ເຂົ້າສານແລກນໍ້າມັນ
ຊາວລາວ ສ່ວນຫລາຍ ບໍ່ເຂົ້າໃຈ ກ່ຽວກັບ ໂຄງການ ແລກປ່ຽນເຂົ້າ ເປັນນໍ້າມັນ ກັບ ປະເທດ ຄູເຫວດ
-
ໄມຊູລີ
2012-10-22 -
-
-
Your browser doesn’t support HTML5 audio
ກອງປະຊຸມ ສຸດຍອດ ການຮ່ວມມື ເອເຊັຍ ໄດ້ຈັດຂື້ນ ທີ່ປະເທດ ຄູເຫວດ ເມື່ອວັນທີ່ 15-17 ຕຸລາ ທີ່ຜ່ານມາ ຕາງໜ້າ ສປປ ລາວ ທ່ານ ສົມສວາດ ເລັ່ງສວັດ ຮອງນາຍຍົກ ຣັຖມົຕຣີ. ໃນກອງປະຊຸມ ຄັ້ງນີ້ ທັງສອງຝ່າຍໄດ້ມີການ ສົນທະນາ ເຖີງໂຄງການ ຊ່ວຍເຫລືອ ເພື່ອຕອບສນອງ ຄວາມຕ້ອງການ ຊື່ງກັນແລະກັນ ໂດຍຝ່າຍລາວ ຕົກລົງຈະສົ່ງເຂົ້າສານ ໄປ ຄູເຫວດ ເພື່ອແລກປ່ຽນ ນໍ້າມັນ ໂຄງການນີ້ ເຮັດໃຫ້ຊາວລາວ ຈໍານວນນື່ງ ບໍ່ເຂົ້າໃຈຢ່າງ ແຈ່ມແຈ້ງເທື່ອ ຍ້ອນວ່າ ທຸກມື້ນີ້ ປະຊາຊົນລາວ ໃນບາງພື້ນທີ່ ຍັງຂາດແຄນເຂົ້າ. ຊາວລາວ ຜູ້ນື່ງເວົ້າວ່າ:
"ອັນນີ້ ກໍບໍ່ເຂົ້າໃຈ ຣັຖບານວ່າ ເຂົາຊິເຮັດ ແນວໃດແທ້ ແຕ່ວ່າຕາມທີ່ ຜ່ານມາ ເຣື້ອງເຂົ້ານີ້ ເມືອງລາວ ກໍຂາຍອອກຢູ່ ແຕ່ກໍບໍ່ຫລາຍ ຕໍ່ໄປນີ້ ເຣື້ອງບັນຫາ ອາຫານການກີນນີ້ ກໍຍາກ ປະຊາຊົນ ຖ້າສົມມຸດ ເຮົາເກັບໄປໝົດ ເກີດວ່າຂາດແຄນມາ ກໍໄປຊື້ອີກ ຊື້ແລ້ວມັນກໍຍັງ ແພງກວ່າຣາຄາ ເຮົາຂາຍອອກອີກ”.
ຊາວລາວຜູ້ນີ້ ເວົ້າຕໍ່ໄປວ່າ ທຸກມື້ນີ້ ເຂົ້າກໍຍັງ ຂາດແຄນຢູ່ ສໍາລັບ ປະຊາຊົນ ໃນເຂດພູດອຍ ເນື່ອງຈາກ ປະຊາຊົນ ໃນແຖບນັ້ນ ສ່ວນຫລາຍແມ່ນ ເຮັດແຕ່ໄຮ່ ແລະ ພື້ນທີ່ ກໍບໍ່ເໝາະສົມ ໃນການປູກເຂົ້າ ບາງຊ່ວງ ກໍມີພັຍນໍ້າຖ້ວມ ເຮັດໃຫ້ເຂົ້ານາຕາກ້າ ຂອງເຂົາເຈົ້າ ເສັຍຫາຍ ຢ່າງຫລວງຫລາຍ ຈົນຕ້ອງຊື້ເຂົ້າ ຈາກປະເທດ ເພື່ອນບ້ານມາກີນ. ການທີ່ຣັຖບານ ມີໂຄງການ ນີ້ຂື້ນມາ ບໍ່ຮູ້ວ່າ ເພີ່ນເຂົ້າໃຈ ເຖີງສະພາບການ ດໍາຣົງຊີວິດ ທີ່ແທ້ຈີງ ຂອງປະຊາຊົນ ຫຼືບໍ່? ສໍາລັບ ເຣື້ອງນໍ້າມັນນັ້ນ ມັນກໍມີ ຄວາມສໍາຄັນແທ້ ຕໍ່ການດໍາຣົງ ຊີວິດ ແຕ່ກໍຄິດວ່າ ການສົ່ງ ເຂົ້າສານ ຈາກ ປະເທດລາວ ໄປຄູເຫວດ ອາດຈະເປັນໄປ ໄດ້ຍາກ:
“ແຕ່ນໍ້າມັນ ກໍສໍາຄັນແທ້ ຖ້າບໍ່ມີນໍ້າມັນ ກໍ່ໃຊ້ບໍໄດ້ ຣົຖຣາບໍ່? ເຣື້ອງເຄື່ອງຈັກບໍ? ອັນນີ້ກໍຕ້ອງໃຊ້ ນໍ້າມັນ ທີ່ຜ່ານມາ ເຣື້ອງບັນຫາ ການທຸຣະກິດ ຂອງຣັຖບານ ກໍ່ບໍ່ສູ່ວ່າ ຊິ່ຫລາຍປານໃດ ຣັຖບານ ເຂົາກໍຄິດແຕ່ເຣື້ອງ ອັນອື່ນ ປະຊາຊົນ ເຂົາກໍຄິດວ່າ ອັນໃດຊິ່ໄດ້ ອັນໃດຊິ່ບໍ່ໄດ້ ເຣື້ອງການຂົນສົ່ງບໍ? ເວລາຈະຂົນສົ່ງ ຕອນນີ້ນໍ້າມັນ ໄປອາຣັບ ມັນກໍບໍ່ງ່າຍ ຣັຖບານເຂົາຄິດ ແນວໃດ ກໍບໍ່ເຂົ້າໃຈ ນໍາເພີ່ນ”.
ຢ່າງໃດກໍຕາມ ຊາວລາວຜູ້ນີ້ ກ່າວມ້ວນທ້າຍວ່າ ຫາກທາງຣັຖບານ ອະທິບາຍ ໃຫ້ປະຊາຊົນ ເຂົ້າໃຈ ຕໍ່ໂຄງການ ດັ່ງກ່າວ ຢ່າງມີເຫຕມີຜົລ ກໍຊິ່ເຫັນດີນໍາ ແຕ່ທຸກມື້ນີ້ ກໍຍັງມີຊາວລາວ ອີກ ຫລາຍຄົນ ທີ່ມີຄວາມຕ້ອງການ ເຂົ້າ ຫລາຍກວ່າ ນໍ້າມັນ.