ເຣື້ອງທີ່ເກັບບັນທຶກໄວ້
2024-12-11
ແຂວງອັດຕະປື ສັ່ງໃຫ້ຊາວບ້ານ ບ້ານໜອງມ່ວງ ຢູ່ເມືອງສະໜາມໄຊ ເກັບກູ້ມັນຕົ້ນ ແລະ ຍ້າຍອອກຈາກເຂດ ຈີນສໍາປະທານ ພາຍໃນ 2 ເດືອນ
2024-12-11
ເວັບໄຊ້ທ໌ ຂອງລັດຖະບານອັງກິດ ແຈ້ງເຕືອນ ໃຫ້ພົນລະເມືອງຕົນເອງ ລະວັງການດື່ມເຫຼົ້າຍີ່ຫໍ້ Tiger Vodka ແລະ Tiger Whisky ເມື່ອໄປທ່ຽວເມືອງວັງວຽງ
2024-12-10
ທ່ານ ສົມບັດ ສົມພອນ ຖືກບັງຄັບ ໃຫ້ຫາຍສາບສູນ ຢູ່ກາງນະຄອນຫຼວງວຽງຈັນ ໄດ້ 12 ປີແລ້ວ ແລະ ບໍ່ມີຄວາມຄືບໜ້າ ໃນການຊອກຫາທ່ານ
2024-12-09
ຊາວບ້ານຈໍານວນໜຶ່ງ ຢ້ານວ່າ ທີ່ດິນຂອງເຂົາເຈົ້າ ຈະຖືກຍຶດໄປ ຍ້ອນວ່າ ຂະບວນການອອກໃບຕາດິນ ຊັກຊ້າ
2024-12-09
ຊາຍຈີນ ຜູ້ບຸກເຂົ້າຮ້ານຂາຍເຄື່ອງເງິນ ຢູ່ນະຄອນຫຼວງພະບາງ ທໍາຮ້າຍເຈົ້າຂອງຮ້ານ ທີ່ສູ້ຄືນ
2024-12-09
ລາຄາມັນຕົ້ນຕົກຕໍ່າ, ຊາວກະສິກອນລາວ ທີ່ປູກມັນຕົ້ນ ຮຽກຮ້ອງໃຫ້ທາງການ ຊ່ອຍເຫຼືອ
2024-12-07
1. ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ແຂວງວຽງຈັນ ຍັງດຳເນີນຢູ່ຢ່າງຄຶກຄື້ນ ເປັນຂະບວນ ສັບປ່ຽນເຂົ້າອອກ ເຊິ່ງທາງການ ກໍໄດ້ສັ່ງໃຫ້ຢຸດເຊົາໄປແລ້ວ ແລະປະເດັນທີ 2. ຄວາມຄືບໜ້າ ກ່ຽວກັບ ນັກທ່ອງທ່ຽວ 6 ຄົນເສຍຊີວິດ ຢູ່ເມືອງວັງວຽງ ແຂວງວຽງຈັນ.
2024-12-06
ນາງ ນໍ້າທິບ (ຊື່ສົມມຸດ) ອາຍຸ 19 ປີ ຈາກ ແຂວງພາກເໜືອ ຂອງລາວ ທີ່ຖືກຕົວະໄປເຮັດວຽກ ເປັນສະແກມເມີ້ ໃຫ້ບໍລິສັດຈີນ ໃນປະເທດມຽນມາ ເປັນເວລາເກືຶອບ 3 ປີ ນັ້ນ ໄດ້ສົ່ງຂໍ້ຄວາມມາຫາ ທາງວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ເດືອນພະຈິກ 2024 ເພື່ອຂໍຄວາມຊ່ວຍເຫຼືອ ຍ້ອນການຖືກທໍລະມານ ຈາກຄົນຈີນໜັກຂຶ້ນທຸກມື້.
2024-12-06
ເມືອງວັງວຽງ ສັ່ງຫ້າມຂາຍເຫຼົ້າ ໂວດກາ ໄທເກີ ແລະ ໄທເກີ ວິສະກີ ຢູ່ທຸກແຫ່ງໃນເມືອງ ພາຍຫຼັງກວດພົບວ່າມີສານປົນເປື້ອນ ທີ່ສົງໄສວ່າອາດເປັນສາເຫດເຮັດໃຫ້ ນັກທ່ອງທ່ຽວຕ່າງປະເທດ 6 ຄົນເສຍຊີວິດ.
2024-12-06
ການປັກຫຼັກໝາຍຊາຍແດນ ລະຫວ່າງລາວ ແລະກໍາປູເຈຍ ທີ່ຍັງບໍ່ທັນສໍາເລັດຢູ່ເຂດແຂວງຈໍາປາສັກ ແລະແຂວງອັດຕະປືຂອງລາວ ເຮັດໃຫ້ພື້ນທີ່ທັບຊ້ອນ ເປັນພື້ນທີ່ວ່າງ ແລະເປັນອັນຕະລາຍ, ປະຊາຊົນໃນເຂດນັ້ນຂ້າມໄປມາຫາກັນຍາກ ແລະຫຍຸ້ງຍາກໃນການທໍາມາຫາກິນ.
2024-12-05
ເມື່ອວັນທີ 3 ທັນວາ ທີ່ຜ່ານມາ ເກີດເຫດດິນຍຸບ ແບບບໍ່ຮູ້ສາເຫດ ຢູ່ເຂດບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ ຈຸດເກີດເຫດ ເປັນທົ່ງນາ ທີ່ຢູ່ຫ່າງຈາກເຮືອນປະຊາຊົນ ປະມານ 800 ແມັດ ບໍລິເວນດັ່ງກ່າວ ຢູ່ໃກ້ກັບຊ່ອງລົມ ທີ່ເຮັດເພື່ອຖ່າຍເທອາກາດ ລົງໄປຍັງບໍ່ເກືອກາລີ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ຂອງນັກລົງທຶນຈີນ.
2024-12-05
ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ອົງການພາກປະຊາສັງຄົມ ແລະອົງການຈັດຕັ້ງສາກົນ ໃນລາວ ຖືກຈັບຕາ ຫຼື ຖືກລັດຖະບານເຝົ້າລະວັງ ໂດຍສະເພາະຜູ້ທີ່ໄດ້ມີໂອກາດ ໂອ້ລົມກັບຍານາງ Alexandra Xanthaki ຜູ້ລາຍງານພິເສດ ຂອງອົງການສະຫະປະຊາຊາດ ດ້ານສິດທິວັດທະນະທໍາ.
2024-12-05
ປະຊາຊົນເຊື່ອວ່າ ລັດຖະບານລາວ ບໍ່ສາມາດແກ້ໄຂບັນຫາ ການສໍ້ລາດບັງຫຼວງໄດ້ ຍ້ອນທີ່ຜ່ານມາ ລັດຖະບານລາວ ການສໍ້ລາດບັງຫຼວງ ຍັງບໍ່ໄດ້ຮັບການແກ້ໄຂໃຫ້ໝົດສິ້ນ ຍ້ອນບໍ່ມີການກວດກາ ແລະປະຕິບັດຕາມກົດໝາຍຢ່າງຈິງຈັງ ໂດຍສະເພາະກັບເຈົ້າໜ້າທີ່ລະດັບສູງ ແລະຂັ້ນການນໍາ.
2024-12-04
ຄ່າຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ ຫຼື PM2.5 ໃນບາງພື້ນທີ່ ຂອງນະຄອນຫຼວງວຽງຈັນ ເລີ່ມສູງຂຶ້ນຢູ່ໃນລະດັບທີ່ມີຜົນກະທົບຕໍ່ສຸຂະພາບ ຍ້ອນປັດຈຸບັນເລີ່ມເຂົ້າສູ່ລະດູແລ້ງ ທີ່ປະຊາຊົນເລີ່ມມີການກະກຽມຈູດນາ ຈູດສວນ ລວມເຖິງຈູດຂີ້ເຫຍື້ອ ເພື່ອກຽມເນື້ອທີ່ສໍາລັບການຜະລິດ.
2024-12-04
ເງິນເດືອນຄູ ໃນລາວ 1,600,000-1,900,000 ກີບ ເຊິ່ງຕໍ່າສຸດໃນກຸ່ມປະເທດອາຊ້ຽນ, ຂະນະທີ່ ເງິນເດືອນຄູ ຢູ່ກໍາປູເຈຍ ຕໍ່າສຸດຢູ່ທີ່ 200 ໂດລ້າສະຫະລັດ ຫຼື 4,400,000 ກີບ ເຮັດໃຫ້ບໍ່ກຸ້ມຢູ່-ກຸ້ມກິນ ແລະຄູບາງຄົນ ກໍ່ຕ້ອງອອກຈາກວຽກ ໄປປະກອບອາຊີບອື່ນ ທີ່ໄດ້ລາຍຮັບສູງກວ່າ.