ສະຫະກອນຢາງພາຣາ

ຊາວບ້ານ ໃນບ້ານນຶ່ງ ໃນແຂວງ ຫລວງນ້ຳທາ ພ້ອມກັນ ຈັດຕັ້ງ ສະຫະກອນ ຢາງພາຣາ ຂື້ນ ເພື່ອຈະມີ ກຳລັງ ຕໍ່ລອງຣາຄາ ກັບພວກ ພໍ່ຄ້າແມ່ຄ້າ ຢາງພາຣາ ຊາວຈີນ.

ແຂວງຫລວງນ້ຳທາ ໃນພາກເໜືອ ຂອງລາວ ມີຊາຍແດນ ຕິດກັບ ຈີນ ແລະ ກໍເປັນແຂວງນຶ່ງ ທີ່ປູກຢາງພາຣາ ຫລາຍທີ່ສຸດ ໃນລາວ ຊາວບ້ານ ບ້ານຫາດຍາວ ເມືອງ ຫລວງນ້ຳທາ ພາກັນປູກ ຢາງພາຣາ ນັບແຕ່ປີ 1994 ເປັນຕົ້ນມາ ປັດຈຸບັນ ປູກໄດ້ເຖິງພັນ ກວ່າເຮັກຕາຣ໌ ແລ້ວ ແຕ່ໃນຣະຍະ ສາມສີ່ເດືອນ ຜ່ານມາ ພວກພໍ່ຄ້າແມ່ຄ້າ ຈີນ ຮັບຊື້ ຢາງພາຣາ ຈາກພວກເຂົາເຈົ້າ ແບບກົດຣາຄາ ໃຫ້ຖືກລົງ ຈົນຊາວບ້ານ ເຫັນວ່າພວກຕົນ ຖືກເອົາປຽບ ຈຶ່ງພາກັນຈັດຕັ້ງ ສະຫະກອນ ຢາງພາຣາ ຂື້ນ ຊຶ່ງຖືວ່າເປັນ ສະຫະກອນ ແຫ່ງທຳອິດ ໃນລາວ. ເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ອະທິບາຍ ກ່ຽວກັບ ການຈັດຕັ້ງນີ້ ຕື່ມວ່າ:

“ສະຫະກອນ ຢາງພາຣາ ໝາຍຄວາມວ່າ ປະຊາຊົນ ເປັນຜູ້ຜລິດ ຫັ່ນແຫລະ ເນາະ ນັບແຕ່ປູກ ຈົນຮອດມື້ປາດ ແລ້ວກໍຂ້າເຈົ້າ ກໍເປັນເຮັດ ເປັນແບບຮວມໝູ່ ນີ່ເນາະ ຂາຍ ກໍຂາຍ ຮວມໝູ່ເນາະ”.

ເຈົ້າໜ້າທີ່ ກໍເວົ້າຕື່ມວ່າ ການຈັດຕັ້ງ ສະຫະກອນນີ້ ກໍຍັງບໍ່ສາມາດ ຊຸກຍູ້ຣາຄາ ຢາງພາຣາ ໃຫ້ສູງຂື້ນໄດ້ງ່າຍໆ ເພາະສະຫະກອນ ຍັງນ້ອຍ ຍັງໃຫມ່ ແລະ ອ່ອນແອຢູ່. ນອກຈາກຊາວບ້ານ ປູກແລ້ວ ຊາວຈີນ ກໍລົງມາເຊົ່າທີ່ດິນ ປູກຢາງພາຣາ ຢູ່ພາກເໜືອ ຂອງລາວ ກໍມີຫລາຍ ຕົວຢ່າງຢູ່ແຂວງ ຫລວງນ້ຳທາ ບໍຣິສັດ ຈາກຈີນປູກຢາງພາຣາ ຫລາຍພັນ ເຮັກຕາຣ໌.

ບັນຫາມີຢູ່ວ່າ ພາກເໜືອຂອງລາວ ຜູ້ຮັບຊື້ຢາງພາຣາ ມີແຕ່ພວກ ພໍ່ຄ້າແມ່ຄ້າຈີນ ພວກເຂົາຜູກຂາດ ຣາຄາ ຮັບຊື້ຢາງ ໃນຣາຄາ ຕ່ຳລົງຕ່ຳລົງ. ຄົນລາວຜູ້ນຶ່ງ ຢູ່ນະຄອນ ຫລວງວຽງຈັນ ເຮັດສວນຢາງພາຣາ ຢູ່ແຂວງ ບໍຣິຄຳໄຊ ເວົ້າວ່າ ຣາຄາຢາງ ຢູ່ແຂວງ ຫລວງນ້ຳທາ ຕົກຕ່ຳຫລາຍ ເພາະຜູ້ຜລິດ ຈຳເປັນຕ້ອງຂາຍ ໃຫ້ຈີນເທົ່ານັ້ນ ສ່ວນຢາງພາຣາ ຂອງ ເລົາເອງໃຄແດ່ ເພາະຂາຍໃຫ້ໄທ ໄດ້ຣາຄາດີກວ່າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org