ເຣື້ອງທີ່ເກັບບັນທຶກໄວ້
2011-03-30
ຣາຊກາລ ຂອງ ພຣະເຈົ້າ ສາມແສນໄທ ໄຕຣພູວະນາຖ: ເມື່ອສົມເດັຈ ພຣະເຈົ້າຟ້າງຸ່ມ ສະເດັຈ ໄປປະທັບ ຢູ່ນະຄອນນ່ານ ແລະ ສະເດັຈສຸຣະຄົຕ ແລ້ວ ເສນາອາມາຕຍ໌ ຣາຊມົນຕຣີ ກໍໄດ້ພ້ອມພຽງກັນ ອະພິເສກ ທ້າວອຸ່ນເມືອງ ຣາຊໂອຣົສ ອົງຄ໌ທີ່ 1 ທີ່ປະສູຕຈາກ ພຣະອັຄຄະມະເຫສີ ແກ້ວກັນຍາ ຂຶ້ນສເວີຍຣາຊສົມບັຕ ໃນນະຄອນ ຊຽງທອງ ແທນພຣະຣາຊບິດາ.
2011-03-17
ການອົພຍົບ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງຄົນລາວ ແຕ່ອາດີດ. ໃນປີ ຄ.ສ. 1776 ທີ່ອານາຈັກ ຈຳປາສັກ ຕົກເປັນ ຫົວເມືອງຂຶ້ນ ຂອງສຍາມນັ້ນ ຈະເຫັນໄດ້ວ່າ ກອງທັບສຍາມ ທີ່ຍົກໄປ ໃນຄັ້ງນັ້ນ ບໍ່ແມ່ນກອງທັບ ສຳລັບທີ່ຈະ ປາບປາມແຕ່ ເມືອງ ນາງລອງ ເທົ່ານັ້ນ ການທີ່ສຍາມ ຍົກກອງທັບ ໄປເຖິງ 2 ກອງທັບ ກໍສະແດງອອກ ຢ່າງຈະແຈ້ງແລ້ວວ່າ ສຍາມມີແຜນການ ແລະ ວາງເປົ້າ ໝາຍ ທີ່ຈະຕີເອົາ ຈຳປາສັກ ຢູ່ແລ້ວ ບໍ່ແມ່ນແຕ່ຈະຕີ ເມືອງນາງລອງ ທີ່ແຂງຂໍ້ເທົ່ານັ້ນ ເພາະກຳລັງ ຂອງກອງທັບເຖິງ 2 ກອງທັບ ກໍເປັນເຫດຜົນ ໃນຕົວຢູ່ແລ້ວ.
2011-03-10
ພຣະບາງ ປະດິສຖານຢູ່ ເມືອງວຽງຄໍາ ເມື່ອປະຊາຂົນ ຊາວເມືອງວຽງຄໍາ ໄດ້ຖວາຍກາຣ ຕ້ອນຮັບ ພຣະບາງ ພ້ອມດ້ວຍ ພຣະສົມມະນະທູຕ ແລະ ປະຊາຊົນ ຊາວຂເມຣ ທີ່ພຣະເຈົ້າ ແຜ່ນດິນຂເມຣ ສົ່ງຂື້ນມາ ພ້ອມກັບ ພຣະມະຫາປາສມັນ ເຂົ້າໄປຄົບງັນກັນ ຢູ່ໃນເມືອງວຽງຄໍາ ເປັນເວລາ 3 ມື້ 3 ຄືນ ຕາມກໍານົດ ຣາຍກາຣນັ້ນ ແລ້ວ ກໍຈະດຳເນີນ ຕໍ່ໄປຍັງ ເມືອງຊຽງທອງ.
2011-03-04
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງຄົນລາວ ແຕ່ອາດີດ. ກຣຸງສີອະຍຸທຍາ ຂອງສຍາມ ເປັນຣາຊທານີ ຫຼືເປັນເມືອງຫຼວງ ຢູ່ໄດ້ 417 ປີ ເມື່ອເຖິງປີ ຄ.ສ. 1767 ກຣຸງສີອະຍຸທຍາ ກໍເສັຽແກ່ພະມ້າ ຖືວ່າເປັນການ ສ້ຽງສຸດສະໄໝ ອະຍຸທຍາ.
2011-03-01
ກາຣນໍາເອົາ ພຸທສາສນາ ລັທທິລັງກາວົງສ໌ ນິກາຍເຖຣະວາທ ມາຍັງ ປະເທສລາວ. ຊົນຊາຕອ້າຍລາວ ມີປວັຕກາຣ ນັບຖື ພຸທສາສນາ ມາແຕ່ ສມັຍ ຂຸນລີເມົາ ເຈົ້ານະຄອນ ງາຍລາວ ເມື່ອປີຄຣິສຕະສັກຣາຊ 69 ພ.ສ. 612. ພຸທສາສນາ ທີ່ຊົນຊາຕ ອ້າຍລາວ ນັບຖື ໃນເວລານັ້ນ ແມ່ນພຸທສາສນາ ນິກາຍ ມະຫາຍານ ຊື່ງເປັນ ນິກາຍນຶ່ງ ຄູ່ກັບ ນິກາຍ ເຖຣະວາທ ທີ່ຝ່າຍມະຫາຍານ ຂນານນາມ ໃຫ້ວ່າ ນິກາຍຫິນະຍານ ຫຣື ຍານນ້ອຍ.