ຜູ້ອໍານວຍການອົງການ Helvetas ຖືກເນຣະເທດ

ຣັຖບານ ສປປ ລາວ ໄດ້ອອກ ຄໍາສັ່ງ ເນຣະເທດ ມາດາມ Anne-Sophie GINDROZ ຜູ້ອໍານວຍການ ອົງການ HELVETAS ຂອງ Switzerland ປະຈໍາລາວ ຊື່ງເປັນອົງການ ບໍ່ຂື້ນກັບ ຣັຖບານ ອອກຈາກ ສປປ ລາວ ພາຍໃນ 48 ຊົ່ວໂມງ ນັບແຕ່ວັນທີ່ 7 ທັນວາ ປີ 2012 ເປັນຕົ້ນໄປ. ຕາມໜັງສື ທາງການ ຂອງ ກະຊວງການ ຕ່າງປະເທດ ເລກທີ 3083/MFA.DIO.3.8

ມາດາມ Anne-Sophie GINDROZ ຜູ້ອໍານວຍການ ອົງການ HELVETAS ຂອງ Switzerland Photos by Sutikno Gindroz

ການທີ່ ທາງການລາວ ໄດ້ອອກຄໍາສັ່ງ ເນຣະເທດ ມາດາມ Anne-Sophie GINDROZ ໃນຄັ້ງນີ້ ຍ້ອນເຫັນວ່າ ມາດາມ ໄດ້ປະພຶດຕົນ ໂຄສະນາ ຕໍ່ຕ້ານ ຣະບອບ ການປົກຄອງ ຂອງ ຣັຖບານລາວ ຊື່ງທາງການລາວ ເຫັນວ່າ ບໍ່ສອດຂ່ອງກັບ ມາຕຖານ ແລະ ຫລັກການ ສາກົນ.

ຈົດໝາຍສ່ວນໂຕ ຂອງ ມາດາມ Anne-Sophie GINDROZ ສົ່ງໄປຫາ ອົງການ ແລະ ປະເທດ ທີ່ໃຫ້ ການຊ່ອຍເຫຼືອ ແກ່ ສປປ ລາວ ກ່ອນຈະມີ ກອງປະຊຸມ ໂຕະມົນ ຂອງ ບັນດາປະເທດ ຜູ້ໃຫ້ການ ຊ່ອຍເຫຼືອແກ່ ສປປ ລາວ ນັ້ນ ມາດາມ ໄດ້ເວົ້າເຖີງ ການຂາດສິດ ເສຣີພາບ ແລະ ປະຊາທິປະໄຕ ຂອງ ປະຊາຊົນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org