ຊາວບ້ານຫຍຶບ ມ.ທ່າແຕງ ບໍ່ມີວຽກເຮັດ
ຊາວບ້ານຫຍຶບ ເມືອງທ່າແຕງ ແຂວງເຊກອງ ບໍ່ມີວຽກເຮັດ ງານທໍາ ຫລັງຈາກ ພື້ນທີ່ ດິນປູກຝັງ ດັ້ງເດີມ ໄດ້ຖືກ ທາງການ ສັມປະທານ ໃຫ້ ບໍຣິສັດ ວຽດນາມ ປູກ ຢາງພາຣາ.
-
ໂພໄຊສວັດ
2012-10-04 -
-
-
Your browser doesn’t support HTML5 audio
ຊາວບ້ານຫຍຶບ ເມືອງທ່າແຕງ ແຂວງເຊກອງ ບໍ່ມີວຽກເຮັດ ງານທໍາ ເພາະທາງ ບໍຣິສັດ ໃຊ້ເຄື່ອງຈັກ ເຮັດວຽກແທນ ພວກຂະເຈົ້າ. ຊາວບ້ານຜູ້ນຶ່ງ ເວົ້າວ່າ:
"ເຂົາປູກ ຢາງພາຣາ ເຂົາຈ້າງຊາວບ້ານ ໄປເຮັດວຽກ ຊາວບ້ານ ມີລາຍໄດ້ ຊາວບ້ານ ມັນກໍຢູ່ໄດ້ ແຕ່ລະຍະປີ ມານີ້ມັນບໍ່ໄດ້ໃຊ້ ແຮງງານຄົນ ແລ້ວ ໃຊ້ກົນຈັກ ໃຊ້ສານເຄມີ ມັນກໍບໍ່ພໍຊິລ້ຽງ ຄອບຄົວ ເຮັດໃຫ້ສັງຄົມ ບໍ່ມີ ຄວາມສງົບ".
ຊາວບ້ານ ຜູ້ເກົ່ານີ້ ເວົ້າຕໍ່ໄປ ອີກວ່າ ສວນຢາງພາຣາ ໄດ້ເລີ້ມປູກ ຕົ້ນຢາງ ມາຫລາຍປີ ຈົນໃກ້ ຈະສາມາດກີດຢາງ ໄດ້ແລ້ວ ທາງສວນຢາງ ຈຶ່ງຕ້ອງການ ຄົນງານໜ້ອຍ ລົງ. ປັດຈຸບັນ ຊາວບ້ານ ປະສົບກັບບັນຫາ ຮຸນແຮງ ທັງຂາດບ່ອນ ປູກຝັງ ແລະ ຂາດວຽກງານ ບໍ່ມີຣາຍໄດ້. ແຕ່ກ່ອນ ທີ່ບໍ່ມີການ ປູກຕົ້ນໄມ້ ອຸດສາຫະກັມ ຊາວບ້ານ ສາມາດ ຫາຢູ່ຫາກິນ ຈາກເຄື່ອງປ່າ ຂອງດົງໄດ້ ແຕ່ດຽວນີ້ ປ່າດົງຫາຍາກ ຕ້ອງໄດ້ອອກໄປ ໄກກວ່າເກົ່າ ເພື່ອຫາ ເຄື່ອງປ່າຂອງດົງ.
ອີງຕາມຂໍ້ມູນ ບໍຣິສັດ ບີດີນາ ຂອງວຽດນາມ ໄດ້ເຂົ້າມາ ສັມປະທານ ພື້ນທີ່ດິນ 100 ກວ່າເຮັກຕາ ເພື່ອປູກ ຢາງພາຣາ ໃນເມືອງທ່າແຕງ ແຂວງເຊກອງ ຊຶ່ງໄດ້ເລີ້ມປູກມາ ຫລາຍປີ ຈົນກໍ່ໃຫ້ເກີດ ຄວາມຂັດແຍ່ງ ຣະຫວ່າງ ເຈົ້າໜ້າທີ່ຣັຖ ແລະ ຊາວບ້ານ ເມື່ອເດືອນ ມິຖຸນາ 2012 ຍ້ອນວ່າພື້ນທີ່ດິນ ຂອງຊາວບ້ານ ໄດ້ຖືກກວມ ເອົາໄປເປັນ ສວນຢາງພາຣາ ຈົນເກີດມີການ ຮຽກຮ້ອງ ຂໍຄວາມເປັນທັມ ແຕ່ຫລັງຈາກ ທີ່ທາງການ ໄດ້ລົງມາແກ້ໄຂ ໃຫ້ການຊ່ວຍເຫລືອ ຊອກພື້ນທີ່ດິນ ປູກຝັງໃໝ່ໃຫ້ ຊາວບ້ານ ກໍເຫັນວ່າ ເປັນການດີ ແຕ່ສິ່ງທີ່ຊາວບ້ານ ຕ້ອງການ ຮີບດ່ວນ ໃນຕອນນີ້ແມ່ນ ວຽກງານ ເພື່ອໃຫ້ມີ ລາຍໄດ້ລ້ຽງ ຄອບຄົວ ໃນເວລາລໍຖ້າ ພື້ນທີ່ດິນ ຊົດເຊີຍ.