ນັກທຸຣະກິຈໄທຽ ກັງວົນ
ນັກທຸຣະກິຈ ຄ້າຂາຍ ຊາວໄທຽ ເປັນຫ່ວງ ຢ້ານວ່າ ກາຣຄ້າຂາຍ ຣະຫວ່າງ ຊາຍແດນ ໄທຽ-ພະມ້າ ທີ່ມີມູລຄ່າ ມະຫາສາຣ ໃນຣະຍະ ທີ່ຜ່ານມາ ນັ້ນ ອາຈໄດ້ຮັບ ຜົລກະທົບ ຢ່າງແຮງ ໃນຂັ້ນຕໍ່ໄປ ໂດຽສະເພາະ ພາຍຫລັງ ກາຣຄ້າຂາຍ ຊາຍແດນ ຣະຫວ່າງ ພະມ້າ ແລະ ທາງກາຣຈີນ ເພີ່ມທະວີຂຶ້ນ ໃນອະນາຄົຕ ຂ້າງໜ້າ.
-
ຫວາດ ສີມູນ
2012-07-31 -
-
-
ເຂດຄ້າຂາຍຣະຫວ່າງ ໄທ-ພະມ້າ ແມ່ສາຍ-ທ່າຂີ້ເຫຼັກ
blogspot
Your browser doesn’t support HTML5 audio
ຫລັງຈາກ ກາຣໃຫ້ແຖລງກາຣ ຢູ່ກອງປະຊຸມ ກ່ຽວກັບ ແຜນກາຣພັທນາ ຕາມແນວຊາຍແດນ ກັບ ສປປລາວ ແລະ ພະມ້າ ຢູ່ທີ່ ມະຫາວິທຍາລັຍ ຈຸລາລົງກອນ ໃນມື້ວັນຈັນ ຜ່ານມາ ຂອງທ່ານ Charit Tingsabadh ຜູ້ອຳນວຍກາຣ ຂອງສູນກາຣ ສຶກສາ ຂອງຢູໂຣປ ໃນມື້ວັນທີ່ 30 ກໍຣະກະດາ ນີ້ວ່າ ບັນດາ ພໍ່ຄ້າຊາວຂາຍ ຕາມເຂຕຊາຍແດນ ທີ່ ແມ່ສອດ ແຂວງຕາກ ທາງພາຄເໜືອ ຂອງໄທຽ ມີຄວາມເປັນຫ່ວງ ທີ່ອາຈຈະສູນເສັຍ ກາຣຄ້າ ຂອງເຂົາເຈົ້າ ໂດຽສະເພາະ ທີ່ກາຣຄ້າຂາຍ ຕາມເຂຕ ຊາຍແດນພະມ້າ ແລະ ທາງກາຣຈີນ ທີ່ມີປະຣິມານ ສູງຂຶ້ນເລື້ອຍໆນັ້ນ.
ຢ່າງໃດກໍຕາມ ພາຍຫລັງທີ່ ທາງກາຣໄທຽ ໄດ້ໃຫ້ທຶນ ກາຣກູ້ຢືມ ແກ່ທາງກາຣ ພະມ້າ ໃນໂຄງກາຣ ພັທນາ ໂຄງສ້າງພື້ນຖານ ກວ່າ 122 ລ້ານບາທ ໃນປີ 2006 ຜ່ານມາ ເຣັດໃຫ້ ກາຣຄ້າຂາຍ ຣະຫວ່າງ ຊາຍແດນ ໄທຽ-ພະມ້າ ທະວີເພີ່ມຂຶ້ນ ຈາກ 20 ຕື້ບາທ ໃນປີ 2007 ຂຶ້ນມາເປັນ 60 ຕື້ບາທ ໃນປີ 2010!