ເຣື້ອງທີ່ເກັບບັນທຶກໄວ້
2023-03-21
ອົງການອາຫານ ແລະການກະເສດ ຂອງສະຫະປະຊາຊາຕ ເວົ້າວ່າ ປີ 2022 ຢູ່ ສປປ ລາວ ພົລເມືອງ 1,04 ລ້ານຄົນປະເຊີນກັບ ຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານ ໃນລະດັບປານກາງ ແລະປະມານ 71,000 ຄົນຢູ່ໃນລະດັບຮຸນແຮງ.
2023-03-21
ກົມປູກຝັງ ກະຊວງກະສິກັມ ແລະ ປ່າໄມ້ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບບໍຣິສັດ ໄໜສຽງພັດທະນາ ກະສິກັມ ແຂວງໄຮລົງຈ່ຽງ ຈຳກັດ ຈາກປະເທດຈີນເພື່ອລົງທຶນ ດ້ານການກະເສດສະອາດ ທັນສມັຍ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະ ຕາມ ແລວທາງຣົຖໄຟລາວ-ຈີນ.
2023-03-20
ເມືອງປາກຊັນ ແຂວງບໍຣິຄໍາໄຊ ຫ້າມປະຊາຊົນເຂດບ້ານຫ້ວຍສຽດ ຈັບປູປາໃນເຂດຫ້ວຍສຽດເດັດຂາດເພາະເປັນເຂດ ຂອງນັກລົງທຶນຈີນ ທົດລອງລ້ຽງກະປູແມ່ນ້ຳ ຫາກຜູ້ໃດລະເມີດ ຈະຖືກກ່າວເຕືອນ ແລະປັບໃໝ.
2023-03-20
ວັນແຫ່ງຄວາມສຸຂສາກົລ, ສປປ ລາວ ບໍ່ໄດ້ມີການສເລີມສລອງ ວັນແຫ່ງຄວາມສຸຂສາກົລ ແຕ່ຢ່າງໃດ, ຊາວລາວຫຼາຍຄົນ ໄດ້ລະນຶກເຖິງວັນດັ່ງກ່າວນີ້ຢູ່ ແລະຫາວິທີຊອກຫາຄວາມສຸຂ ໃຫ້ໂຕເອງ ເຖິງແມ່ນວ່າ ຈະເຈິະເຣື່ອງບໍ່ດີ ຫຼືເຣື່ອງອຸກໃຈອື່ນໆກໍຕາມ ໂດຍສະເພາະສະພາວະ ເງິນເຟີ້ຕອນນີ້.
2023-03-20
ກະຊວງສຶກສາ ທິການ ແລະ ກິລາ ເຊິ່ງເປັນຜູ້ຄຸ້ມຄອງ ໜ່ວຍງານກິລາ ໄດ້ມີຄຳສໍາສັ່ງໃຫ້ປະທານສະຫະພັນ ມວຍລາວແຫ່ງຊາຕ ເຮັດໜັງສືຊີ້ແຈງ ເຖິງເຫດຜົລທີອອກມາ ວິຈານສະມາຄົມມວຍໄທຍນານາຊາຕ ເພາະ ມັນສົ່ງຜົລກະທົບ ຕໍ່ຄວາມສັມພັນ ລະຫວ່າງປະເທດ.
2023-03-20
ຊາວຈີນ 2 ຄົນໃຊ້ຣົຖຣັຖຂອງລາວ ເຮັດໃຫ້ສາທາຣະນະ ຊົນເປັນຫ່ວງນໍາອິດທິພົນຈີນ ທີ່ມີຫລາຍຂຶ້ນ ແລະຕ້ອງການໃຫ້ຣັຖບານ ຕິດຕາມກວດສອບ ແລ້ວແຈ້ງໃຫ້ສາທາຣະນະຊົນຮູ້ ເພື່ອລົບລ້າງຄວາມສົງໄສ ກັບເຫດການທີ່ຂຶ້ນ ເຊິ່ງ ຊາວຈີນ ບໍ່ອາດນຳໃຊ້ ຣົຖທີ່ຕິດປ້າຍທະບຽນຣັຖໄດ້.
2023-03-20
ໂຄງການສນາມບິນ ໜອງຄ້າງ ຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ມີກໍານົດຈະສົ່ງມອບໃຫ້ຣັຖບານ ພາຍໃນວັນທີ 30 ເດືອນເມສາ ປີ 2023 ນີ້ ຂະນະທີ່ປະຊາຊົນ ຈຳນວນນຶ່ງ ທີ່ໄດ້ຮັບຜົລກະທົບ ຍັງບໍ່ໄດ້ຄ່າຊົດເຊີຍຄົບຖ້ວນ.
2023-03-20
ເຜົ່າໄທດໍາ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ສາຣະຄະດີ ຊຸດນີ້ ຈະກ່າວເຖິງ ກຸ່ມໄທດໍາ ທີ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.
2023-03-19
ປະທານສະມາຄົມ ສົ່ງເສີມ ຊຸມຊົນລາວ ແຫ່ງຣັຖ New South Wales (NSW), ປະເທດອັອສເຕຣເລັຽ ຈະເລົ່າສູ່ຟັງ ກ່ຽວກັບ ການສົ່ງເສີມ ປະເພນີ, ວັທນະທັມ ແລະ ພາສາລາວ.
2023-03-19
ເຈົ້າຂອງຮ້ານ ມັດເດັກນ້ອຍ ຕິດກັບຣົຖຈັກ ຖືກຕຳຣວດ ປກສ ແຂວງໄຊສົມບູນ ສອບສວນແລ້ວ, ໃນຂະນະທີ່ ເດັກນ້ອຍ ໄດ້ຮັບການຊ່ອຍເຫລືອ ຈາກສັງຄົມ ເປັນຈຳນວນ ຫລວງຫລາຍ.
2023-03-18
ຄວາມບໍ່ໂປ່ງໃສ ໃນການເປິດຈຳໝ່າຍ ພັນທະບັດ ຂອງທະນາຄານແຫ່ງນຶ່ງ, ປະຊາຊົນ 62% ຢູ່ເຂດຊົນນະບົດ ປະສົບກັບ ການຂາດແຄນອາຫານ ຍ້ອນເສຖກິຈລາວ ຕົກຕໍ່າ, ສປປ ລາວ ຈະສົ່ງນັກມວຍລາວ ເຂົ້າແຂ່ງຂັນກັບ ກຸນຂະແມຣ໌ ແລະ ຂ່າວອື່ນໆ.
2023-03-18
ປະຊາຊົນ 10,000 ຄົນ ຢູ່ເຂດບາໂຄ ພະມ້າ ຕ້ອງໜີອອກຈາກບ້ານ ເປີດການໂຈມຕີ ຂອງທະຫານພະມ້າ ແລະ ທະຫານພະມ້າ ສັງຫານປະຊາຊົນ 21 ຄົນ ຢູ່ເຂດຣັຖສານ.
2023-03-17
ວຽກງານ ການບໍຣິການ ແລະການປິ່ນປົວ ຢູ່ໂຮງໝໍຕ່າງໆ ຂອງຣັຖ ມີມາຫລາຍປີແລ້ວ, ແຕ່ກໍຍັງບໍ່ດີເທົ່າທີ່ຄວນ ເຮັດໃຫ້ກະຊວງ ສາທາຣະນະສຸຂ ນຳເຣື່ອງນີ້ຂຶ້ນມາພິຈາຣະນາ ຕື່ມອີກ ເພື່ອປັບປຸງລະບົບການບໍຣິການ ໃຫ້ດີຂຶ້ນກວ່າທີ່ເປັນຢູ່.
2023-03-17
ໃນໄລຍະວັນທີ 13-14 ມິນາ ທີ່ຜ່ານມາ ຫ້ອງການພາສີ ແຂວງສວັນນະເຂດ ແລະແຂວງຜົ້ງສາລີ ອອກແຈ້ງການ ໃຫ້ປະຊາຊົນທົ່ວໄປ ສາມາດປະມູນຊື້ແຮ່ທາດ ທີ່ມີຄະດີທາງພາສີ ແລະຕົກເປັນຂອງຣັຖ ເພື່ອນໍາເອົາເງິນມອບເຂົ້າງົບປະມານຂອງຣັຖ.
2023-03-17
ຫຼາຍພາກສ່ວນ ທີ່ເຮັດວຽກດ້ານແມ່ນໍ້າຂອງ ຮູ້ສຶກເປັນກັງວົນ ທີ່ໂຄງການເຂື່ອນຫຼວງພຣະບາງ ເຣີ່ມດໍາເນີນການ ກໍ່ສ້າງລ່ວງໜ້າ ໄປກ່ອນແລ້ວ ທັ້ງໆທີ່ ຣາຍງານການປະເມີນຜົລ ກະທົບຕໍ່ມໍຣະດົກໂລກ ຂອງນະຄອນຫຼວງພຣະບາງ ຍັງບໍ່ທັນສໍາເຣັດສົມບູນ.