ຊາວລາວຄ້າຂາຍ ຢາກໃຫ້ຣັດ ຕັດພາສີ
ບັນດາ ພໍ່ຄ້າແມ່ຄ້າ ໃນລາວ ຫວັງວ່າ ພາສີ ນຳເຂົ້າ ສິນຄ້າ ຈະຫລຸດລົງ ຫລັງຈາກ ກອງປະຊຸມ ອາເຊັມ.
-
ສິດນີ
2012-11-08 -
-
-
Your browser doesn’t support HTML5 audio
ເນື່ອງຈາກ ສປປລາວ ເປັນເຈົ້າພາບ ຈັດກອງປະຊຸມ ອາເຊັມ ທີ່ນະຄອນຫລວງ ວຽງຈັນ ຣະຫວ່າງ ວັນທີ 5-6 ເດືອນ ພຶສຈິກາ 2012 ຊາວລາວ ຈຳນວນນື່ງ ຕ້ອງການ ຢາກເຫັນການປ່ຽນແປງ ໃນລາວ ໂດຍສະເພາະ ກຸ່ມພໍ່ຄ້າແມ່ຄ້າ ຫວັງຢາກໃຫ້ພາສີ ນຳເຂົ້າສີນຄ້າ ຫລຸດລົງກວ່າເດີມ ແລະ ຢາກໃຫ້ມີ ຄວາມຍຸທຕິທັມ ແກ່ປະຊາຊົນ. ດັ່ງພໍ່ຄ້າ ຄົນນື່ງເວົ້າວ່າ:
"ເສຖກິດ ກໍຊີ່ຄືເກົ່າ ກໍບໍ່ໄດ້ມີຫຍັງ ປ່ຽນແປງ ເພາະວ່າປະຊຸມ ກໍຍັງບໍ່ທັນແລ້ວ ເທື່ອ ກໍຍັງບໍ່ຮູ້ ກໍຕ້ອງໄດ້ເບີ່ງ ຕອນຕໍ່ໄປຂ້າງຫນ້າ ຄາດຫວັງກໍຢາກ ໃຫ້ພາສີແຫລະ ຫນ້ອຍລົງ ເພາະບ້ານເມືອງ ເກັບພາສີ ຫລາຍເກີນໄປ".
ທ່ານກ່າວຕໍ່ໄປວ່າ ພາສີ ການນຳເຂົ້າສີນຄ້າ ທົ່ວໄປ ນັບມື້ນັບແພງຂື້ນ ກວ່າເກົ່າ ເນື່ອງຈາກມີຫລາຍ ປະເທດ ເຂົ້າມາທຳການ ຄ້າຂາຍ ໃນລາວ ໂດຍສະເພາະຈີນ ແລະ ວຽດນາມ ຈະເອົາສີນຄ້າ ເຂົ້າມາ ຕີຕລາດລາວ ເຮັດໃຫ້ຣາຄາ ສີນຄ້າ ໃນລາວ ແພງກວ່າເກົ່າ. ໃນຂະນະດຽວກັນ ຄົນລາວ ອີກນາງນື່ງ ກໍເວົ້າວ່າການ ຈັດກອງ ປະຊຸມ ອາເຊັມ ນາງຫວັງວ່າ ທຸກສີ່ງທຸກຢ່າງ ຈະດີຂື້ນ ໃນລາວ. ດັ່ງນາງກ່າວ ໃນຕອນນື່ງວ່າ:
"ກໍຍັງບໍ່ຮູ້ ແຕ່ຄິດວ່າ ກໍຈະຍຸຕິທັມເລື້ອຍໆ ຈະເພີ້ມຂື້ນ ຈະດີຂື້ນ ມັນຫລາຍປະເທດ ມາປະຊຸມ ມັນກໍຕ້ອງດີຂື້ນ ທຸກສີ່ງຢ່າງ ມັນກໍຈະດີຂື້ນ ແຫລະ".
ໃນທີ່ສຸດ ນາງເວົ້າວ່າ ກອງປະຊຸມ ອາເຊັມ ທີ່ມີຜູ້ນຳ ຈາກຫລາຍປະເທດ ເຂົ້າຮ່ວມ ຄາດວ່າ ກຸ່ມດັ່ງກ່າວ ຈະເຫັນບັນຫາໂຕຈີງ ທີ່ເກີດຂື້ນ ໃນສັງຄົມລາວ ແລະ ຈະໃຫ້ຄວາມ ຮ່ວມມື ໃນການແກ້ໄຂ ໂດຍສະເພາະ ບັນຫາທາງດ້ານ ເສຖກິດ ແລະ ການເປັນຢູ່ ຂອງຄົນລາວ ຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດ.