ລາວຈະເປັນໝໍ້ໄຟ ຂອງເອເຊັຽ

ສປປ ລາວ ຄາດວ່າ ຈະເປັນ ໝໍ້ໄຟ ໃຫ້ພາກພື້ນ ເອເຊັຽ ແຕ່ມີການ ຕັ້ງຄໍາຖາມ ຫລາຍຢ່າງ ກ່ຽວກັບ ສາຍນໍ້າ ລໍາທານ ຊື່ງເປັນ ສາຂາ ແມ່ນໍ້າຂອງ.

ຣາຍງານ ຂອງໜັງສືພິມ The Diplomat ແຈ້ງວ່າ ແມ່ນໍ້າສາກົນ International Rivers ມີຄວາມເປັນຫ່ວງ ນໍາແຜນການ ຂອງລາວ ທີີ່ຈະສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແລະ ສາຍນໍ້າສາຂາ ຈໍານວນຫລາຍເຂື່ອນ ແລະວ່າ ຄວາມເປັນຫ່ວງນີ້ ທາງການລາວ ບໍ່ເອົາຫົວຊາ ໂດຍປະກາດ ສັນຍາ ການລົງທຶນໃໝ່ ທີ່ມີມູນຄ່າ 1 ຕື້ ໂດລ່າ ສະຫະຣັດ ເພື່ອສ້າງເຂື່ອນອີກ 3 ແຫ່ງ ຄື 2 ເຂື່ອນ ໃສ່ນໍ້າເຊກອງ ແຂວງເຊກອງ ແລະ ເຂື່ອນເຊປ່ຽນ ເຊນໍ້ານ້ອຍ ຢູ່ແຂວງ ອັດຕະປື ແລະ ຈໍາປາສັກ ແຕ່ວ່າ ບໍ່ມີການ ປະເມີນຜົນກະທົບ ຕໍ່ສິ່ງແລດລ້ອມ ຢ່າງຄັກແນ່.

ຣາຍງານວ່າ ເຂື່ອນເຊນໍ້ານ້ອຍ ທີ່ມີຄວາມ ສາມາດ ໃນການຜລິດໄຟຟ້າ ໄດ້ 400 MW ຈະແມ່ນ ບໍຣິສັດ ກໍ່ສ້າງເກົາຫລີໄຕ້ ເປັນຜູ້ສ້າງ ແລະ ຫລັງຈາກສ້າງແລ້ວ ຈະແມ່ນ ບໍຣິສັດ ພະລັງງານ ຣັຖວິສາຫະກິດ ເກົາຫລີໃຕ້ ເປັນຜູ້ດໍາເນີນ ການສັມປະທານ ເປັນເວລາ 30 ປີ ກ່ອນຈະໂອນໃຫ້ລາວ ເປັນເຈົ້າຂອງ.

ປັດຈຸບັນວຽກງານ ສ້າງຖນົນຫົນທາງ ທີ່ພັກອາສັຍ ແລະ ການບຸກເບີກໜ້າດິນ ໃນບໍຣິເວນ ສ້າງເຂື່ອນກໍາລັງ ດໍາເນີນຢູ່ ຄາດວ່າ ຈະສ້າງໃຫ້ສໍາເຣັດ ໃນທ້າຍປີ 2015.

ສໍາລັບເຂື່ອນ ເຊກອງ 4 ແລະ 5 ທີ່ມີກໍາລັງ ຜລິດລວມ 1,000 Mw ກໍກໍາລັງຕຽມ ການກໍ່ສ້າງຢູ່ ໂດຍຈະແມ່ນ ບໍຣິສັດນໍ້າມັນ ຈາກຣັຖເຊັຽ ເປັນຜູ້ລົງທຶນສ້າງ.

International Rivers ແຈ້ງວ່າ ຍິ່ງໄປກວ່ານັ້ນ ສປປລາວ ມີແຜນ ຈະສ້າງເຂື່ອນອີກ 70 ໃສ່ນໍ້າສາຂາ ແມ່ນໍ້າຂອງ ຊື່ງທັງໝົດນີ້ ແມ່ນໍ້າສາກົນ ຕັ້ງຄໍາຖາມຂື້ນວ່າ ບໍ່ຮູ້ວ່າ ຜົນກະທົບ ຕໍ່ສິ່ງແວດລ້ອມ ນັ້ນ ຈະໜ້ອຍຫຼາຍ ຂະນາດໃດ.

ຣາຍງານ ຂອງອົງການ ອິສຣະ ບອກວ່າຖ້າເຂື່ອນ 11 ແຫ່ງ ຫາກຖືກສ້າງໃສ່ ແມ່ນໍ້າຂອງ ຈະເຮັດໃຫ້ ອູ່ອາຫານ ປະເພດປາ ຫລຸດລົງ 40%.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org