ຊາວເມືອງທ່າແຕງ ຍັງຖືກນາບຂູ່

ຊາວບ້ານ ໃນເຂດເມືອງ ທ່າແຕງ ແຂວງເຊກອງ ຍັງຖືກ ອໍານາດ ການປົກຄອງ ທ້ອງຖິ່ນ ນາບຂູ່ ຢູ່.

ຊາວບ້ານຫຍືບ ເມືອງທ່າແຕງ ແຂວງເຊກອງ ທີ່ເຄີຽຖືກຈັບ ກັກໂຕໄວ້ ຍ້ອນການຕໍ່ວ່າ ຮຽກຮ້ອງ ເອົາທີ່ດິນ ທີ່ຖືກໄປ ໃຫ້ນາຍທຶນ ວຽດນາມ. ຕາມຂ່າວລ້າສຸດ ຢືນຢັນວ່າ ປັດຈຸັບບັນ ຊາວບ້ານຍັງຖືກ ອໍານາດ ການປົກຄອງ ທ້ອງຖິ່ນ ນາບຂູ່ຢູ່ ຖ້າຫາກວ່າ ເຂົາເຈົ້າບໍ່ເຊົາ ຮຽກຮ້ອງ ເອົາທີ່ດິນຄືນ. ຕາມການເປີດເຜີຽ ຂອງຊາວບ້ານ ຄົນນື່ງ ທີ່ບໍ່ຢາກ ອອກຊື່:

"ກໍຄືວ່າ ທາງຣັຖບານ ຊີ່ລົງໄປ ແກ້ໄຂວ່າຊັ້ນ ກໍມີໜັງສື ແຈ້ງການ ຈາກຣັຖບານວ່າ ໃຫ້ມີຫນ່ວຍງານ ລົງໄປແກ້ໄຂ ແຕ່ວ່າ ຊາວບ້ານຍັງຖືກ ຂົ່ມຂູ່ຈາກ ພະນັກງານ ຂອງເມືອງຢູ່ ດຽວນີ້".

ຊາວບ້ານ ອະທິບາຍວ່າ ຫລັງຈາກຊາວບ້ານ ຈໍານວນນື່ງ ທີ່ທີ່ຖືກຈັບ ກັກໂຕໄວ້ ຖືກປ່ອຍອອກແລ້ວ ຣັຖບານ ໄດ້ແຈ້ງການວ່າ ຈະແກ້ໄຂບັນຫາ ດັ່ງກ່າວ ໃຫ້ໄວ ແລະໄດ້ເຮັດ ໜັງສືສັ່ງການ ມາຍັງອໍານາດ ການປົກຄອງເມືອງ ເພື່ອໃຫ້ ເຈົ້າໜ້າທີ່ແກ້ໄຂ. ຊາວບ້ານເວົ້າວ່າ ບໍ່ເຫັນແກ້ໄຂ ຈັກເທື່ອ ເຂົາກໍເລີຽ ໄປທວງຖາມອີກ. ຊາວບ້ານບອກວ່າ ເຈົ້າໜ້າທີ່ ບາງຄົນຂູ່ວ່າ ຫາກຮຽກຮ້ອງ ຫລືສ້າງຄວາມ ລໍາຄານອີກ ຈະຖືກຈັບ ຊາວບ້ານຈື່ງຕ້ອງ ມິດໄປອີກ.

ທີ່ຜ່ານມາ ຊາວບ້ານວ່າມີ ການຊົດເຊີຽ ໃຫ້ແດ່ເລັກນ້ອຍ ແຕ່ສ່ວນຫລາຍ ຊາວບ້ານຕ້ອງການ ທີ່ດິນຄືນ ເພື່ອທໍາມາຫາກິນ ຫລື ຢ່າງນ້ອຍທີ່ສຸດ ກໍໃຫ້ຈັດສັນ ທີ່ດິນ ບ່ອນໃໝ່ໃຫ້ ຮ່ວມທັງຊ່ວຍເຫລືອ ໃນການໂຍກຍ້າຍ ຖິ່ນຖານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org