ເຣື້ອງທີ່ເກັບບັນທຶກໄວ້
2012-01-23
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງ ຄົນລາວ ໃນອາດີດ.
2012-01-13
ຣັຊສມັຍ ຂອງພຣະເຈົ້າ ໂພທິສາຣະຣາຊ "ພຣະເຈົ້າ ເຊຕຖະວັງໂສ" ຂຶ້ນໄປ ສເວີຍຣາຊ ເປັນພຣະເຈົ້າ ແຜ່ນດິນ ຊຽງໃໝ່ ຊຶ່ງໃນເວລາ ຂຶ້ນ ສເວີຍຣາຊນັ້ນ ເສນາ ອາມາຕຍ໌ ໄດ້ຖວາຍ ພຣະນາມໃໝ່ ວ່າ "ພຣະເຈົ້າ ໄຊຍະເຊຕຖາ ທິຣາຊ". ຄັນພິທີ ຂຶ້ນ ສເວີຍຣາຊສົມບັຕິ ບໍຣະບວນ ແລ້ວ ພຣະ ໂພທິສາຣະຣາຊ ກໍຊົງປະທັບ ຢູ່ນະຄອນ ຊຽງໃໝ່ ດົນນານ ພໍສົມຄວນ ແລ້ວກໍ ສະເດັຈຕ່າວ ມາຍັງ ນະຄອນຊຽງແສນ. ໃນເວລາທີ່ ພຣະອົງຄ໌ ສະເດັຈມານັ້ນ ພຣະອົງຄ໌ ໄດ້ນຳເອົາ ພຣະແກ້ວ ມໍຣະກົຕ ແລະ ພຣະແຊກຄຳ ທີ່ສະຖິຕ ຢູ່ໃນ ວິຫາຣ ວັດບຸບຜາຣາມ ມານຳ. ເຣື່ອງກາຣ ນຳເອົາ ພຣະແກ້ວ ມໍຣະກົຕ ມານັ້ນ ຄົນສ່ວນຫລາຍ ເວົ້າວ່ າ ແມ່ນ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ເປັນຜູ້ນຳ ເອົາມາ.
2012-01-13
ພຣະໂພທິສາຣະຣາຊ ນຳເອົາ ຣາຊໂອຣົສ ເຈົ້າ ເຊຕຖະວັງໂສ ຂຶ້ນໄປ ສເວີຍຣາຊ ເປັນ ພຣະເຈົ້າ ແຜ່ນດິນ ຊຽງໃໝ່. ກາຣທີ່ເຈົ້າ ເຊຕຖະວັງໂສ ໄດ້ຖຶກ ທູນເຊີນ ໃຫ້ຂຶ້ນ ຄອງ ຣາຊສົມບັຕ ເປັນພຣະເຈົ້າ ແຜ່ນດິນ ແຫ່ງຊຽງໃໝ່ ນັ້ນ ກໍຍ້ອນວ່າ ພຣະອົງຄ໌ ເປັນ ຣາຊໂອຣົສ ຂອງ ພຣະເຈົ້າ ໂພທິສາຣະຣາຊ ທີ່ ປະສູຕ ຈາກ ພຣະນາງ ເຈົ້າຍອດຄຳ ພຣະອັຄຄະ ມະເຫສີ ທີ່ເປັນ ຣາຊທິດາ ຂອງ ພຣະເຈົ້າແຜ່ນ ດິນຊຽງໃໝ່.