ເກົາຫລີເໜືອເພີ່ມສັມພັນ ລາວ-ວຽດນາມ

ທ່ານ Kim Young-Nam ຜູ້ນຳ ທາງພິທີ ຂອງ ເກົາຫລີເໜືອ ຈະຢ້ຽມຢາມ ວຽຕນາມ ແລະ ສປປລາວ.

ທ່ານ Kim Young-Nam ຜູ້ນໍາໝາຍເລຂ 2 ຂອງເກົາຫຼີເໜືອ ຕອນໄປຢ້ຽມຢາມ ປະເທດ Gumbia ໃນປີ 2010 Gumabianews

ໜັງສືພີມ ທາງກາຣ ເກົາຫລີເໜືອ ແຈ້ງ ໃນມື້ວັນຈັນ ນີ້ວ່າ ທ່ານ Kim Young-Nam ຜູ້ນຳ ທາງພິທີ ຂອງ ເກົາຫລີເໜືອ ມີກຳໜົດ ຈະອອກເດີນທາງ ໄປຢ້ຽມຢາມ ວຽຕນາມ ແລະ ສປປລາວ ຢ່າງເປັນທາງກາຣ ແຕ່ກໍບໍ່ໄດ້ ໃຫ້ຣາຍລະອຽດ ກ່ຽວກັບ ວັນເວລາ ແລະກຳໜົດ ຂອງກາຣເດີນທາງ ແຕ່ຢ່າງໃດ.

ໃນຂນະດຽວກັນນີ້ ນັກວິຈັຍ ທາງກາຮເມືອງ ໃນເກົາຫລີເໜືອ ກໍໄດ້ໃຫ້ຄຳເຫັນ ໃນໜັງສືພີມ ທາງກາຣ ຂອງເກົາຫລີໃຕ້ ທີ່ວ່າທາງກາຣ ເກົາຫລີເໜືອ ເພີ່ມຄວາມສົນໃຈ ໃນກາຣ ຂຍາຍແລະເສີມສ້າງ ສາຍກາຣພົວພັນ ທາງກາຣເມືອງ ແລະ ເສຖກິຈ ກັບບັນດາປະເທສ ໃນເຄືອຂ່າຍ ສັງຄົມນິຍົມ ຂອງທັງສອງ ປະເທສ ດັ່ງກ່າວນີ້ ໃຫ້ຫລາຍຂື້ນ ໃນຂັ້ນຕໍ່ໄປ.

ຢ່າງໃດກໍຕາມ ໃນມື້ວັນສຸກ ຜ່ານມາ ທາງຄນະເຈົ້າໜ້າທີ່ ດ້ານເສຖກິຈ ຂອງທາງກາຣ ສປປລາວ ກໍໄດ້ເດີນທາງກັບ ນະຄອນຫລວງ ວຽງຈັນ ພາຍຫລັງ ກາຣຢ້ຽມຢາມ ກຸງປຽງຢັງ ໃນສັປດາ ທີ່ຜ່ານມາ ແລະ ໃນຕົ້ນເດືອນ ກໍຣະກະດາ ທາງຄນະເຈົ້າໜ້າທີ່ ກະຊວງ ກາຮຕ່າງປະເທສ ຂອງວຽຕນາມ ກໍໄດ້ເດີນທາງ ໄປຢ້ຽມຢາມ ເກົາຫລີເໜືອ ເພື່ອຂຍາຍກາຣ ຄ້າຂາຍ ແລະ ກາຣລົງທຶນ ໃນຣະຫວ່າງ ສອງປະເທສ ເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org