ເຣື້ອງທີ່ເກັບບັນທຶກໄວ້
2009-07-14
ໃນຣາຍການ ໝໍລຳ ປະຈຳສັປດານີ້ ເຊີນທ່ານຟັງສຽງແຄນ ໃນທຳນອງເພງ “ສຽງແຄນແທນໃຈ” ຊື່ງເປັນຜົນງານຂອງ Jonny Olsen ນັກຮ້ອງ ຊາວອາເມຣິກັນ ທີ່ມີຄວາມສາມາດ ຮ້ອງເພງລາວ ແລະ ເປົ່າແຄນລາວໄດ້ ຢ່າງໜ້າຍ້ອງຍໍ ສັລເສີນ ຕິດຕາມດ້ວຍ ລຳ ມະຫາໄຊ “ອີ່ຕົນນ້ອງແດ່” ຈາກສາວໝໍລຳສຽງໃສ “ລັດສະໝີ ພູດີນດົງ” ແລະການກອນຂອງ ໄມຊູລີ ເຊີນທ່ານ ຫາຄວາມສຳຣານ ໄດ້ເລີຍ.
2009-06-15
ໃນຣາຍການ ໝໍລຳລາວ ປະຈຳສັປດານີ້ ຂໍເຊີນທ່ານ ຟັງລຳລ່ອງ (ລາວຫລົງ) ຈາກໝໍລຳ ເຂັມທອງ ສຽງໃສ ຕິດຕາມດ້ວຍ ລຳລ່ອງ (ຊິວິດຕ່າງແດນ) ຈາກໝໍລຳ ຄຳແສນ ສີຈຳປານະຄອນ.