ບັນຫາຂື້ນທະບຽນ ຄົນງານຕ່າງດ້າວ
ທາງກາຣລາວ ບໍ່ໝັ້ນໃຈ ວ່າຈະ ສາມາດ ຂື້ນທະບຽນ ແຣງງານ ຕ່າງດ້າວ ຈຳນວນ ຫຼາຍກວ່າ ສອງແສນ ຄົນ ທີ່ເຮ້ດວຽກ ໃນລາວ ໄດ້ສຳເຮັດ ພາຍໃນ ປີນີ້ ຫລືບໍ່?
-
ອໍຣະໄທ
2012-10-10 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ກົມຄຸ້ມຄອງ ແຮງງານ ນະຄອນຫຼວງ ວຽງຈັນ ເປິດເຜີຍວ່າ ນະໂຍບາຍ ຂື້ນທະບຽນ ແຮງງານ ຕ່າງດ້າວ ທົ່ວປະເທດ ເປັນວຽກທີ່ ຫຍຸ້ງຍາກ ແລະ ຕ້ອງໃຊ້ ພະນັກງານ ຈຳນວນຫລວງຫຼາຍ ຊື່ງຄາດວ່າ ບັນຫານີ້ ຈະກິນເວລາ ດົນນານ ໃນການແກ້ໄຂ. ເຈ້າໜ້າທີ່ ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊີຍເສຮີວ່າ:
“ມັນກໍເປັນເຣື່ອງ ນະໂຍບາຍ ທີ່ປະກາດອອກ ໃຫ້ຊັດເຈນ ຫາກແຕ່ສ່ວນ ວ່າພາກ ປະຕິບັດ ຂ້າພະເຈົ້າ ກໍຄິດບໍ່ອອກ ຍ້ອນກຳລັງ ເຮົາບໍ່ມີ ຄິດວ່າອັນນີ້ ຄົງເວົ້າ ບໍ່ຖືກດອກ ແຕ່ກໍໄດ້ປະກາດ ໄປ ແລະ ກໍໄດ້ອິງໃສ່ ນາຍຈ້າງ ເປ້ນຫຼັກ ແຕ່ນາຍຈ້າງ ກັບນາຍຈ້າງ ເຂົາກໍເສີຍ ນັ້ນເປັນເຣື່ອງ ຜົນປໂຢດຄືກັນ ອັນນີ້ກໍຍາກຢູ່ ຍາກຫຼາຍໂຕນີ້ ຍາກທີ່ສຸດ”
ຈຸດປະສົງ ຂອງໂຄງການນີ້ ເພື່ອໃຫ້ຄົນງານ ຕ່າງດ້າວ ເຂົ້າສູ່ຣະບຽບ ຕາມກົດໝາຍ ແຮງງານ ເພື່ອໃຫ້ຮູ້ຈຳນວນ ໂຕເລກ ທີ່ແນ່ນອນ ແລະ ເພື່ອຈະໄດ້ຈັດ ເກ້ບອາກອນ ແຮງງານ ໄດ້ໃນອະນາຄົຕ. ຈາກການສຳຣວຈ ຈຳນວນ ຄົນງານຕ່າງດ້າວ ບໍ່ເປ້ນທາງການ ຂອງກົມຄຸ້ມຄອງ ແຮງງານ ຣະບຸວ່າ ຄົນງານຕ່າງດ້າວ ມີໂຕເລກ 2-3 ແສນຄົນ ທົ່ວປະເທດ ແລະ ສ່ວນຫຼາຍ ເປັນແຮງງານ ຜິດກົດໝາຍ ມາຈາກ ຈີນແລະວຽດນາມ ຄົນງານເຫລົ່ານີ້ ມາພ້ອມກັບ ໂຄງການ ສັມປະທານຕ່າງໆ ເຊັ່ນ ໂຄງການ ສຳປະທານ ປູກຍາງພາລາ ເມື່ອໝົດໂຄງການ ເຂົາເຈົ້າກໍບໍ່ ກັບຄືນປະເທດ. ທ່ານກ່າວຕື່ມວ່າ:
“ສິ້ນສຸດ ໂຄງການນີ້ແລ້ວ ມັນບໍ່ກັບ ມັນຕໍ່ໄປຮັບຈ້າງ ໂຄງການອື່ນ ແບບບໍ່ຊອບດ້ວຍ ກົດໝາຍ ແລ້ວຫວ່າງຫຼັງຈາກ ສິ້ນສຸດ ກຳຫນົດວີຊ້າ ແລ້ວ ເຈົ້າຢູ່ຕໍ່ ເຮ້ດໃຫ້ເຈົ້າ ຜິດກົດໝາຍ ຄືກັນ”.
ອີກຈຳນວນນື່ງ ເຊົ້າມາໃນນາມ ເປ້ນນັກທ່ອງທ່ຽວ ແຕ່ມາລັກ ເຮ້ດວຽກ ແລ້ວຢູ່ເລີຍ ກົມຄຸ້ມຄອງ ແຮງງານ ໄດ້ປະກາດ ນະໂຍບາຍ ດັງກ່າວນີ້ ຕັ້ງແຕ່ກາງປີ 2012 ແລະ ຈະເຣີ່ມກວດກາ ພ້ອມເປິດໃຫ້ ຂື້ນທະບຽນ ແຮງງານ ທົ່ວປະເທດ ໃນເດືອນຫນ້າ. ບໍຣິສັດ ທີ່ມີລູກຈ້າງ ຄົນງານຕ່າງດ້າວ ຈະຕ້ອງນຳເຂົາເຈົ້າ ມາຂື້ນທະບຽນ ແລະ ຄົນງານຕ່າງດ້າວ ທີ່ບໍ່ມີສັງກັດ ກໍຕ້ອງມາຂື້ນ ທະບຽນ ເອົາເອງ ເຊັ່ນກັນ.