450 ຖນົນອັນຕະລາຍ ໃນຍາມວິກາຣ

ເຈົ້າໜ້າທີ່ ລາວ ເວົ້າວ່າ ເສັ້ນທາງຫລວງ 450 ປີ ຢູ່ນະຄອນຫລວງ ວຽງຈັນ ເຄີຍມີການ ປູ້ນຈີ້ ໃນຍາມ ກາງຄືນ.

ຖນົນ 450 ທີ່ຍາວຢຽດ ແລະມືດປ່ຽວ ໃນຍາມກາງຄືນ RFA/Chareunsouk

ໃນເດືອນຜ່ານມາ ປະຊາຊົນ ໄດ້ຮ້ອງຮຽນ ທາງການລາວ ຜ່ານ ເອເຊັຍ ເສຣີ ວ່າເສັ້ນທາງ 450 ປີ ໃນນະຄອນຫລວງ ວຽງຈັນ ມັກມີເຫດປຸ້ນຈີ້ ໃນຍາມກາງຄືນ.

ມາເຖິງວັນ ທີ 3 ຕຸລາ 2012 ນີ້ ເຈົ້າໜ້າທີ່ ປາບປາມ ຢາເສພຕິດ ເວົ້າວ່າ ເສັ້ນທາງສາຍ ດັ່ງກ່າວ ເຄີຍມີເຫດການ ປຸ້ນຈີ້ ໂດຍກຸ່ມຂີ້ຢາ ຕິດຢາເສພຕິດ ເກີດຂຶ້ນແທ້:

"ນານໆມັນມີ ຄັ້ງນຶ່ງ ມັນເປັນທາງປ່ຽວ ເສັ້ນທາງມັນໃຫຍ່ ຄົນບໍ່ຄ່ອຍທຽວ ປຸ້ນໄປເພື່ອຊື້ຢາ ມັນບໍ່ມີເງິນຊື້ ມັນ ກໍຕ້ອງໄປປຸ້ນ".

ທ່ານເວົ້າ ຕໍ່ໄປວ່າ ນອກຈາກເສັ້ນທາງ ທີ່ວ່ານັ້ນ ຈະປ່ຽວ ແລະເປັນທາງ ທີ່ຍາວແລ້ວ ຕາມເສັ້ນທາງ ກໍຍັງບໍ່ມີ ແສງໄຟ ແລະ ມືດອີກດ້ວຍ ເຮັດໃຫ້ພວກ ຕິດຢາຂີ້ຢາ ສວຍ ໂອກາດ ອອກປຸ້ນຈີ້ ຊາວບ້ານ ທີ່ຂີ່ຣົດໄປມາ ໃນຍາມກາງຄືນ. ເຈົ້າໜ້າທີ່ ຕໍາຣວດ ກໍາລັງເລັ່ງ ກວດລ້າງ ເພື່ອຄວາມປອດໄພ ຂອງ ປະຊາຊົນ.

ທີ່ຜ່ານມາ ປະຊາຊົນ ກໍເຄີຍໃຫ້ຂໍ້ມູນ ແກ່ເຈົ້າໜ້າທີ່ ວ່າ ບັນຫາ ການປຸ້ນຈີ້ ຕາມເສັ້ນທາງ ຫລວງ 450 ປີ ນັ້ນ ສ້າງຄວາມເດືອດຮ້ອນ ໃຫ້ພວກຕົນ ມາຫລາຍເທື່ອແລ້ວ ບາງລາຍເຖິງຂັ້ນ ເຈັບສາຫັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org