ຊາວຫລວງພະບາງ ບໍ່ຢາກຍ້າຍເຮືອນ
ຊາວຫລວງພະບາງ ຢ້ານຈະຖືກ ໂຍກຍ້າຍ ອອກຈາກ ບ້ານເຮືອນ ຂອງພວກ ເຂົາເຈົ້າ ຍ້ອນໂຄງການ ລົງທຶນ ຈາກນັກ ທຸຣະກິດ ເອກຊົນ.
-
ອໍຣະໄທ
2012-10-02 -
-
-
Your browser doesn’t support HTML5 audio
ມາຮອດ ປັດຈຸບັນ ໃນແຂວງ ຫລວງພຣະບາງ ພົບວ່າ ມີກາຣຂຍາຍໂຕ ດ້ານເສຖກິດ ຢ່າງວ່ອງໄວ ໂດຍສະເພາະ ໂຄງການລົງທືນ ຈາກ ຕ່າງປະເທດ ທີ່ເຂົ້າມາ ລົງທືນ ແລ້ວປະມານ 20 ໂຄງການ ເຮ້ດໃຫ້ ປະຊາຊົນ ຈຳນວນນື່ງ ບໍ່ພໍໃຈ ຫາກວ່າ ຣັຖບານ ຈະເອົາດິນ ຂອງປະຊາຊົນ ໄປໃຫ້ໂຄງການ ເອກຊົນພັທນາ ດ້ານເສຖກິດ ຊື່ງສ້າງ ຜົລກະທົບໃສ່ ຊີວິຕ ການເປ້ນຢູ່ ຂອງພວກຂະເຈົ້າ. ຊາວເມືອງ ຫລວງພຣະບາງ ຜູ້ນືງເວົ້າວ່າ:
“ເຮ້ດໃຫ້ ປະຊາຊົນ ຕ້ອງໄດ້ໂຍກຍ້າຍ ອອກໄປບໍ່ ຫລືວ່າອອກໄປ ຢູ່ເຂຕນອກຫຍັງ ເພາະຈະໃຫ້ເຂຕ ໃນເມືອງ ໃຫ້ຄົນທີ່ມີ ຄ່າເຊົ່າແພງ ເຊົ່າປະມານນີ້ ຄັນຖ້າເຮົາຍ້າຍ ອອກກໍຕ້ອງໄປ ຢູ່ໄກ ຫ່າງໄກຄວາມ ສະດວກສະບາຍ ຫຍັງ ອີກຢ່າງເຮົາເຄີຍ ຢູ່ມາດົນແລ້ວ”.
ຊາວລາວ ຜູ້ນີ້ ເວົ້າອີກວ່າ ສູ່ມື້ນີ້ ແຂວງຫລວງພຣະບາງ ມີການ ປ່ຽນແປງຫລາຍ ຫາກທຽບໃສ່ ສມັຍກ່ອນ ປະຊາຊົນ ມີຄວມສງົບສຸຂ ຫລາຍກວ່າ ນອກຈາກນັ້ນ ພົບວ່າ ການໂຍກຍ້າຍ ຂອງຄົນຕ່າງຊາດ ກໍມີຫລາຍຂື້ນ:
“ແຕ່ກ່ອນນ່າ ຈະດີກວ່ານີ້ ເພາະວ່າຄ່າຄອງຊີພ ຫຍັງກໍຖືກ ຕອນນີ້ອັນໃດ ກໍສະດວກຂຶ້ນ ແຕ່ຕ້ອງໄດ້ຈ່າຍ ຄ່າຄອງຊີພ ແພງຂື້ນ ຄົນຕ່າງຊາຕ ມາຢູ່ຫລາຍ ຫຼາຍກວ່າເກົ່າ ເພາະວ່າ ທຸຣະກິດ ຫຍັງໃຫຍ່ໆ ໂຮງແຮມ ບ້ານພັກກໍເປ້ນຂອງ ຕ່າງປະເທດຫມົດ”.
ຈາກຣາຍງານຂ່າວ ຂອງສື່ ທັງພາຍໃນ ແລະ ຕ່າງປະເທດ ຣະບຸວ່າ ແຂວງຫລວງພຣະບາງ ມີການປ່ຽນແປງ ດ້ານທຸຣະກິດ ການລົງທືນ ດ້ານການ ທ່ອງທ່ຽວ ໂຮງແຮມ ເຮືອນພັກ ຮ້ານອາຫາຣ ສນາມກ໋ອຟ ຮວມໄປເຖືງແຜນ ການເປິດເຂຕ ເສຖກິດ ພິເສດ ຈອມເພັດ ເພຶ້ອໃຫ້ເປ້ນໄປ ຕາມແຜນ ການພັທນາ ເສຖກິດ ສັງຄົມ ຂອງຣັຖບານ ຊຸດປັຈຈຸບັນ ປະຈຳສົກປີ 2011-2015 ທີ່ຕ້ອງການໃຫ້ ກິຈການ ບໍຣິກາຣ ແລະ ການທ່ອງທ່ຽວ ຂຍາຍໂຕ ປີລະ 20 ສ່ວນຮ້ອຍ.