ຕ່າງດ້າວບໍ່ມີອະນຸຍາດ ເຮັກວຽກຕ້ອງສົ່ງກັບ
ຊາວຕ່າງດ້າວ ທີ່ເຂົ້າມາ ເຮັດວຽກ ແບບບໍ່ຖືກຕ້ອງ ຕາມ ກົດໝາຍ ຢູ່ ສປປລາວ ຈະຖືກສົ່ງ ກັບຄືນ ປະເທດ.
-
ຈໍາປາທອງ
2012-08-10 -
-
-
Your browser doesn’t support HTML5 audio
ຊາວຕ່າງປເທດ ເປັນຕົ້ນ ວຽດນາມ ແລະຈີນ ທີ່ເຂົ້າມາ ເຮັດວຽກ ຢູ່ ສປປລາວ ໂດຍບໍ່ໄດ້ຮັບ ອະນຸຍາດ ຈະຖືກສົ່ງກັບຄືນ ປະເທດ ຍ້ອນວ່າມັນ ສ້າງຄວາມເສັຽຫາຍ ຕໍ່ຄົນງານລາວ. ຕາມຣາຽງານ ຈາກ ນະຄອນຫຼວງ ວຽງຈັນ.
ກ່ຽວກັບເຣື່ອງນີ້ ທ່ານ ວິລະສັກ ນາມມຸນຕີ ຫົວໜ້າ ຜແນກແຮງງານ ແລະ ສວັດດີການ ສັງຄົມ ນະຄອນຫຼວງ ວຽງຈັນ ເປີດເຜີຍ ເມື່ອບໍ່ນານມານີ້ວ່າ ແຮງງານ ຕ່າງປະເທດ ທີ່ເຂົ້າມາລາວ ຫຼາຍ ເຮັດໃຫ້ມີ ຜົນກະທົບ ຕໍ່ແຮງງານລາວ ໂດຍສະເພາະ ແຮງງານທີ່ເຂົ້າມາ ແບບບໍ່ຖືກກົດໝາຍ. ມີຈໍານວນນຶ່ງ ເຂົ້າມາ ທ່ອງທ່ຽວ ແລ້ວກໍປະກອບ ອາຊີພເລີຍ ແລະ ບາງຄົນມາຢູ່ ໝົດກໍານົດ ກໍບໍ່ກັບ ຄືນ ປະເທດຂອງຕົນ. ນອກຈາກນັ້ນ ຍັງມີອີກ ຈໍານວນນຶ່ງ ເຮັດວຽກ ສາຂາອາຊີພ ທີ່ສງວນໄວ້ໃຫ້ ຄົນລາວ. ກຸ່ມຄົນດັ່ງກ່າວ ຈະຖືກສເນີໃຫ້ ສົ່ງກັບຄືນ ປະເທດ.ຕໍ່ບັນຫານີ້ ເມື່ອກ່ອນ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ກໍໄດ້ເວົ້າເຖິງ ສະພາບການ ຄຸ້ມຄອງ ແລະ ນໍາໃຊ້ແຮງງານ ຕ່າງປະເທດ ຢູ່ລາວວ່າ ອົງການ ຄຸ້ມຄອງແຮງງານ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍໄດ້ ພຍາຍາມ ແກ້ໄຂບັນຫາ ດັ່ງກ່າວ ແຕ່ກໍຍັງບໍ່ ສໍາເຣັດ ຍ້ອນມີຫລາຍ ສາເຫດ ເປັນຕົ້ນທາງ ພູມີປະເທດ ການຍົກເວັ້ນ ວິຊາ ເຂົ້າ-ອອກ ປະເທດ ຄວາມຕ້ອງການ ແຮງງານ ແລະຫາວຽກໄດ້ງ່າຍ ຍ້ອນມີສີມື.
ເຫດຜົນຕົ້ນຕໍ ອັນນຶ່ງ ກໍແມ່ນການລະເລີຍ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ອໍານາດ ການປົກຄອງ ທ້ອງຖິ່ນ ບໍ່ເຂັ້ມງວດ. ຈໍານວນນຶ່ງ ຖືກສົ່ງກັບ ປະເທດແລ້ວ ກໍກັບຄືນມາໃໝ່ ປັບໃໝຫຼາຽ ພັດບໍ່ມີເງິນ ຈ່າຍໃຫ້. ຖ້າຈະຈັບໃສ່ຄຸກ ກໍກະທົບກະເທືອນ ເຖິງບັນຍາກາດ ຂອງ ການພົວພັນ ຮ່ວມມື ອັນດີກັບ ປະເທດເພື່ອນບ້ານ.