ເຣື້ອງທີ່ເກັບບັນທຶກໄວ້
2012-02-16
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງ ຄົນລາວ ໃນອະດີດ.
2012-02-13
ພຣະເຈົ້າ ໄຊຍະເສຕຖາທິຣາຊ ປະສູຕ ວັນອາທິຕ ຕອນທ່ຽງ ປີມະເມັຍ ເດືອນອ້າຍ ແຮມ 9 ຄໍ່າ ຈຸລສັກຣາຊ 896 ກົງກັບ ຄຣິສຕະສັກຣາຊ 1534. ໝໍໂຫນໄດ້ ຜູກດວງ ຊາຕາ ໄວ້ວ່າ ຕົກຖືກຣືກສ໌ ໜ່ວຍ 13. ພຣະເຈົ້າ ໄຊຍະເຊຕຖາທິຣາຊ ຂຶ້ນເປັນ ພຣະເຈົ້າ ແຜ່ນດິນ ນະຄອນ ຊຽງທອງ ອີກ ໂດຍຖວາຍ ພຣະນາມວ່າ: "ພຣະອຸໄພຍະພູທອນ ບໍວອນ ໄຊຍະເຊຕຖາທິປັຕ ສຣີສັຕຕະນາຄະນະຫຸຕ" ເພາະເຫຕ ທີ່ພຣະອົງຄ໌ ຂຶ້ນສເວີຍ ຣາຊສົມບັຕ ເປັນພຣະເຈົ້າ ແຜ່ນດິນຂອງ 2 ຣາຊອານາຈັກຣ໌ ນັ້ນເອງ.