ໄທໃຫ້ເງິນກູ້ແກ່ລາວ

ຣັຖບານ ໄທ ອະນຸມັດ ເງີນກູ້ 900 ລ້ານບາດ ເພື່ອພັທນາ ໂຄງຮ່າງ ພື້ນຖານ ໃນລາວ.

ນາຍົກ ຣັຖມົນຕຣີໄທ ນາງສາວ ຍີງລັກ ຊິນນະວັດ ໄດ້ລົງນາມ ຂໍ້ຕົກລົງ ເງີນກູ້ ຈຳນວນ 900 ລ້ານບາດ ເພື່ອຊ່ອຍ ພັທນາ ໂຄງຮ່າງ ພື້ນຖານ ໃນລາວ. ນາຍົກ ຣັຖມົນຕຣີໄທ ຖແລງວ່າ ໄທພ້ອມ ແລ້ວທີ່ຈະ ເດີນຫນ້າ ໃນການສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສຸງ ເຊື່ອມຕໍ່ ຣະຫວ່າງ ສອງປະເທດ. ນາຍົກ ຣັຖມົນຕຣີໄທ ຮ່ວມກັບ ຝ່າຍລາວ ທ່ານ ທອງສີງ ທັມມະວົງ ນາຍົກ ຣັຖມົນຕຣີລາວ ໄດ້ຮ່ວມຖແລງ ຂ່າວ ຕໍ່ກອງປະຊຸມ ນັກຂ່າວ ທີ່ບາງກອກ ໃນອາທິດ ຜ່ານມາ ຫລັງຈາກ ໄດ້ໂອ້ລົມກັນ ໃນຫລາຍບັນຫາ.

ນາຍົກ ຣັຖມົນຕຣີ ໄທ ໄດ້ເປີດເຜີຍ ການໂອ້ລົມ ກັນທັງສອງຝ່າຍ ທີ່ພາໃຫ້ ມີການລົງນາມ ເງີນກູ້ ໃນໂຄງການ ພັທນາ ໂຄງຮ່າງ ພື້ນຖານ ຫລາຍຢ່າງ ໃນລາວ ໃນນັ້ນ ຮ່ວມດ້ວຍ ການສ້າງຖນົນ ເຊື່ອມຕໍ່ ຈາກ ຊາຍແດນ ແຂວງ ອຸດຕະຣະດິດ ຂອງໄທ ໄປຫາແຂວງ ໄຊຍະບູຣີ ຂອງລາວ ການຂຍາຍ ສນາມບີນ ເມືອງປາກເຊ ໃຫ້ເປັນສນາມບີນ ນານາຊາດ ການສ້າງຂົວ ມິຕພາບ ລາວ-ໄທ ເພີ້ມ ເຊັ່ນຂົວແຫ່ງ ທີ 5 ຣະຫວ່າງ ແຂວງບືງການ ກັບແຂວງ ບໍຣິຄຳໄຊ.

ການປາບປາມ ອາສຍາກັມ ຂ້າມຊາດ ການຄ້າ ຢາເສພຕິດ ແລະ ການຄ້າມະນຸສ ຕາມແນວ ຊາຍແດນ. ທາງການລາວ ກໍໄດ້ແຈ້ງ ການຕໍ່ທີ່ ປະຊຸມ ເວທີ ເສຖກິດໂລກ ກ່ຽວກັບ ເອເຊັຽ ຕາເວັນອອກ ທີ່ບາງກອກ ວ່າ ສປປລາວ ພ້ອມທີ່ຈະ ເປັນຈຸດເຊື່ອມຕໍ່ ໃນຂົງເຂດ ຫລັງຈາກ ການສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ ຈາກຈີນ ຜ່ານລາວ ມາໄທສຳເຣັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org