ເຣື້ອງທີ່ເກັບບັນທຶກໄວ້
2009-09-14
ການສັມພາດ ໝໍລໍາ ຄໍາພາ ອິນທິສານ ຕອນທີ 2, ຜ່ານມາ ໝໍລໍາ ຄໍາພາ ກໍເລົ່າສູ່ຟັງ ກ່ຽວກັບ ຄວາມເປັນມາ ຂອງລໍາສາຣະວັນ. ສໍາລັບ ມື້ນີ້ ທ່ານ ຈະເລົ່າສູ່ຟັງ ກ່ຽວກັບ ກິຈກັມ ແລະ ການສອນແຄນ ໃນປະເທດ ຝຣັ່ງເສຕ, ຕິດຕາມ ມາດ້ວຍ ລໍາລ່ອງ ”ເຫດການ ວັນທີ 11 ກັນຍາ” ທີ່ພວກກໍ່ການຮ້າຍ ໄດ້ໂຈມຕີ ຕຶກຫໍການຄ້າ ສະຫະຣັຖ ທີ່ ນະຄອນ ນິວ ຢັອກ.
2009-09-07
ຣາຍການ ລໍາລາວ ສັປດາ ນີ້, ພວກເຮົາ ນໍາເອົາສັມພາດ ທ່ານ ຄໍາພາ ອິນທິສານ, ຈາກປະເທດ ຝຣັ່ງເສຕ, ຊຶ່ງເປັນທັງ ໝໍລໍາ, ໝໍແຄນ, ແຕ່ງກອນລໍາ ແລະ ອາຈານ ສອນແຄນ ອີກດ້ວຍມາສເນີທ່ານ. ພ້ອມກັບ ລໍາສາຣະວັນ ”ສັງຂານ”. ນອກຈາກນັ້ນ, ທ່ານ ຄໍາພາ ຍັງໄດ້ເລົ່າສູ່ຟັງ ໂດຍສັງເຂບ ກ່ຽວກັບ ປວັດ ຫລື ຄວາມເປັນມາ ຂອງ ລໍາສາຣະວັນ.