ບາດກ້າວສູ່ການຄ້າໂລກ ໃກ້ເຂົ້າມາແລ້ວ

ປະຊາຊົນລາວ ມີຄວາມ ຍີນດີທີ່ ປະເທດຊາດ ຈະໄດ້ເປັນ ສະມາຊິກ ອົງການ ການຄ້າໂລກ.

ດຣ. ນາມ ວິຍະເກດ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ການຄ້າ ຕົກລົງໃນ ກົດຣະບຽບ ການເປັນ ສະມາຊິກ ອົງການ ການຄ້າໂລກ ເມື່ອວັນທີ 28 ກັນຍາ 2012 (Laos’ WTO membership terms agreed) WTO

ດ້ວບຄວາມ ພະຍາຍາມ ມາເປັນເວລາ 15 ປີ ໃນເປົ້າຫມາຍ ທີ່ສປປ ລາວ ຢາກເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ໃນທີ່ສຸດ ຄວາມຝັນນັ້ນ ກໍຈະກາຍ ເປັນຄວາມຈີງແລ້ວ ເພາະຄິດວ່າ ໃນກອງປະຊຸມ ຂອງຄນະມົນຕຣີ ອົງການ ການຄ້າໂລກ ທີ່ຈະຈັດຂື້ນ ໃນວັນທີ 26 ຕຸລາ ທີ່ນະຄອນ ເຈນີວາ ສປປລາວ ອາດຈະຖືກ ຮັບເຂົ້າເປັນ ສະມາຊິກ ອັນດັບ ທີ 158 ຂອງອົງການ ການຄ້າໂລກ ຢ່າງເປັນທາງການ ຈື່ງເຮັດໃຫ້ ປະຊາຊົນລາວ ມີຄວາມຍີນດີ ຢ່າງທີ່ສຸດ. ດັ່ງຄົນລາວ ຜູ້ນື່ງເວົ້າວ່າ:

"ຂ້ອຍສົນໃຈ ທີ່ລາວໄດ້ເຂົ້າ ເປັນສະມາຊິກ wto ລາວ ເປັນອົງການ ຄ້າໂລກ ຊີ່ມີກົດຫມາຍ ຣະຫວ່າງຊາດ ອົງການ ການຄ້າໂລກ ເຈົ້າເຂົ້າໄປລາວ 15 ປີ ແລ້ວ ຂໍເປັນສະມາຊິກ ທ້າຍເດືອນນີ້ ກໍຊີ່ໄດ້ເປັນ ອັນດັບທີ 158 ແລະ ກໍຈະມີ ກົດຫມາຍ ມາຮັບຮອງ ຕົວນັ້ນຂ້ອຍ ສົນໃຈ ກໍຈະຄຶກຄັກ ຕົວນັ້ນແຫລະ".

ເລົາເວົ້າ ຕໍ່ໄປວ່າ ທຸກມື້ນີ້ລາວ ຍັງຄົງເປັນ ປະເທດ ຄອມມຸນິສ ການປ່ຽນແປງ ຣະບົບເສຖກິດ ທີ່ຈັດການ ບໍຣິຫານ ໂດຍຣັຖບານລາວ ໃຫ້ກາຍເປັນ ເສຖກິດ ຕລາດນັ້ນ ຖືເປັນກິຈກັມ ອັນໃຫຍ່ໂຕ ໂດຍສະເພາະ ຢ່າງຍີ່ງ ເມື່ອສ່ວນນື່ງ ຂອງຝ່າຍ ບໍຣິຫານ ຕ້ອງການຢາກ ເປີດປະຕູ ເສຖກິດ ໃຫ້ເສຣີ ແຕ່ຍັງມີ ສະມາຊິກ ອີກບາງສ່ວນ ບໍ່ຢາກໃຫ້ເປັນ ເຊັ່ນນັ້ນ. ການເຂົ້າ ເປັນສະມາຊິກ ອົງການ ການຄ້າໂລກ ບໍ່ພຽງແຕ່ ຈະມີການປ່ຽນແປງ ທາງດ້ານ ກົດຫມາຍ ຍັງຈະມີການ ປ່ຽນແປງ ທັສນະຄະຕິ ນຳອີກ. ຄົນລາວອີກ ຄົນນື່ງເວົ້າວ່າ:

"ກໍຕື່ນຕົວ ຕື່ນຕົວແບບວ່າ ຊີ່ໄດ້ເຂົ້າຮ່ວມ ອີ່ຫຍັງອີ່ຫຍັງ ກໍຊີ່ມີການ ປ່ຽນແປງ ໂຕນີ້ ກໍ່ບໍ່ແນ່ໃຈ ເພາະວ່າເຮົາ ກໍບໍ່ຮູ້ກັບທາງ ຜູ້ໃຫຍ່ເພີ່ນ ສ່ວນຫລາຍມັນ ກໍຊີ່ດີຂື້ນ ຫັ້ນແຫລະ".

ດຣ. ນາມ ວິຍາເກດ ຣັຖມົນຕຣີ ການຄ້າລາວ ໄດ້ກ່າວຜ່ານ ເວັບໄຊຕ໌ ຂອງອົງການ ການຄ້າໂລກ ວ່າການຂໍເປັນ ສະມາຊິກ ອົງການ ການຄ້າໂລກ ເປັນຂະບວນການ ທີ່ຍາວນານ ແລະ ຍາກລຳບາກ ແຕ່ຈະເປັນຮາກຖານ ໃນການບັນລຸ ເປົ້າຫມາຍ ຂອງ ສປປລາວ ທີ່ຈະສາມາດ ຫລຸດພົ້ນ ອອກຈາກບັນຊີ ລາຍຊື່ ຂອງປະເທດ ດ້ອຍພັທນາ ໄດ້ໃນປີ 2020.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org