ແມ່ຍິງລາວໃນວົງ ບຸຄລາກອນແຂວງ
ແມ່ຍິງລາວ ໃນຕ່າງແຂວງ ຍັງບໍ່ເປັນທີ່ ຍອມຮັບ ໃນຕໍາແໜ່ງ ຣະດັບສູງ ຂອງ ວົງການ ພະນັກງານ ແຂວງ ຫຼື ຣັດ.
-
ສົມເນ
2012-12-13 -
-
-
Your browser doesn’t support HTML5 audio
ແມ່ຍິງລາວ ໃນແຂວງຫົວພັນ ຜູ້ນື່ງເວົ້າວ່າ ແມ່ຍິງ ໃນຕ່າງແຂວງ ຍັງບໍ່ໄດ້ຖືກ ບັນຈຸເຂົ້າ ໃນຕໍາແໜ່ງ ຣະດັບສູງ ຫລາຍເທົ່າກັບ ຈໍານວນ ຂອງຜູ້ຊາຍ ຊື່ງແຕກຕ່າງກັບ ໃນເມືອງຫຼວງ ທີ່ມີທັງ ແມ່ຍິງ ແລະຜູ້ຊາຍ ມີຄວາມສາມາດ ຮັບຜິດຊອບ ຕໍ່ໜ້າທີ່ ໃນຣະດັບ ເທົ່າທຽມກັນ ແລະ ຜູ້ຍິງທີ່ມີ ຄວາມສາມາດ ກໍມີຫລາຍຂື້ນ ຍ້ອນວ່າ ໃນເມືອງຫລວງ ມັກຈະມີ ໂອກາດ ຫລາຍກວ່າ ຢູ່ຕ່າງແຂວງ. ນາງເວົ້າວ່າ:
"ມັນກໍມີ ແມ່ຍິງ ຫລາຍຢູ່ ແຕ່ວ່າ ຜູ້ທີ່ຈະວ່າ ເປັນຂັ້ນນໍາ ຂອງແມ່ຍິງ ມັນບໍ່ຊໍ່າ ຜູ້ຊາຍ ເປັນຂັ້ນນໍາ ເປັນຄະນະ ອີ່ຫຍັງຕ່າງໆ ນີ້ນະ ມັນມີນ້ອຍ ເປັນແຕ່ສ່ວນ ຂ້າງລ່າງ".
ນາງອະທິບາຍ ວ່າແມ່ຍິງ ສ່ວນຫລາຍແລ້ວ ບໍ່ມີໂອກາດ ດ້ານການສຶກສາ ໂດຍສະເພາະ ແມ່ຍິງໃນ ຕ່າງແຂວງ ນອກນັ້ນ ຍັງຂາດ ໂອກາດ ໃນການເຂົ້າຮ່ວມ ກິຈກັມ ສໍາຄັນ ໃນສັງຄົມ ຈື່ງເຮັດໃຫ້ ແມ່ຍິງຂາດ ແນວຄິດ ໃນການເປັນຜູ້ນໍາ ຂາດຄວາມເຊື່ອໝັ້ນ ໃນຕົນເອງ ຈື່ງບໍ່ໄດ້ ກ້າວຂື້ນໃນ ຣະດັບສູງ ຄືກັນກັບ ຜູ້ຊາຍ.
ແມ່ຍິງໃນແຂວງ ເຊກອງ ຜູ້ນື່ງ ທີ່ຂໍສງວນຊື່ ເວົ້າວ່າ ລາວຢາກໃຫ້ ມີການສົ່ງເສີມ ໃຫ້ແມ່ຍິງ ມີຄວາມ ສເມີພາບ ເທົ່າກັບ ຜູ້ຊາຍຫລາຍຂື້ນ ເພາະວ່າ ແມ່ຍິງ ໃນປະເທດໃດ ກໍດີ ຍັງຕົກຢູ່ໃນ ສະພາບ ດຽວກັນ.
ຈາກສະຖິຕິ ຂອງ ສະຫະພັນ ແມ່ຍິງ ນະຄອນຫລວງ ວຽງຈັນ ຣະບຸວ່າ ປັດຈຸບັນ ອັດຕຣາການ ຮູ້ໜັງສື ຂອງ ແມ່ຍິງລາວ ມີພຽງ 63% ຜູ້ຊາຍມີ 83% ຊື່ງເຫັນໄດ້ ຢ່າງຄັກແນ່ວ່າ ຈໍານວນ ແມ່ຍິງ ທີ່ຈະກ້າວຂື້ນ ໃນຣະດັບສູງ ຈື່ງມີໜ້ອຍກ່ວາ ຜູ້ຊາຍ.