ເຣື້ອງທີ່ເກັບບັນທຶກໄວ້
2010-05-11
ໃນຕົ້ນເດືອນ ພຶສພາ ປີ 2010 ຄະນະ ພະນະທ່ານ ຣັຖມົນຕຣີ ແລະບັນດາ ທ່ານຮອງ ຣັຖມົນຕຣີ ການຄ້າ ຂອງກຸ່ມປະເທດ ອາຊ໊ຽນ ມີຮວມທັງໝົດ 9 ປະເທດດ້ວຍກັນ ທີ່ໄດ້ເດີນທາງ ມາ ສະຫະຣັຖ ອະເມຣິກາ ໃນນາມຂອງ ກຸ່ມການຄ້າ ຈາກປະຊາຄົມ ອາຊ໊ຽນ ເພື່ອພົບປະກັບ ຄະນະທູຕການຄ້າ ຂອງ ສະຫະຣັຖ ອະເມຣິກາ ຊຶ່ງໄດ້ມີການ ເລີ້ມຕົ້ນຈາກ ນະຄອນ Seatle ຣັດ Washington state ຫຼັງຈາກນັ້ນ ທາງຄະນະ ທູຕການຄ້າ ທັງຫຼາຍ ກໍໄດ້ເດີນທາງມາ ນະຄອນຫຼວງ Washington D.C ແລະໄດ້ມີງານ ລ້ຽງຮັບຮອງ ໃນວັນທີ 5 ພຶສພາ ປີ 2010 ນີ້. ພ້ອມດຽວກັນນັ້ນ ບັນດາທ່ານ ເອກອັຄຣາຊທູຕ ຈາກກຸ່ມປະເທດ ອາຊ໊ຽນ ກໍໄດ້ເຂົ້າຮ່ວມ ງານລ້ຽງເພື່ອ ເປັນກຽດ. ເຊີນທ່ານຮັບຊົມ ລາຍຣະອຽດ ເຖິງຈຸດປະສົງຂອງ ຄະນະທູຕການຄ້າ ຈາກກຸ່ມປະເທດ ອາຊ໊ຽນ ແລະ ສະຫະຣັດ ອະເມຣິກາໄດ້.