ເຣື້ອງທີ່ເກັບບັນທຶກໄວ້
2025-02-02
ລາຍການ ເມືອງລາວ ໃນອາທິດນີ້ EP-82 ໄດ້ສໍາພາດ ທ້າວ ສີວັນ ສີບຸນເຮືອງ ນັກແຕ້ມຮູບ ຜູ້ທີ່ບໍ່ຍອມທໍ້ຖອຍ ຕໍ່ໂຊກຊະຕາ ລາວເອົາຊີວິດລອດມາໄດ້ ຈາກ ອຸບັດຕິເຫດ ໄຟຟ້າຊ໊ອດ ຈົນກາຍເປັນຄົນພິການ ແຂນທັງສອງຂ້າງ. ມາຮອດປັດຈຸບັນ ລາວໄດ້ເພີ່ມ ການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າ ໄປໄດ້ອີກຫຼາຍຂັ້ນ ເພື່ອຄວາມຢູ່ລອດ. ສະເໜີໂດຍ ສຸພັດຕາ ແລະອຸ່ນແກ້ວ ເຊີນທ່ານຮັບຟັງການສໍາພາດໄດ້ເລີຍ.
2025-01-31
ຊາວບ້ານ ບ້ານຫາດທາ ເມືອງແກ້ວອຸດົມ ແຂວງວຽງຈັນ ຮຽກຮ້ອງໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຊ່ອຍແກ້ໄຂບັນຫາ ກໍລະນີ ສວນກ້ວຍຂອງຄົນຈີນ ຈົກດິນຕັນຫ້ວຍນ້ຳເທົາ ເຮັດໃຫ້ສາຍນ້ຳເທົາ ບົກແຫ້ງ ກະທົບຕໍ່ການດຳລົງຊີວິດ ຂອງຊາວບ້ານໃນພື້ນທີ່ຢ່າງໜັກ ທັງເລື່ອງການເດີນທາງໄປໄຮ່-ໄປສວນ, ການຫາປາ ແລະ ການລ້ຽງສັດ.
2025-01-31
ລາວ ອາດຈະບໍ່ສາມາດຫຼຸດພົ້ນ ອອກຈາກການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2026 ຍ້ອນຫຼາຍປັດໄຈ ເປັນຕົ້ນກໍແມ່ນປະຊາຊົນຍັງທຸກຍາກຫຼາຍ, ເສດຖະກິດ-ການເງິນຫຍຸ້ງຍາກ
2025-01-31
ໃນວັນທີ 13 ເດືອນກຸມພາ ປີ 2025 ທີ່ຈະມາເຖິງນີ້ ເຊິ່ງເປັນມື້ສຸດທ້າຍ ໃນການຕໍ່ໃບອະນຸຍາດເຮັດວຽກ ແລະຄົນງານລາວ ຕ້ອງເດີນທາງ ກັບໄປຍັງປະເທດລາວ ເພື່ອໄປຕໍ່ໃບອະນຸຍາດນັ້ນ ຈຶ່ງຈະກັບມາເຮັດວຽກຢູ່ໄທໄດ້.
2025-01-31
ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 31 ມັງກອນ 2025, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.
2025-01-31
ປະຊາຊົນ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກັງວົນເລື່ອງສານເຄມີ ຈາກຮ້ານເກັບຊື້ ໝໍ້ໄຟລົດເກົ່າ ຂອງຄົນຈີນ
2025-01-31
ມີແມ່ຍິງລາວ ຈໍານວນເພີ່ມຂຶ້ນເລື້ອຍໆ ກາຍມາເປັນແມ່ອູ້ມບຸນ ໃຫ້ກັບພໍ່ແມ່ຊາວຈີນ
2025-01-30
ແຕ່ເດືອນມິຖຸນາ 2024 ຫາເດືອນມັງກອນ 2025, ຕໍາຫຼວດໄທ ຈັບຄົນງານລາວ ທີ່ຜິດກົດໝາຍ 500 ປາຍຄົນ
2025-01-30
ການແກ້ໄຂ ຂໍ້ຂັດແຍ້ງ ເລື່ອງທີ່ດິນ ຢູ່ແຂວງອັດຕະປື ຍັງມີຄວາມທ້າທາຍ ແລະ ຫຍຸ້ງຍາກ ກະທົບຕໍ່ປະຊາຊົນ ທີ່ມີດິນ ທຳການກະເສດ ບໍ່ພຽງພໍ
2025-01-30
ທາງການລາວ ກຽມຮັບມື ກັບໄຟໄໝ້ປ່າ ໃນປີນີ້, ແຕ່ມີງົບປະມານໜ້ອຍ ໃນການຈັດຫາ ອຸປະກອນປ້ອງກັນ
2025-01-30
ສະຖານທູດອິນເດຍ ປະຈຳລາວ ຊ່ອຍເຍົາວະຊົນ ອິນເດຍ 67 ຄົນ ທີ່ເປັນເຫຍື່ອ ຄ້າມະນຸດ ຢູ່ ສູນສະແກັມເມີ້ ຂອງຈີນ ໃນເຂດສາມຫຼ່ຽມຄໍາ
2025-01-29
ຊາວບ້ານ ຢູ່ແຂວງເຊກອງ ແລະ ອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ພະລັງງານລົມ ມອນຊູນ ໄດ້ຮັບຄ່າຊົດເຊີຍ ພຽງ 50%
2025-01-28
ຍັງມີການລັກລອບ ນໍາເອົາເບຍ ຈາກຫວຽດນາມ ເຂົ້າມາຂາຍ ໃນແຂວງສະຫວັນນະເຂດ ແບບຜິດກົດໝາຍ
2025-01-28
ຫຼາຍອົງການ ທີ່ບໍ່ຂຶ້ນ ກັບລັດຖະບານ ໃນລາວ ໄດ້ຮັບຜົນກະທົບ ຈາກການລະງັບ ເງິນຊ່ອຍເຫຼືອ 90 ມື້ ຂອງສະຫະລັດ