ສນາມກ໊ອຟ ລອງທັນ ເປີດແລ້ວ

ໂຄງການເສຖກິດ ສນາມກ໊ອຟ ລອງທັນ ເປີດ ບໍຣິການ ໃຫ້ນັກ ທ່ອງທ່ຽວ ແລ້ວ.

ຊາວ ນະຄອນຫລວງ ວຽງຈັນ ທ່ານນື່ງ ກ່າວຕໍ່ ເອເຊັຍເສຣີ ໃນວັນຈັນ ທີ 22 ຕຸລາ 2012 ນີ້ວ່າ ໂຄງການ ເຂດເສຖກິດ ສນາມກ໊ອຟ Long Than ຂອງ ບໍຣິສັດ ວຽດນາມ ໃນເຂດບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ທີ່ກໍ່ສ້າງມາເປັນ ເວລາດົນນານ ນັ້ນດຽວນີ້ ໄດ້ເປິດໃຫ້ ນັກທ່ອງທ່ຽວ ເຂົ້າໄປຫຼີ້ນ ຕີກ໊ອຟແລ້ວ ຊື່ງກໍມີຊາວ ຕ່າງປະເທດ ເຂົ້າໄປຫຼີ້ນ ຫລາຍພໍສົມຄວນ. ດັ່ງຊາວລາວ ທ່ານນີ້ ເວົ້າວ່າ:

"ມັນເປິດ ເດືອນກ່ອນແລ້ວ ມັນຂຽນປ້າຍວ່າ ເຣີ້ມເປີດ ວັນທີ່ 11 ເດືອນກ່ອນຫັ້ນ ພວກນັກທ່ອງທ່ຽວ ກໍມີຫລາຍ ພວກມາຕີ ຫັ້ນ ກໍແມ່ນຈາກເກົາຫຼີ ຈາກຍີ່ປຸ່ນ”.

ຊາວລາວທ່ານນີ້ ເວົ້າຕໍ່ໄປວ່າ ເຖີງແມ່ນ ສນາມກ໊ອຟ Long Than ຈະເປິດ ບໍຣິການແລ້ວ ແຕ່ຕາມທີ່ຕົນໄດ້ ສອບຖາມ ເຈົ້າໜ້າທີ່ ກ່ຽວຂ້ອງ ພົບວ່າ ຕົວໂຄງການແທ້ ຍັງບໍ່ສໍາເຣັດ ເຕັມຮ້ອຍ ເປີເຊັນ ຍັງມີການກໍ່ສ້າງ ເລັກໆນ້ອຍໆ ຢູ່ພາຍໃນ ຊື່ງປັຈຈຸບັນນີ້ ສໍາເຣັດໄປ ຫລາຍກ່ວາ 80 ເປີເຊັນ.

ເຖີງຢ່າງໃດ ກໍຕາມ ສໍາລັບ ນັກທ່ອງທ່ຽວ ທີ່ມາຫຼີ້ນ ຕີກ໊ອຟນັ້ນ ລ້ວນແລ້ວແຕ່ເປັນ ຊາວຕ່າງຊາດ ບໍ່ເຫັນມີຄົນລາວ ເຂົ້າໄປຫລີ້ນ ແຕ່ຢ່າງໃດ ແລະຍັງກບໍ່ເຫັນມີ ພໍ່ຄ້າແມ່ຄ້າ ເຂົ້າໄປຂາຍ ເຄື່ອງເລີຍ.

ໂຄງການສນາມກ໊ອຟ Long Than ມີພື້ນທີ່ກວ້າງ ຫລາຍກ່ວາ 100 ເຮັກຕ້າ ເປັນສນາມກ໊ອຟ ທີ່ທັນສມັຍ ແລະ ມີການປ້ອງກັນ ຄວາມປອດພັຍສູງ ທາງໜ້າ ປະຕູເຂົ້າ ຈະມີເຈົ້າໜ້າທີ່ ກະຊວງ ປ້ອງກັນປະເທດ ຢືນຍາມຕລອດ ທັງເວັນແລະຄືນ. ສນາມກ໊ອຟ Long Than ເຣີ້ມກໍ່ສ້າງ ແຕ່ຕົ້ນ ເດືອນ ມົກກະຣາ ປີ 2012 ແຕ່ກໍເກືອບສໍາເຣັດ ພາຍໃນເວລາ ອັນສັ້ນຍ້ອນວ່າ ພວກແຮງງານ ກໍ່ສ້າງ ແມ່ນຊາວວຽດນາມ ແລະ ພວກເຂົາເຈົ້າ ກໍເຮັດວຽກແບບ ບໍ່ຢຸດບໍ່ເຊົາ ທັງເວັນທັງຄືນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org