ພະນັກງານສນາມບິນ ວັດໄຕຮັບການຝຶກແອບ
ສະຖານທູຕ ສະຫະຣັຖ ອະເມຣິກາ ປະຈໍາ ສປປລາວ ໃຫ້ການ ຝຶກແອບ ພະນັກງານ ສນາມບິນ ວັດໄຕ ໃນການ ຈໍາແນກ ຂອງ ຜິດກົດໝາຍ.
-
ສົມເນ
2012-07-27 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ແລະ ພະນັກງານ ສນາມບິນ ນານາຊາຕ ວັດໄຕ 70 ກ່ວາຄົນ ໄດ້ຮັບ ການຝືກແອບ ເຣື້ອງການ ກວດກາ ແລະ ຈໍາແນກເຄື່ອງຂອງ ທີ່ ຜິດກົດໝາຍ ແລະ ປະຕິບັດ ຣະບຽບ ການພາສີ ຢູ່ທີ່ຫ້ອງ ສັມມະນາ ເວີກຊ໊ອບ ຊື່ງ ສະຖານທູດ ສະຫະຣັຖ ຈັດຂື້ນ ເມື່ອວັນທີ່ 17-18 ກໍຣະກະດາ ຜ່ານມາ ທີ່ນະຄອນຫລວງ ວຽງຈັນ. ຕາມລາຍງານຂ່າວ ຈາກ ເວັບໄຊທ ຂອງ ສະຖານທູດ ສະຫະຣັຖ ປະຈໍາລາວ.
ລາຍງານວ່າ ການຝືກແອບ ແມ່ນຈັດຂື້ນໂດຍ ຫ້ອງການ ຄວາມປອດພັຍ ປະຈໍາ ພູມີພາກ ແລະຜແນກ ກົງສູນ ຂອງ ສະຖານທູຕ ໂດຍການ ສນັບສນູນ ຂອງຫ້ອງການ ກວດຄົນ ເຂົ້າເມືອງ ແລະ ພາສີ ຈາກ ສະຖານທູຕ ຢູ່ບາງກອກ.
ການຝືກແອບ ແມ່ນສຸມໃສ່ ປັບປຸງ ການກວດກາ ຈໍາແນກ ສິ່ງຜິດກົດໝາຍ ແລະ ປະຕິບັດ ນະໂຍບາຍ ຣະບຽບການ ວີຊາ ແລະ ພາສີ ຂອງ ສະຫະຣັຖ. ເຈົ້າໜ້ທີ່ ຝືກແອບ ເວົ້າວ່າ ການແລກປ່ຽນ ຂໍ້ມູນ ແລະ ວິຊາຄວາມຮູ້ ຈະເຮັດໃຫ້ ສາຍການບິນ ລາວແອລາຍ ກວດເຫັນ ເອກກະສານ ສະຫະຣັຖ ປອມແປງ ແລະກວດເຫັນ ຜູ້ໂດຍສານ ທີ່ມີເຈດຕະນາ ປອມແປງ ເອກກະສານ ເຂົ້າ ສະຫະຣັຖ ນໍາດ້ວຍ ຊື່ງ ໃນທີ່ສຸດ ຈະເຮັດໃຫ້ ຄວາມປອດໄພ ຂອງລາວ ແລະ ສະຫະຣັຖ ດີຂື້ນ.