ເຣື້ອງທີ່ເກັບບັນທຶກໄວ້
2024-11-05
ປັດຈຸບັນ ຢູ່ແຂວງຫຼວງພຣະບາງ ມີຄົນຈີນ ຈໍານວນຫຼາຍ ເຂົ້າມາເຮັດ ທຸລະກິດ ດ້ານການທ່ອງທ່ຽວ ແບບຜິດກົດໝາຍ ໃນລັກສະນະ ເຊົ່າເຮືອນພັກ ຕໍ່ຈາກຄົນລາວ ແລ້ວເປີດ ໃຫ້ບໍລິການເອງ ແບບບໍ່ໄດ້ຮັບ ອະນຸຍາດ, ແຕ່ຍັງບໍ່ສາມາດ ລະບຸໄດ້ວ່າ ມີຈັກແຫ່ງ, ລວມທັງມີ ພະນັກງານນໍາທ່ຽວຊາວຈີນ ອີກຈໍານວນໜຶ່ງ ທີ່ນໍາພານັກທ່ອງທ່ຽວຈີນ ເຂົ້າມາທ່ຽວ ໃນລັກສະນະພະນັກງານ ນໍາທ່ຽວເຖື່ອນ.
2024-11-05
ປັດຈຸບັນບໍລິສັດຕອບແຊດຈີນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເລີ່ມກັບມາເປີດທໍາການອີກຄັ້ງຫຼາຍບໍລິສັດ ຫຼັງຈາກເຈົ້າໜ້າທີ່ ລາວ-ຈີນ ມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມເທື່ອໃຫຍ່ ເມື່ອເດືອນສິງຫາ ປີ 2024 ທີ່ຜ່ນມາ. ແລະສາມາດຈັບໄດ້ຜູ້ຖືກຫາທັງໝົດ 2,160 ຄົນ ເຊິ່ງການກັບມາເປີດທໍາການຂອງບໍລິສັດຕອບແຊດໃນເທື່ອນີ້ແມ່ນປັບປ່ຽນແຜນງານ ໂດຍຮັບຄົນອິນເດຍ ແລະຄົນຈາກທະວີບອາຟຣິກາ ທີ່ເວົ້າພາສາອັງກິດໄດ້ມາເຮັດວຽກເປັນສະແກມເມີເປົ້າໝາຍເພື່ອຕົວະຍົວະເອົາເງິນຄົນທົ່ວໂລກ
2024-11-04
ນັກວິຊາການ ແລະ ພາກປະຊາສັງຄົມໃນໄທຈັດກອງປະຂຸມເສວະນາເຂື່ອນປາກແບງໃນວັນທີ່ 1 ພະຈິກ ທີ່ຜ່ານມາ ທີ່ນະຄອນຫຼວງບາງກອກ ຍູ່ປະເທດໄທ ເພື່ອສະແດງຄວາມກັງວົນຕໍ່ຜົນກະທົບຈາກເຂື່ອນປາກແບງເນື່ອງຈາກ ໂຄງການດັ່ງກ່າວຂາດການຄຸ້ມຄອງທີ່ດີ ບໍ່ວ່າຈະເປັນເລື່ອງສິ່ງແວດລ້ອມ, ວິຖີຊີວິດລວມໄປເຖິງເຂດແດນລະຫວ່າງໄທ-ລາວ.
2024-11-03
ປະຊາຊົນ ຮຽກຮ້ອງ ໃຫ້ມີການແກ້ໄຂ ບັນຫາເສດຖະກິດ ຢ່າງຮີບດ່ວນ ໃນກອງປະຊຸມສະພາແຫ່ງຊາດ ຈະຈັດຂຶ້ນ ໃນກາງເດືອນນີ້.
2024-11-03
ສປປລາວ ພວມດຳເນີນການ ໃຫ້ສໍາປະທານ ເນື້ອທີ່ດິນ 400 ເຮັກຕາຣ໌ ແກ່ບໍລິສັດຈີນ ດຳເນີນໂຄງການຂຸດຄົ້ນຖ່ານຫິນ ຢູ່ເມືອງຕະໂອ້ຍ ແຂວງສາລະວັນ.
2024-11-02
ບົດສໍາພາດ ດຣ. ບຸນທອນ ຈັນທະວົງ-ວິເຊີ ປະທານ ອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ກ່ຽວກັບເລື່ອງ ນາງ ຮວຍເຮືອງ ໄຊຍະບູລີ ຫຼື ໝວຍ ໄດ້ຖືກປ່ອຍອອກຈາກຄຸກບັງລຽງ ແຂວງຈໍາປາສັກ, ແຕ່ສັງເກດເຫັນວ່າ ນາງຍັງຖືກທາງການຕິດຕາມ ສິ່ງຊອມເອົາຄວາມຜິດຢູ່ ຊຶ່ງອົງການສິດມະນຸດ ແລະປະຊາທິປະໄຕຮຽກຮ້ອງ ໃຫ້ທາງການລາວ ປ່ອຍໃຫ້ນາງ ມີອິດສະຫຼະ ເສລີໃນການເປັນຢູ່ ແລະທໍາມາຫາກິນ.
2024-11-02
ເຈົ້າໜ້າທີ່ ແຂວງຊາຍແດນ ລາວ-ໄທ ຈະຮ່ວມມືກັນ ເພີ່ມການປາບປາມ ການຄ້າມະນຸດ ແລະ ຊ່ອຍເຫຼືອ ຜູ້ເຄາະຮ້າຍ ກັບປະເທດ.
2024-11-02
ຄວາມຄິດ ຄວາມເຫັນ ກ່ຽວກັບຂ່າວ ຂອງຊາວໜຸ່ມນັກຮຽນ ຈຳນວນຫຼາຍທີ່ຕິດຢາເສບຕິດ ຫຼາຍປະເພດ ແລະ ຍັງບໍ່ໄດ້ຮັບການບຳບັດ ຢູ່ເມືອງຊຳເໜືອ ແຂວງຫົວພັນ, ລັດຖະກອນ, ອາດີດລັດຖະກອນ ແລະ ປະຊາຊົນຈຳນວນ 26 ຄົນ ຢູ່ແຂວງອັດຕະປື ທີ່ມີລາຍຊື່ ໃນແຈ້ງການລົງວິໄນ ກ່ຽວກັບຄວາມຜິດ ເລື່ອງທີ່ດິນ, ເຈົ້າຂອງໂຄງການ ພັດທະນາເສດຖະກິດໃໝ່ ສີທັນດອນ ຍັງ ບໍ່ຈ່າຍ ຄ່າແຮງງານ ໃຫ້ແກ່ກໍາມະກອນ ຫຼາຍເດືອນ ແລະ ຂ່າວອື່ນໆ.