ສປປລາວສ້າງຄວາມຫວັງ WTO

ໂອກາດທອງ ກຳລັງ ລໍຖ້າ ສປປລາວ ຖ້າຖືກ ອະນຸມັດ ໃຫ້ເປັນ ສະມາຊິກ ອົງການ ການຄ້າໂລກ.

ທ່ານ ທອງລຸນ ສີສຸລິຕ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ກາຣຕ່າງ ປະເທສ ສປປລາວ RFA

ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ຕ່າງປະເທດ ສປປລາວ ກ່າວໃນວັນອັງຄານ ນີ້ວ່າ ຄນະກັມມະການ ຈາກອົງການ ການຄ້າສາກົນ ຈະໄດ້ປຶກສາ ຫາລືກັນ ໃນມື້ອື່ນວ່າ ຈະອະນຸມັດ ໃຫ້ ສປປລາວ ເປັນສະມາຊິກ ອົງການ ການຄ້າໂລກ ຫລືບໍ່?

ທ່ານໄດ້ກ່າວຕໍ່ ກຸ່ມນັກຂ່າວ ທີ່ກະຊວງຕ່າງປະເທດ ກ່ຽວກັບເລືື້ອງນີ້ ຮ່ວມດ້ວຍ ຄວາມພ້ອມ ໃນການເປັນເຈົ້າພາບ ເປີດກອງປະຊຸມ ສຸດຍອດອາເຊັມ ທີ່ເປັນຄັ້ງປວັດສາດ ໃນວັນທີ 5-6 ເດືອນ ພຶສຈິກາ 2012 ນີ້ວ່າ ທ່ານຈະເປັນຜູ້ ນຳພາ ຄນະໂຕແທນ ຂອງລາວ ໄປຮ່ວມກອງປະຊຸມ ທີ່ນະຄອນ ເຈນາວາ ປະເທດ ສວີສແລນ ໃນຊ່ວງທີ່ຈະມີ ການພິຈາຣະນາ ໃຫ້ ສປປລາວ ເປັນສະມາຊິກ ອົງການ ການຄ້າໂລກ.

ຖ້າມີການ ອະນຸມັດ ສະພາແຫ່ງຊາດ ຈະໃຫ້ສັຕຍາບັນ ແກ່ສັນຍາດັ່ງກ່າວ ກ່ອນກຳນົດ 30 ວັນ ໃນເດືອນທັນວາ ຫລັງຈາກນັ້ນ ສປປລາວ ກໍຈະໄດ້ເປັນ ສະມາຊິກອົງການ ການຄ້າໂລກ ຢ່າງເປັນທາງການ.

ທ່ານ ທອງລຸນ ກ່າວເພີ້ມວ່າ ການໄດ້ເປັນ ສະມາຊິກ ອົງການ ການຄ້າໂລກ ເປັນບາດກ້າວ ທີ່ສຳຄັນ ສຳລັບ ສປປລາວ ໃນການຍົກຣະດັບ ພາບພົດ ທາງດ້ານການເມືອງ ເສຖກິດ ແລະ ສັງຄົມລາວ ໃນເວທີສາກົນ.

ທ່ານວ່າ ສປປລາວ ສາມາດເຂົ້າເຖິງ ຕລາດ ຂອງບັນດາ 157 ປະເທດ ສະມາຊິກ ດ້ວຍການຫລຸດຜ່ອນ ກຳແພງພາສີ ການສົ່ງເຂົ້າ ຈະເປັນການດຶງດູດ ນັກລົງທຶນ ຕ່າງປະເທດ ໃຫ້ເຂົ້າມາລົງທຶນ ໃນລາວຫລາຍຂື້ນ ເພາະການເຂົ້າເຖິງ ຕລາດປະເທດ ສະມາຊິກ ຈະເຮັດໃຫ້ ການສົ່ງສີນຄ້າ ອອກຈາກລາວ ຫລາຍຂື້ນ ຍ້ອນການ ຫລຸດຜ່ອນພາສີ ຈາກປະເທດ ເຫລົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org