ການທ່ອງທ່ຽວວັງວຽງ ສງົບລົງ
ການທ່ອງທ່ຽວ ເມືອງວັງວຽງ ໂດຍສະເພາະ ເລາະຕາມ ນໍ້າຊອງ ມີໜ້ອຍລົງ ໃນເດືອນ ຕຸລາ ນີ້.
-
ສົມເນ
2012-10-10 -
-
-
Your browser doesn’t support HTML5 audio
ເພື່ອຄວາມເປັນ ຣະບຽບ ຮຽບຮ້ອຍ ທາງການ ໄດ້ອອກຄໍາສັ່ງ ໃຫ້ຮ້ານຂາຍ ກິນດື່ມ ແລະ ບາຣ໌ກິນເຫລົ້າ ໃຫ້ງົດຂາຍ ສິ່ງມືນເມົາ ໃນຊ່ວງທີ່ ຣັຖບານ ກໍາລັງຕຣຽມ ຕ້ອນຮັບ ກອງປະຊຸມ ສຸດຍອດ ຜູ້ນໍາ ເອເຊັຽ-ຢູໂຣບ ຊື່ງຈະມີຂື້ນ ໃນວັນທີ່ 5 ຫາ 6 ພຶສຈິກາ ນີ້ ທີ່ນະຄອນຫລວງ ວຽງຈັນ.
ຊາວເມືອງວັງວຽງ ຢາກໃຫ້ມີຄວາມ ສງົບຕລອດໄປ ບໍ່ພຽງແຕ່ ໃນລະຍະ ການກະຕຣຽມ ແລະ ໃນຊ່ວງ ກອງປະຊຸມ ສຸດຍອດ ອາເຊັມ ເທົ່ານັ້ນ. ຊາວັງວຽງ ຜູ້ນື່ງເວົ້າວ່າ:
"ຮ້ານ ຜັບບາຣ ທີ່ວ່າ ບໍ່ມີແລ້ວ ເພາະວ່າຊ່ວງນີ້ ມັນຕຣຽມ ກອງປະຊຸມ ລະຍະຍາວ ກໍຕ້ອງໄດ້ປິດໄປ ປະມານ ເດືອນໜ້າ ຊ່ວງນີ້ຕ້ອງ ຮັກສາຄວາມສງົບ ເຂົາຈະເຮັດ ໃຫ້ມັນບໍ່ມີ ບັນຫາຫລາຍ ຕ້ອງໄປໃນທາງ ທີ່ຖືກຕ້ອງຕາມ ຣະບຽບ ກົດໝາຍ ບ້ານເມືອງ ບໍ່ໃຫ້ມັນເປັນ ເສຣີຫລາຍ ມີກໍໄດ້ ແຕ່ວ່າຕ້ອງ ຮັກສາຄວາມສງົບ ໃຫ້ໄດ້".
ຄວາມບໍ່ສງົບ ທີ່ເກີດຂື້ນ ໃນບໍຣິເວນ ທ່ອງທ່ຽວ ແຄມນໍ້າຊອງນັ້ນ ສ່ວນຫລາຍ ແມ່ນຜິດຖຽງກັນ ຫລັງຈາກ ກິນເຫລົ້າເມົາຢາ ສົ່ງສຽງດັງ ໂວຍວາຍ ເຮັດໃຫ້ ປະຊາຊົນ ທີ່ຢູ່ ໃກ້ຄຽງບໍ່ມີ ຄວາມສງົບ. ນອກນັ້ນ ການທ່ອງທ່ຽວ ລ່ອງກົງຢາງ ໃນນໍ້າຊອງ ແລະ ຂື້ນຕົ້ນໄມ້ ໂຕນນໍ້າ ເຮັດໃຫ້ເກີດ ອຸປະຕິເຫດ ບາດເຈັບ ຫລາຍກໍຣະນີ ເຖິງແກ່ຊີວິດ.
ປັດຈຸບັນນີ້ ຮ້ານຂາຍເຫລົ້າ ຍັງອະນຸຍາດ ໃຫ້ເປີດຂາຍຢູ່ ແຕ່ຢູ່ພາຍໃຕ້ ຣະບຽບການ ທີ່ສາມາດ ຮັບປະກັນ ຄວາມສງົບໄດ້.