ມາຕຖານການກໍ່ສ້າງ ຕ້ອງຍົກຣະດັບ
ມາຕຖານ ຄວາມປອດພັຍ ຂັ້ນພື້ນຖານ ຈະຕ້ອງ ມີການທົບທວນ ຄືນໃຫມ່ ໃນປະເທດໄທ.
-
ສິດນີ
2012-07-30 -
-
-
Your browser doesn’t support HTML5 audio
ທ່ານ ທະວີຈິດ ຈັນທະຣະສາຂາ ອະດີດ ປະທານ ສະມາຄົມ ສຍາມ ສະຖາປະນິກ ແຫ່ງ ປະເທດໄທ ກ່າວວ່າ ປະຊາຄົມ ເສຖກິດ ອາຊຽນ ຈະມີສ່ວນພົວພັນ ໂດຍກົງກັບ ຂແນງທຸຣະກິດ ອະສັງຫາຣິມມະຊັພ ໃນໄທ ໂດຍສະເພາະ ທຸຣະກິດ ທີ່ມີສ່ວນ ພົວພັນ ໃນການອອກແບບ ຕຶກອາຄານ ໃຫມ່ ໃນໄທ.
ທ່ານວ່າ ທີ່ຜ່ານມາ ເມື່ອເຮົາຈະສ້າງບ້ານ ຫລືຕຶກອາຄານ ພວກເຮົາກັງວົນ ຕໍ່ ການອອກແບບ ທີ່ຕັ້ງຂອງຕຶກ ແຕ່ເມື່ອປະຊາຄົມ ເສຖກິດ ອາຊຽນ ຖືກບັງຄັບ ໃຊ້ໃນປີ 2015 ໃນເວລານັ້ນ ວັດສດຸ ໃນການກໍສ້າງ ແລະ ມາຕຖານ ຄວາມປອດພັຍ ຂອງ ຕຶກຈະເປັນ ສີ່ງສຳຄັນ ກວ່າ.
ທ່ານວ່າ ບໍຣິສັດ ສ້າງບ້ານ ອອກແບບບ້ານ ພັທນາທີ່ດີນ ແລະ ກຸ່ມ ວິສວະກອນ ຕ້ອງໄດ້ທົບທວນ ແລະ ຮຽນຮູ້ ກົດຣະບຽບ ມາຕຖານໃຫມ່ ໃນການກໍ່ສ້າງ ຕຶກອາຄານ ຖ້າຢາກ ສາມາດແຂ່ງຂັນ ເອົາການປະມູນ ການກໍ່ສ້າງຕຶກ ຈາກປະເທດ ສະມາຊິກ ໃນປະຊາຄົມ ອາຊຽນ.
ທ່ານ ປາສົງ ທາຣາໄຊ ອະດີດ ປະທານ ສະມາຄົມ ວິສວະກັມ ແຫ່ງປະເທດໄທ ກ່າວວ່າ ປະຊາຄົມ ອາຊຽນ ຈະໃຊ້ກົດຣະບຽບ ແລະ ມາຕຖານ ແບບດຽວກັນ ໃນການສ້າງຕຶກ ອາຄານ ໃນປະເທດ ສະມາຊິກ ແລະ ຫນ່ວຍງານ ຈາກ ປະຊາຄົມ ອາຊຽນ ຈະເປັນຜູ້ກວດສອບ ໃຫ້ອະນຸຍາດ. ດ່ັງນັ້ນ ຖ້າບໍຣິສັດໃດ ຫາກມີມາຕຖານ ຄວາມປອດພັຍສູງ ຈະໄດ້ປຽບ ໃນການໄດ້ ຮັບປະມູນ ຫລາຍກວ່າ. ປະເທດໄທ ກໍຈະເປີດໃຫ້ ມີການປະມູນ ຈາກຂົງເຂດ ແລະ ຂົງເຂດກໍເປີດ ໃຫ້ບໍຣິສັດໄທ ເຂົ້າປະມູນ ເຊັ່ນດຽວກັນ.