ໂຄງການເຂື່ອນບໍ່ແກ້ວ ແລະຫຼວງນໍ້າທາ
2012.10.09
ເຂື່ອນນໍ້າທາ 1 ແລະ ເຂື່ອນນໍ້າຟ້າ ຊື່ງຈະຕັ້ງຢູ່ ໃນແຂວງ ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ເຣີ່ມໂຍກຍ້າຍ ຊາວບ້ານແລ້ວ ແລະ ໃກ້ຈະເຣີ້ມ ລົງມື ກໍ່ສ້າງ. ດັ່ງເຈົ້າໜ້າທີ່ ກະຊວງ ພະລັງງານ ແລະບໍ່ແຮ່ ຂອງລາວ ກ່າວວ່າ:
“ເຂື່ອນນໍ້າຟ້າ ກັບ ເຂື່ອນນໍ້າທາ 1 ບ່ອນ ສ້າງເຂື່ອນ ມັນຈະກວມເອົາ 2 ແຂວງ ຄື ບໍ່ແກ້ວກັບ ຫລວງນໍ້າທາ ສໍາລັບ ສອງໂຄງການນີ້ ແມ່ນຢູ່ ຂັ້ນຕອນທີ່ວ່າ ເຂົາເຈົ້າສຶກສາ ຜົນກະທົບ ເປັນການທີ່ວ່າ ເຂົາເຈົ້າໂຍກຍ້າຍ ປະຊາຊົນ ຢູ່ໃນເຂດ ໂຄງການ”.
ສໍາລັບ ໂຄງການ ເຂື່ອນນໍ້າທາ 1 ຈະຜລິດໄດ້ ປະມານ 168 ເມັກກາວັຕ ຊື່ງຕັ້ງຢູ່ເທີງ ນໍ້າທາ ເປັນລໍານໍ້າສາຂາ ແມ່ນໍ້າຂອງ ຢູ່ໄກຈາກ ແມ່ນໍ້າຂອງ ຂື້ນໄປທາງເໜືອ 62 ກິໂລແມັດ ແລະ ໄດ້ເຊັນສັນຍາ ສືກສາ ຜົລກະທົບ ຕັ້ງແຕ່ປີ 2010 ໂດຍການລົງທືນ ຂອງ ບໍຣິສັດ China Southern Power Grid ປະເທດຈີນ. ຄາດວ່າຈະຕ້ອງ ໂຍກຍ້າຍ ປະຊາຊົນ ບໍ່ຕໍ່າກ່ວາ 34 ໝູ່ບ້ານ ຈາກເມືອງ ຜາອຸດົມ ແຂວງບໍ່ແກ້ວ ແລະເມືອງ ນາແລ ແຂວງ ຫລວງນໍ້າທາ.
ອີງຕາມ ເອກກະສານ ໂຄງການ ປີ 2006 ມີແຜນທີ່ ຈະຂາຍ ໄຟຟ້າ ໃຫ້ປະເທດຈີນ ແລະພະມ້າ ສ່ວນໂຄງການ ເຂື່ອນນໍ້າຟ້າ ຈະຜລິດໄຟຟ້າ 130 ເມັກກາວັຕ ປີ 2010 ກໍມີການ ເຊັນສັນຍາ ສືກສາ ຜົນກະທົບ ເຊັ່ນກັນ ຊື່ງແມ່ນ ບໍຣິສັດ AP Biz Link Group ຂອງປະເທດ ມາເລເຊັຍ ທີ່ມີເປົ້າໝາຍ ໃນການຜລິຕ ໄຟຟ້າ ເພື່ອໃຊ້ພາຍໃນ ປະເທດ.
ເຈົ້າໜ້າທີ່ລາວ ກ່າວວ່າ ໂຄງການ ເຂື່ອນນໍ້າຟ້າ ນັ້ນຈະສາມາດ ລົງມືກໍ່ສ້າງ ພາຍໃນປີ 2013 ທີ່ຈະມາເຖີງນີ້. ເຂື່ອນນໍ້າທາ 1 ຈະມີຂນາດ ໃຫຍ່ກ່ວາ ແລະ ຈະລົງມືສ້າງ ຫລັງຈາກສ້າງ ເຂື່ອນນໍ້າຟ້າ.
ນັກຊຽວຊານ ສີ່ງແວດລ້ອມ ເວົ້າວ່າ ສີ່ງທີ່ເປັນຫ່ວງ ກໍຄືຢ້ານວ່າ ເຂື່ອນນໍ້າທາ 1 ອາດຈະສົ່ງ ຜົນກະທົບ ຕໍ່ ສະພາບແວດລ້ອມ ແລະ ປະຊາຊົນ ທີ່ອາສັຍຢູ່ຕາມ ແຄມນໍ້າ ເປັນຈໍານວນ ຫລວງຫລາຍ ແລະ ອາດຈະເຮັດໃຫ້ ເກິດນໍ້າຖ້ວມໄດ້ ແລະ ຜູ້ທີ່ຈະໄດ້ຮັບ ຜົນກະທົບ ກໍຄື 28 ໝູ່ບ້ານ ໃນສອງແຂວງ ທີ່ສ້າງເຂື່ອນ ນັ້ນເອງ.