ຄໍາສັລເສີນພນັກງານຣັດ ຂອງທ່ານບານກີມູນ

ສະຫະປະຊາຊາດ ຍ້ອງຍໍ ການເອົາໃຈໃສ່ ຂອງ ພນັກງານຣັຖ ເພື່ອເຮັດໃຫ້ ຊຸມຊົນ ດີຂຶ້ນ.

0:00 / 0:00

ໃນໂອກາດ ສລອງວັນ ພນັກງານຣັຖ ເຈົ້າໜ້າທີ່ ສະຫະປະຊາຊາດ ໄດ້ຍ້ອງຍໍ ບົດບາດ ທີ່ສໍາຄັນ ຂອງ ພນັກງານ ທີ່ໄດ້ ເສັຍສລະ ໃນການເຮັດ ໜ້າທີ່ ຢ່າງເຂັ້ມແຂງ ໃຫ້ເຫັນ ຄວາມແຕກຕ່າງ ໃນຊີວິດ ຂອງຄົນ ຫລາຍລ້ານຄົນ ທົ່ວໂລກ. ເລຂາທິການ ສະຫະປະຊາຊາດ ທ່ານ ບານກີມູນ ໄດ້ກ່າວ ໃນມື້ ພນັກງານຣັຖ ນີ້ວ່າ:

“ໂລກເຮົາ ປະເຊີນກັບ ຄວາມທ້າທາຍ ທີ່ຫຍຸ້ງຍາກ ຫລາຍຢ່າງ ຈາກຄວາມອຶດຫິວ ແລະ ຄວາມທຸກຍາກ ຂາດເຂີນ ເຣື່ອງເຊື້ອໂຣຄ ຣະບາດ ແລະ ການປ່ຽນແປງ ຂອງ ສະພາບ ອາກາດ”.

ທ່ານກ່າວ ຕໍ່ໄປວ່າ: "ພນັກງານຣັຖ ໄດ້ເຮັດໜ້າທີ່ ຢ່າງເຂັ້ມແຂງ ເສັຍສລະ ແລະ ຢ່າງໜັກໜ່ວງ ເພື່ອໃຫ້ ແນ່ໃຈວ່າ ຄວາມຕ້ອງການ ຂອງຄົນ ທົ່ວໄປ ໄດ້ຖືກ ຕອບສນອງ ຢ່າງ ເອົາໃຈໃສ່ ຢ່າງມີການ ເຄົາຣົບນັບຖື ແລະ ຢ່າງມີກຽດ ມີສັກສີ".

ທ່ານກ່າວເນັ້ນ ອີກວ່າ: "ພນັກງານຣັຖ ໄດ້ມີບົດບາດ ເຮັດໜ້າທີ່ ໃນການ ສ້າງຄວາມ ແຕກຕ່າງ ຕໍ່ຊີວິດ ຂອງຄອບຄົວ ແລະ ຊຸມຊົນ ໃນທົ່ວໂລກ". ໃນປີ 2002 ສະມັດຊາ ໃຫຍ່ ສະຫະປະຊາຊາດ ໄດ້ແຕ່ງຕັ້ງ ກໍານົດ ຮັບເອົາມື້ ວັນທີ 23 ມິຖຸນາ ເປັນມື້ "ພນັກງານຣັຖ" ເພື່ອສລອງ ຄຸນງາມຄວາມດີ ແລະ ຄຸນຄ່າ ຂອງ ພນັກງານຣັຖ ໃນຊຸມຊົນ ແລະເພື່ອ ຊຸກຍູ້ໃຫ້ ຊາວໜຸ່ມ ເຍົາວະຊົນ ຢາກເປັນ ພນັກງານ ໃນພາກຣັຖ ຕໍ່ໄປ.