ເຣື້ອງທີ່ເກັບບັນທຶກໄວ້
2011-02-18
ນອກຈາກ ຈະຖືກ ຈໍາກັດສິທ ໃນການນັບຖື ສາສນາ ແລ້ວ ຄົນລາວ ໃນສະໄໝ ກຣຸງສີອະຍຸທຍາ ຍັງຈະຕ້ອງ ມີການເຂົ້າເດືອນ ຫຼືເຂົ້າເວນ ຮັບໃຊ້ ທາງ ຣາຊການ ທະຫານອີກດ້ວຍ ໂດຍຄົນລາວ ໃນ ກຣຸງສີອະຍຸທຍາ ຈະຕ້ອງເຂົ້າເດືອນ ຮັບໃຊ້ ຣາຊການ. ປີນຶ່ງໆ ເປັນເວລາເຖິງ 6 ເດືອນ ແລະ ມີການຕັ້ງ ກອງທະຫານລາວ ຕ່າງຫາກ ກອງທະຫານ ນີ້ຮ້ອງວ່າ “ກອງທະຫານມ້າ ຮັກສາພຣະອົງ” ຫຼື ກອງທະຫານ ທີ່ມີໜ້າທີ່ ຮັກສາ ພຣະເຈົ້າ ແຜ່ນດິນ ຄືພຣະນາຣາຍ.
2011-02-14
ວົງສາຄະນາຍາຕ ເຊື້ອສາຍ ຣາຊວົງ ລາວ ແລະ ບັນດາ ບຸກຄົນສໍາຄັນ ທັງລາວ ແລະ ຕ່າງປະເທດ ເຂົ້າຮ່ວມພິທີ ປົງສົພ ພຍານໍຣະປະໂມກ ອະດີດ ພົນໂທ ວັງປາວ.
2011-02-09
ໃນໄລຍະ ທໍາອິດ ຄົນລາວ ໄດ້ພາກັນ ຕັ້ງຫຼັກແຫຼ່ງ ຢູ່ບໍຣິເວນ ຮອບອ້ອມ ກຣຸງສີອຍຸທຍາ ແລະ ຕັ້ງເປັນບ້ານ ປຸກເຮືອນ ເປັນຕູບນ້ອຍໆ ຢູ່ພື້ນທີ່ດິນ ທີ່ທາງຣາຊການ ແບ່ງໃຫ້ ເພື່ອໃຫ້ຄົນລາວ ໄດ້ເຮັດຢູ່ຫາກິນ. ເມື່ອພໍມີ ລາຍໄດ້ຂຶ້ນມາ ທາງຣາຊການ ກໍຈະເກັບເອົາ ພາສີອາກອນ ນຳຄົນລາວ. ດັ່ງນັ້ນ ຍິ່ງຄົນລາວ ມີການເຮັດຢູ່ ທໍາກິນ ຫຼາຍເທົ່າໃດ ກໍເທົ່າກັບວ່າ ລາຍໄດ້ຂອງ ຣາຊການ ກໍເພີ່ມຕື່ມຂຶ້ນ ຊັກໄຊ້ ຈະເຫັນໄດ້ວ່າ ຍາມໃດກໍຕາມ ທີ່ຄົນລາວ ໄດ້ບຸກເບີກດິນ ເພື່ອເປັນບ່ອນ ຫາກິນແຫ່ງໃໝ່ ພຣະເຈົ້າແຜ່ນດິນ ກໍຈະ ພຣະຣາຊທານ ຫຼືໃຫ້ ພາຫານະ ຫຼື ງົວຄວາຍ ໃຫ້ແດ່ຄົນລາວ.