືຖື ກໍພຽງແຕ່ເສັຽຄ່າ ໄປຕາມໂຄງສັນຍາ ສ່ວນໂຕຂອງທ່ານ. ແຕ່ການບໍຣິການຟັງຂ່າວ ບໍ່ມີເສັຽຄ່າເພີ້ມ, ໂຄງສັນຍາມືຖື ຂອງແຕ່ລະບໍຣິສັດ ອາຈແຕກຕ່າງກັນ. ຜູ້ທີ່ໃຊ້ເກີນນາທີ ໃນໂຄງສັນຍາຂອງຕົນ ກໍຕ້ອງເສັຽຄ່າທໍານຽມ ໄປຕາມໂຄງສັນຍາມືຖື ຂອງບໍຣິສັດນັ້ນໆ.
  • ອັນນີ້ບໍ່ແມ່ນ ນໍ້າເບີໂທຣຟຣີ. ໂທຣຈາກສາຍດິນ ຫຼື ໂທຣະສັບຕັ້ງໂຕະ ຕ້ອງເສັຽຄ່າໂທຣທາງໄກ ຕາມທັມດາ. ສໍາລັບທ່ານຜູ້ຟັງ ທີ່ຢູ່ນອກ ສະຫະຣັດ ໂທຣຈາກຕ່າງ ປະເທດ ກໍຕ້ອງໄດ້ເສັຽ ຄ່າທໍານຽມ ແບບໂທຣທາງໄກ.
  • ສໄກປ໌ Skype ອາຈສາມາດເຮັດໃຫ້ ທ່ານຜູ້ຟັງໃນຕ່າງປະເທດ ແລະ ໃນສະຫະຣັດ ບໍ່ຕ້ອງໄດ້ ເສັຽຄ່າໂທຣທາງໄກ ແລະ ຄ່າທໍານຽມຈາກມືຖື.

ໝາຍເຫດ: ຖ້າຫາກທ່ານພົບເຫັນບັນຫາຂັດຂ້ອງແນວໃດ ກະຣຸນາຕິດຕໍ່ຫາ support@audionow.com ໄດ້ທຸກເວລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.